ທ່ານ​ນົງ​ດຶກ​​ແມັງຕ້ອນຮັບ​ທ່ານ​ຢ່າງ​ເຈຍ​ຊີ

(GMT+08:00) 2009-05-27 17:51:57 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ26 ພຶດສະພາ​ນີ້,ຢູ່​ຮາ​ໂນ່ຍ,ທ່ານ​ນົງ​ດຶກ​​ແມັງ ​ເລຂາທິຫານ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ​ຢາງ​ເຈຍ​ຊີ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາຊີ​ແລະ​​ເອີ​ລົບຫຼື​ອາ​ເຊັມ(ASEM)​ຄັ້ງ​ທີ9.

ທ່ານ​ນົງ​ດຶກ​ແມັງ​ກ່າວ​ວ່າ,ຫຼັງ​ຈາກ​ຫວຽດນາມ​ກັບ​ຈີນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ,ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຄວາມຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.ຝ່າຍ​ຫວຽດນາມ​ຕີ​ລາຄາ​ສູງຕໍ່​ມາດ​ຕະການ​ອັນຕັ້ງໜ້າແລະ​ຜົນສຳ​ເລັດ​ຂອງ​ຈີນ​​ໃນ​ດ້ານ​ຮັບ​ມື​ວິ​ກິດ​ການ​ການ​ເງິນ​ສາກົນ,​​ແລະ​ການ​ປະກອບສ່ວນຢ່າງສຳຄັນ​ເພື່ອ​ຊຸກຍູ້ພາກ​ພື້ນ​ແລະ​ປະຊາ​ຄົມ​ໂລ​ກຮັບ​ມື​ວິ​ກິດ​ການ,ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດຈຸ​ບັນ.

ທ່ານ​ຢາງ​ເຈຍ​ຊີ​ກ່າວ​ວ່າ,ຝ່າຍ​ຈີນ​​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຂະຫຍາຍການ​ພົວພັນ​ກັບ​ຫວຽດນາມຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ຈະ​ຍຶດໝັ້ນ​ປະຕິບັດ​ຕໍ່​ແລະ​ຂະ​ຫຍາຍ​ການພົວພັນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ຈາກ​ທາງ​ຍຸດ​ທະ​ສາດ​ແລະຍາວ​ນານ,ນຳ​ເອົາ​ຜົນ​ປະ​ໂຫຍດຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ​ມາໃຫ້​ປະຊາຊົນ​ສອງຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>