ເວທີ​ປາ​ໄສມິດຕະພາບ​ປະຊາຊົນ​ຊາຍ​ແດນ​ຈີນ​ຫວຽດນາມ​ຄັ້ງ​ທຳ​ອິດ​ເຊັນ​ຄຳ​ຖະ​ແຫຼ​ງການກິດຈະກຳ​ງານ​ສັງ​ສັນ​ມິ​ດຕະພາບ​ປະຊາຊົນ​ຊາຍ​ແດນ

(GMT+08:00) 2009-06-07 17:33:19 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ6 ມິຖຸນາ​ນີ້,​ເວທີ​ປາ​ໄສ​ມິດຕະພາບ​ປະຊາຊົນ​ຊາຍ​ແດນ​ຈີນ​ຫວຽດນາມ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ເມືອງ​ຟາງ​ເຊີງ​ກາງຂອງ​ເຂດ​ກວາງຊີ​ຈີນ,ຜູ່​​ແທນ​ຫຼາຍ​ຮ້ອຍ​ຄົນ​ທີ່​ມາ​ຈາກ​​ແຂວງ​ຊາຍ​ແດນ​ຈີນ​ແລະ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​​ເວທີ​ປາ​ໄສ.​ໃນ​ເວທີ​ປາ​ໄສ,ທ່ານ​ນາງ​ກູ້​ຊິ້ວລຽນ​ ປະທານສະມາຄົມ​ຈີນ​ອາຊ​ຽນ​ແລະ​ທ່ານ​ວູຊວນ​ຮົງ ປະທານ​ສະມາຄົມ​ອົງການ​ຈັດ​ຕັ້ງ​ໄມຕີ​ຈິດ​ຫວຽດນາມ​ຕ່າງ​ຕາງໜ້າ​ຈີນ​ແລະ​ຫວຽດນາມ​ເຊັນ​ຄຳ​ຖະ​ແຫຼ​ງການ​ກິດຈະກຳ​ງານ​ສັງ​ສັນ​ມິດຕະພາບ​ປະຊາຊົນ​ຊາຍ​ແດນ​ຈີນ​ຫວຽດນາມ.

ຄຳ​ຖະ​ແຫຼ​ງການ​ກ່າວ​ວ່າ,ຈີນ​ຫວຽດນາມ​ສຳ​ເລັດ​ວຽກ​ງານ​ປັກຫຼັກ​ຊາຍ​ແດນ​​ເທີ​ງ​ບົກ​ແມ່ນ​​ເລື່ອງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ,ປະຊາຊົນ​ຊາ​ຍ​ແດນ​ຈີນ​ຫວຽດນາມ​ຈະ​ໂຄລົບ​ແລະ​ຮັກສາ​ຊາຍ​ແດນ​ແລະ​ຫຼັກ​ໝາຍຊາຍ​ແດນ​ຂອງ​ສອງ​ຊາດ,ອອກ​ແຮງ​ຊຸກ​ຍູ້​ການ​ແລກປ່ຽນ​ໄມ​ຕີ​ຈິດ​ຂອງ​ປະຊາຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ,​ເພີ່ມ​ທະວີ​ການ​ຮ່ວມ​ມື,ປະກອບສ່ວນ​ເຂົ້າ​ໃນ​ການສ້າງ​ຊາຍ​ແດນ​ຈີນ​ຫວຽດນາມ​ໃຫ້​ເປັນ​ຊາຍ​ແດນ​ທີ່​ສັນຕິພາບ,ສະຖຽນ​ລະ​ພາບ,ມິດຕະພາບ,ຮ່ວມ​ມື​ແລະ​ພັດທະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>