ທ່ານ​ໂອ​ບາ​ມາ​ສະ​ແຫວງ​ຫາ​ການ​ເລີ່ມ​ຕົ້ນ​ການ​ພົວ​ພັນ​ໃໝ່​ລະ​ຫ່ວາງ​ອາ​ເມ​ລິ​ກາ​ກັບ​ໂລກ​ອິສ​ຣາມ

(GMT+08:00) 2009-06-05 15:34:04 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 4 ມິ​ຖຸນາ​ນີ້, ທ່ານບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາທີ່​ໄປ​ຢ້ຽມຢາມ​ເອຢິບ​ໄດ້​ກ່າວປາຖະກະຖາ​ຕໍ່​ໂລກ​ອິສລາມ​ຢູ່​ມະຫາວິທະຍາ​ໄລ​ເລີ​ແກ​, ຮຽກຮ້ອງ​ໃຫ້​ສິ້ນ​ສຸດ​"ການ​ລະ​ແວງສົງ​ໄສ​ແລະ​ຂັດ​ແຍ່ງກັນ"ທີ່ມີ​ມາ​​ໄລຍະ​ຍາວນານ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ໂລກ​ອິສຣາມ, ​ພວມ​ສະ​ແຫວ​ງຫາ​ການ​ເລີ່​ມຕົ້ນ​ໃໝ່​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ບົນ​ພື້ນຖານ​ຜົນ​ປະ​ໂຫຍ​ດຮ່ວມ​ແລະ​ຄວາມເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ.


ໃນ​ເວລາ​ກ່າວ​ປາຖະກະຖາ​, ທ່ານ​ໂອ​ບາ​ມາ​ກ່າວ​ວ່າ, ​ທ່ານຈະ​ເອົການ​ລົບ​ລ້າງ​ຄວາມ​ເຫັນທີ່​ລຳອຽງ​ຂອງ​ອາ​ເມ​ລິ​ກາທີ່​ມີ​ຕໍ່​ປະ​ເທດ​ອິສຣາມ​ເປັນ​ໜ້າ​ທີ່​ຂອງ​ຕົນ, ພ້ອມ​ກັນ​ນັ້ນ​ກໍ​ຫວັງ​ໃຫ້​ປະ​ເທດ​ອິສຣາ​ມລົບ​ລ້າງ​ຄວາມ​ເຂົ້າ​​ໃຈ​ຜິດ​ຕໍ່​ອາ​ເມ​ລິ​ກາ. ທ່ານ​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຈົ່ງ​ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ, ຟັງ​ຄວາມ​ເຫັນ​ເຊິ່ງກັນ​ແລະ​ກັນ​ແລະ​ຮ່ຳຮຽນນຳ​ກັນ, ​ເຄົາລົບ​ນັບຖື​ກັນ​ແລະ​ຊອກ​ຫາ​ຈຸດທີ່​ຄື​ກັນ.


ຫາງ​ສຽງ​ທົ່ວ​ໄປ​ເຫັນ​ວ່າ, ກ່ອນ​ລັດຖະບານ​ໂອ​ບາ​ມາ​ຂຶ້ນຄອງ​ອຳນາດ, ການ​ພົວພັນ​ອາ​ເມ​ລິ​ກາ​ກັບ​ໂລກ​ມຸສລິ​ມ ​ບໍ່​ດີ​ຕະຫຼອດມາ. ຫຼັງ​ຈາກ​ທ່ານ​ ​ໂອ​ບາ​ມາ​ ຂຶ້ນເປັນ​ປະທານາທິບໍດີ​ແລ້ວ, ກໍ່​ສະ​ແດງ​ທ່າ​ທີ​ທີ່​ອ່ອນ​​ໂຍນ​ຫຼາຍ​ເທື່ອ​ໃນ​​ການ​​ຈະປັບປຸງ​ການ​ພົວພັນ​ລະຫວ່າງອາ​ເມ​ລິ​ກາ​ກັບ​ໂລກ​ມຸສລິ​ມ.  ວັນ​ທີ 6 ​ ເມສາ​ປີ​ນີ້, ​ໃນ​ເວລາ​ທີ່ທ່ານ​​ໂອ​ບາ​ມາ​ໄປ​ຢ້ຽມຢາ​ມຕວກກີ,​  ທ່ານ​ໄດ້ ກ່າວ​ປາຖະກະຖາ​ຢູ່​ສະພາ​ແຫ່ງ​ຊາດ​ຕວກກີວ່າ, ​ໃນ​ຫຼາຍ​ປີຜ່ານມາ, ລະຫວ່າງ​ປະ​ເທດມຸສລິ​ມ​ກັບ​ອາ​ເມ​ລິ​ກາ​ໄດ້​ເກີດຄວາມລະ​ແວງ​ສົງ​ໃສກັນ, ​ແຕ່​ທ່ານ​ກ່າວ​ຢ້ຳວ່າ,ອາ​ເມ​ລິ​ກາ ຈະ​ບໍ່​ເຮັດສົງຄາມ​ກັບປະ​ເທດ​ມຸສລິ​ມ​ຈັກ​ເທື່ອ .  ​ເດືອນ​ມີນາ​ປີ​ນີ້, ​ໃນ​ໂອກາດ​ປີ​ໃຫມ່​ຂອງ​ອີຣານ, ທ່ານ​ໂອ​ບາ​ມາ​ໄດ້ຜ່ານ​ວິ​ດີ​ໂອ​ສົ່ງ​ຈົດຫມາຍ​​ໄປ​ຍັງ​ຜູ່​ນຳ​ແລະ​ປະຊາຊົນ​ຂອງ​ອີຣານ, ຫວັງ​ຢາກ​ໃຫ້​ສອງ​ຝ່າຍຕ່າງ​ໂຄລົບ​ກັນແລະ​ບໍ່​ຂົ່ມຂູ່​ເຊິ່ງກັນ​ແລະ​ກັນ, ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປີດ​ຫນ້າປະຫວັດສາດ​ໃຫມ່.


ນັກວິ​ເຄາະ​​ເຫັນ​ວ່າ,ທ່ານ​ໂອບາ​ມາສະ​ແດງ​ຄວາມ​ເປັນ​ມິດ​ຕໍ່​ໂລກ​ອິສລາມ,ແມ່ນ​ການ​ສ່ອງ​ແສ​ງ​ໃຫ້​ເຫັນ​ທິດ​ທາງ​ການ​ຕ່າງປະ​ເທດ​ຂອງລັດຖະບານ​ອາ​ເມ​ລິ​ກາ​ຊຸດ​ປະຈຸບັນທີ່​ຖື​ແນວ​ຄິດ"​ໃຊ້​ຄວາມສະຫຼາດ"​ເປັນ​ທິດນຳ.ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່"​ໃຊ້​ຄວ​າມ​ສະ​ຫຼາດ"​ທີ່​ລັດ​ຖະ​ບານ​ໂອ​ບາ​ມາ​ປະຕິບັດ​ນັ້ນຖື​ການ​"ຮັບ​ຟັງ", "ປຶກສາ​ຫາລື"​ແລະ"ຕິດ​ຕໍ່​ພົວ​ພັນ"​ເປັນ​ພື້ນ​ຖານ,ອີງ​ໃສ່​ສະພາບ​ຕົວ​ຈິງ​ແລະ​ຄວາມ​ຄ່ອງ​ແຄ້ວ,​ເລັງ​​ໃສ່​ການ​ປັບ​ປຸງ​ພາບ​ພົດ​ຂອງ​ອາ​ເມ​ລິ​ກາ​ໃນ​​ໂລກທີ່​ໄດ້​ຖືກ​ທຳ​ລາຍ​ມາ​ຫຼາຍ​ແລ້ວ,​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ພາຍ​ນອກ​ອັນ​ດີ​​ເພື່ອ​ຮັກ​ສາ​ບົດ​ບາດ​ນຳ​ພາ​ຂອງ​ອາ​ເມ​ລິ​ກາໃນ​ທົ່ວ​ໂລກ.ນັກວິ​ເຄາະ​ກໍ່​ຊີ້​ອອກ​ວ່າ,ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ໂລກ​ອິດ​ລາມ​ແມ່ນ​ບັນຫາ​ທີ່ ສັບສົນຫຼາຍ,​ແລະ​ກໍ່​ແມ່ນ​ໝາກ​ຜົນ​ຂອງ​ຄວາມ​​ຂັດ​ແຍ່ງ​ກັນທີ່​ສະ​ສົມ​ມາ​ຫຼາຍ​ປີ.​ລັດ​ຖະ​ບານ​ໂອ​ບາມາ​ໃຊ້​ທ່າ​ທີ​ອັນ​ຕັ້ງ​ໜ້າ​ເພື່ອ​ສະ​ແຫວງ​ຫາ​ຄວາມ​ປອງ​ດອງ​ກັນ​ນັ້ນ​ມີ​ຜົນ​ດີ​ຕໍ່​ການ​ຜ່ອນ​ຄາຍ​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ສອງ​ຝ່າຍ,​ແຕ່​ປະ​ຈຸ​ບັນ​ນີ້,​ພຽງ​ແຕ່​ອາ​ໄສ​ທ່າ​ທີ​ອ່ອນ​ໂຍນ​ຂອງ​ທ່ານ​ໂອ​ບາ​ມາ​ກໍ່​ສະ​ຫຼຸບ​ວ່າ​ການ​ພົວ​ພັນ​ສອງ​ຝ່າຍ​ຈະ​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ນັ້ນ​ຍັງ​ບໍ່​ຮອດ​ເວລາ​​ເທື່ອ.​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>