ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ນະ​ຄອນ​ປາ​ລີ​ມອບ​ນາມ​ມະຍົດ​ "ຊາວ​ເມືອງ​ກຽດ​ຕິ​ຍົດ" ໃຫ້​ແກ່​ດາ​ໄລ​ລາ​ມະ

(GMT+08:00) 2009-06-09 19:04:52 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 9 ມິຖຸນາ​ນີ້, ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງຮຸນ​ແຮງ​ແລະ​​​ຄັດຄ້ານຢ່າງ​ເດັດດ່ຽວ​ຕໍ່​ອົງການ​ປົກຄອງ​ນະຄອນ​ປາລີທີ່​ບໍ່​ເອົາ​ຫົວຊາ​ນຳ​ການ​ຄັດຄ້ານ​ຂອງ​ຈີນ, ຊູ​ຊີມ​ອບນາມ​ມະຍົດ​ "ຊາວ​ເມືອງກຽດຕິຍົດ" ໃຫ້​ແກ່​ດາ​ໄລ​ລາ​ມະ.

ທ່ານ​ຊິນ​ກາງ​ກ່າວ​ວ່າ, ຫຼັກໝັ້ນຂອງ​ຈີນ​ໃນບັນຫາ​ກ່ຽວ​ກັບ​​ຕິ​ເບ​ດຈະ​ແຈ້ງ​ແລະ​​ໝັ້ນໜຽວ​ມາ​ໂດຍ​ຕະຫຼອດ. ບັນຫາກ່ຽວ​ກັບ​ຕິ​ເບ​ດກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ໃຈ​ກາງຂອງ​ຈີນ, ​ແມ່​ນບັນຫາ​ການ​ເມືອງ​ສຳຄັນ​ທີ່​ຈີນ​ເອົາ​ໃຈ​ໃສ່ທີ່​ສຸດ, ພົວພັນ​ເຖິງ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ, ກ່ຽວ​ພັນ​ເຖິງ​ອາລົມ​ຈິດ​​ຊົນ​ຊາດ​ຂອງ​ປະຊາຊົນ​ຈີນ 1 ຕື້ 300 ລ້ານ​ຄົນ. ການ​ກະທຳ​ຂອງ​ອົງການ​ປົກຄອງ​ນະຄອນ​ປາລີ​ເທື່ອນີ້​ແມ່ນ​ການ​ທ້າ​ທາຍ​ຢ່າງ​ບັງອາດຕໍ່​ປະຊາຊົນ​ຈີນ​ອີກ​ເທື່ອ​ໜຶ່ງ​ຫຼັງຈາກ​ສະພາ​​ປາລີ​ຜ່ານ​ມະຕິ​ກ່ຽວ​ກັບ​ການມອບ​ນາມ​ມະຍົດ​ "ຊາວ​ເມືອງ​ກຽດຕິຍົດ" ໃຫ້​ແກ່​ດາ​ໄລ​ລາ​ມະ​ໃນ​ປີ​ກາຍ​ນີ້, ​ແນ່ນອນຈະ​ທຳລາຍ​ການຮ່ວມ​ມື​ລະຫວ່າງ​ນະຄອນ​ປາລີ​ກັບ​ນະຄອນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ, ​ແລະ​ຈະລົບ​ກວນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝະຣັ່ງຢ່າງ​ໜັກໜ່ວງ.

ທ່ານ​ຊິນ​ກາງ​ກ່າວ​ເນັ້ນ​ວ່າ, ຈີນ​ຮຽກຮ້ອງ​ໃຫ້ນະຄອນ​ປາລີ​ຢຸດຕິ​ທຸກການ​ກະທຳ​ທີ່​ແຊກ​ແຊງ​ວຽກ​ງານພາຍ​ໃນ​ຂອງ​ຈີນ​, ​ໃຊ້​ມາດ​ຕະການ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ບັງ​ເກີດ​ຜົນ, ​ແກ້ຄວາມ​ຜິດ​ໃນ​ທັນທີ, ຫຼີກ​ເວັ້ນກ້າວ​ໄປ​ຕາມ​ເສັ້ນທາງ​ຜິດ​ພາດຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>