ນາຍົກສິງກະ​ໂປ​ກ່າວ​ວ່າ,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ແມ່ນ"​ໂອກາດ​ທີ່​ເຮັດ​ໃຫ້​ຄົນຫ້າວຫັນ"

(GMT+08:00) 2009-06-08 18:32:10 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ7 ມິຖຸນາ​ນີ້,ທ່ານຫຼີຊຽນ​ລົງ ນາຍົກລັດຖະມົນຕີສິງກ​ະ​ໂປ​ກ່າວ​ຢູ່​ຊຽງ​ໄຮ້​ວ່າ,ທຽບ​ກັບ​ອົງ​ກອນ​ເສດຖະກິດ​ສ່ວນ​ຫຼາຍ​​ໃນ​​ໂລກ,ຈີນ​ຈະ​ກ້າວ​ອອກຈາກ​ເງົາ​ມືດ​ຂອງວິ​ກິດ​ການ​ການ​ເງິ​ນສາກົນ​ໄວ​ກວ່າ​ໝູ່ແລະ​ຊ່ອຍ​ເຫຼືອ​ອົງ​ກອນ​ເສດຖະກິດ​ອາຊີ​ຟື້ນ​ຟູຄວາມຈະ​ເລີ​ນ.ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ແມ່ນ"​ໂອກາດ​ທີ່​ເຮັດ​ໃຫ້​ຄົນ​ຫ້າວ​ຫັນ",ສິງກະ​ໂປ​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ພັດທະນາ​ຂອງ​ຈີນ​ໃນ​ຕໍ່ໜ້າ​ໂດຍ"ສິງກະ​ໂປນ້ອຍ".

"ສິງກະ​ໂປນ້ອຍ"ທີ່​ທ່ານຫຼີຊຽນ​ລົງ​ກ່າວ​ເຖິງແມ່ນ​ຫໍ​ວາງສະ​ແດງ​ຂອງສິງກະ​ໂປ​​ໃນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້2010.ວັນ​ທີ7 ມິຖຸນາ​ນີ້,ຫໍ​ສິງ​ກະ​ໂປ​ເລີ່ມກໍ່ສ້າງ,​ໃນ​ພິທີ​ເລີ່​ມກໍ່ສ້າງ,ທ່ານຫຼີຊຽນ​ລົງ​ກ່າວ​ວ່າ,ຫວັງ​ໃຫ້​ຫໍ​ນີ້​ສາມາດ​ສະ​ແດງ​ໃຫ້​ເຫັນສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ສິງກະ​ໂປທີ່​ມີ​ເອກະລັກແລະມີ​ຫຼາຍ​ສີສັນ,​ສ້າງ​ແນວ​ຄິດ​ຈິນຕະນາການ​ອັນ​ໃໝ່ໆ​ໃຫ້​ຜູ່​ທ່ຽວ​ຊົມ,​ໃນ​ຂະນະ​ດຽວ​ກັນ,ກໍ່ຊຸກຍູ້​ການ​ພົວພັນ​ແລະ​ການ​ໄປມາຫາສູ່​ກັນ​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສິງກະ​ໂປ​ກັບ​ຈີນ​ໃຫ້​ຂະຫຍາຍຕົວ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>