ຈີນ​ຫວັງ​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ໃຫມ່​ໃນ​ຂອບ​ອາ​ຊຽນ+3

(GMT+08:00) 2009-06-10 16:48:32 cri
-----------------------------------------------------------------------------------------------------------------

ວັນ​ທີ 9 ​ຫາ​ວັນ​ທີ 11 ມິຖຸນາ​ນີ້,​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮັກສາຄວາມ​ຫມັ້ນຄົງ​ທີ່​ບໍ່​ແມ່ນ​​ແບບ​ເກົ່າ​ຂອງ​ກອງທັບ​ອາ​ຊຽນກັບຈີນ,ຍີ່​ປຸ່ນ​ແລະ​ສາທາລະນະ​ລັດ​ເກົາຫລີ​ຫລື ອາ​ຊຽນ+3 ຄັ້ງປະ​ຖົມມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ສື​​ເຈ່ຍ​ຈ່ວງ,​ເມືອງ​ພາກ​ເຫນືອ​ຂອງ​ຈີນ.​ເຈົ້າຫນ້າ​ທີ່​ຂອງ​ກອງທັບ​ຈີນ​ກ່າວ​ວ່າ, ຫວັງ​ຖື​ເວທີ​ປຶກສາ​ຫາລືເທື່ອ​ນີ້​ເປັນ​ຊ່ອງ​ທາງ​ທີ່​ໃຫ້​ປະ​ເທດ​ຕ່າງໆ​ລົງ​ເລິ​ກາກ​ນຮ່ວມ​ມື​ກັນ​ໃນ​ທຸກ​ດ້ານກ່ຽວ​ກັບ​ການ​ຮັກສາຄວາມ​ຫມັ້ນຄົງທີ່​ບໍ່​ແມ່ນ​ແບບ​​ເກົ່າ.

​​ເວທີ​ປຶກສາ​ຫາລືເທື່ອ​ນີ້​ແມ່ນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ,​ເພື່ອ​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ປຶກສາ​ຫາລືກ່ຽວ​ກັບ​ບັນຫາ​ຄວາມຫມັ້ນຄົງ​ທີ່​ບໍ່​ແມ່ນ​ແບບ​ເກົ່າ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ແລະ​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ,​ຊຸກ​ຍູ້​ກອງ​ທັບ​ອາ​ຊຽນ​ກັບ​ຈີນ,ຍີ່​ປຸ່ນ​ແລະ​ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​​ໃນ​ດ້ານ​ຄວາມ​ຫມັ້ນ​ຄົງ​ທີ່​ບໍ່​ແມ່ນ​​ແບບ​ເກົ່າ.​ໃນ​ໄລ​ຍະ​ຈັດ​ເວ​ທີ​ປຶກ​ສາ​ຫາລື,​ຜູ່​ຕ່າງ​ຫນ້າ 33 ທ່ານ​ທີ່​ມາ​ຈາກ​ອາ​ຊຽນ,​ຈີນ,ຍີ່​ປຸ່ນ​ແລະ​ສ.ເກົາ​ຫລີ​ຈະ​ລົງ​ເລິກ​ຫາ​ລື​ກັນ​ກ່ຽວ​ກັບ​ຄວາມ​ຮູ້​ພື້ນ​ຖານ​ຂອງ​ບັນ​ຫາ​ການ​ຮັກ​ສາ​ຄວາມ​ຫມັ້ນ​ຄົງ​ທີ່​ບໍ່​ແມ່ນ​ແບບ​ເກົ່າ,​ການ​​ຮ່ວມ​ມື​ແລະ​ຊ່ອງ​ທາງ​ການ​ຮ່ວມ​ມື​ລະ​ຫວ່າງ​ກອງ​ທັບ​ອາ​ຊຽນ​ກັບ​ຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫລີ​ໃນ​ການ​ຮັບ​ມື​ກັບ​​ໄພ​ຂົ່ມ​ຂູ່​ໃນ​ດ້ານ​ນີ້,​ແລະ​ຈະ​ໄດ້​ຊົມ​ການ​​ເຝິກ​ຊ້ອມ​ການ​ຊ່ວຍກອບ​ກູ້​ຢູ່​ສະ​ຫນາມ​ຮົບ,​ການ​ປ້ອງ​ກັນ​ຄວາມ​ຫມັ້ນ​ຄົງ​ຂອງ​ຕຳ​ຫລວດ​ປະ​ກອບ​ອາ​ວຸດ,​ການ​ຕ້ານ​ການ​ກໍ່​ການ​ຮ້າຍ.ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ຂອງ​ຜູ່​​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຈະ​ຖະ​ແຫລ​ງອອກ​ດ້ວຍ​ຮູບ​ການ​ທີ່​ເປັນ​ຂໍ້​ສະ​ຫລຸບ​ຂອງ​ເວທີ​ປຶກສາ​ຫາລື.

ໃນ​ພິທີ​ໄຂ​ງານ,​ພັນເຮືອ​ເອກ​ພິ​ເສດ ​ກ່ວນ​ໄຫ​ເຟີ່ຍ,​ຮອງ​ຫົວ​ຫນ້າ​ຫ້ອງ​ການ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ​ໄພ​ຂົ່ມ​ຂູ່​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ທີ່​ບໍ່​ແມ່ນ​​ແບບ​ເກົ່າ​ເຊັ່ນ:​ການ​ໂຈມ​ຕີ​​ແບບ​ກໍ່​ການ​ຮ້າຍ,​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ,​ໄພ​ຄື້ນ​ຊຶ​ນາ​ມິ,​ກາ​ນ​ໂຈມ​ຕີ​ຂອງ​ໂຈນ​ສະ​ຫຼັດ​​ແລະ​ອື່ນໆ ​ໄດ້​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ,​ໃນ​ເວ​ລາ​ທີ່​ຮັບ​ມື​ກັບໄພ​ຂົ່ມຂູ່​ເຫຼົ່າ​ນີ້,​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຄວນ​ໃຊ້​ວິທີ.

ແກ້​ໄຂ​ຕ່າງໆ​​ເຊັ່ນ: ຮ່ວມ​ມືຂ້າມ​​​ຊາດ, ຫຼາຍ​ເຊື້ອ​ຊາດ​ຮ່ວມ​ມື​ກັນ​ແລະ​ຢູ່​ເຫນືອ​ທີ່​ຕ່າງ​ກັນແລະ​ຮູ​ບຖານ​ຈິດ​ສຳ​ນຶກ.​ເວ​ທີ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ການ​ຮັກສາ​ຄວາມ​ຫມັ້ນ​ຄົງ​ທີ່​ບໍ່​ແມ່ນ​​ແບບ​ເກົ່າຂອງ​ກອງ​ທັບ​ອາ​ຊຽນບວກ 3  ທີ່​ຈີນ​ລິ​ເລີ່​ມຈັດ​ຂຶ້ນ​ນັ້ນ ​ໄດ້ສ້າງ​ເວທີ​ທີ່​ດີ​ງາມ​ໃຫ້​ແກ່ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ແລະ​ຮ່ວມ​ມື​ກັນ, ທ່ານ​ກ່ວນ​ໄຫ​ເຟີ່ຍ ກ່າວ​ວ່າ:​"ຄວາມ​ຫມັ້ນ​ຄົງ​ທີ່​ບໍ່​ແມ່ນ​​ແບບ​ເກົ່າ​ແມ່ນ​​ໄພ​ຂູ່​ມຂູ່​ໃຫມ່​ທີ່​ເກີດ​ຂຶ້ນ​ໃນ​ຫຼາຍ​ປີ​ມາ​ນີ້, ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຄົ້ນຄວ້າ​ຮູບ​ການ​ຂອງ​ຄວາມ​ຫມັ້ນ​ຄົງ​ດັ່ງ​ກ່າວ,​ກົນ​ໄກ​ກົດຫມາຍ​ແລະ​ການ​ຮ່ວມ​ມື, ພວກ​ເຮົາ​ຫວັງ​ຢາກ​ໃຫ້​ປະ​ເທດ​ຕ່າງໆ ​ຄວນ​ເພີ່ມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ໃນ​ອະ​ນາ​ຄົດ,​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ຂົງ​ເຂດ​ແລະ​ຮູບ​ການ​ຈຳ​ນວນ​ຫນຶ່ງ​ໃນ​ການ​ຮ່ວມ​ມື, ​ເພື່ອ​ດຳ​ເນີນ​ການ​ເຝິກ​ຊ້ອມ​ຮ່ວມ,​ຈາກ​ຂົງ​ເຂດ​ເຫຼົ່າ​ນີ້,​ພະ​ຍາ​ຍາມ​ຮ່ວມ​ມືກັນ​ລົງ​ເລິກ​ກວ່າ​​ເກົ່າ​ໃນ​ອະນາ​ຄົດ. "

ພັນ​ເອກ ໂດ​ໄມ​ການ,ຫົວໜ້າ​ພະ​ແນ​ກ​ເອີ​ລົບ​ອາ​ເມ​ລິ​ກາ​ຂອງ​ສະ​ຖາ​ບັນ​ການ​ພົວພັນ​ສາ​ກົນ ຫວຽດນາມ​ທີ່​ມາ​ຮ່ວມ​ປະຊຸມ​ກໍ່​ກ່າວ​ວ່າ,ປະ​ເທດ​ຕ່າງໆ​ມີ​ແຕ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ທໍ່​ນັ້ນ,ຈຶ່ງ​ຈະສາມາດ​ຮັບ​ມື​ກັບ​​ໄພຂົ່ມຂູ່​​ແ​ລະ​ແກ້​ໄຂ​ວິ​ກິດ​ການຢ່າງ​ບັງ​ເກີດ​ຜົນ​ກວ່າ​ເກົ່າ.ນາງ​ກ່າວ​ວ່າ:"ຂ້າພະ​ເຈົ້າຄຶ​ດວ່າ,ວິທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ກໍ່​ແມ່ນ​ຮ່ວມ​ມືກັນ,​ເມື່ອ​ປະ​ເຊີນ​ກັບ​ບັນຫາ​ຄວາມ​ໝັ້ນຄົງ​ທີ່​ບໍ່ແມ່ນ​ແບບ​​ເກົ່າ,ປະ​ເທດ​ໃດ​ກໍ່​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ທັງ​ໝົດ​​ໄດ້ໂດຍ​ອາ​ໄສ​ແຕ່​ກຳ ລັງ​ຂອງ​ຕົນ​ເອງ,ພວກ​ຂ້າພະ​ເຈົ້າຕ້ອງ​ດຳ​ເນີນ​ການ​ຮ່ວມ​ມື."

ເມື່ອ​ກ່າວ​ເຖິງ​ບັນຫາ​ທີ່ປະ​ເທດ​ຕ່າງໆ​ທີ່​ປະ​ເຊີ​ນກັບ​ບັນຫາ​ຄວາມ​ໝັ້ນຄົງ​ທີ່​ບໍ່​ແມ່ນ​​ແບບ​ເກົ່ານັ້ນຈະ​ຮ່ວມ​ມື​ແນວ​ໃດ,ພັນ​ເອກ​ຊິ​ມ ຊາຣົມ,​ທູດທະຫານ​ຂອງ​ສະຖານທູດ​ກຳ​ປູ​ເຈຍ​ປະ ຈຳ​ຈີນ​ກ່າວ​ວ່າ,ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ແລະ​ບົດຮຽນ​ຈະ​ແມ່ນ​ວິທີ​ທີ່​ດີກວ່າ​ໝູ່​ແລະ​ມີ​ປະສິດທິພາບກວ່າ​ໝູ່.ທ່ານ​ກ່າວ​ວ່າ: "​ເມື່ອ​ກ່າວ​ເຖິງວ່າ​ຈະ​ຮ່ວມ​ມືກັນ​ແນວ​ໃດ,ຂ້າພະ​ເຈົ້າ​ເຫັນ​ວ່າ,ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນ​ຮ່ວມ​ສຳພັນ​ກັນ,ຮ່ວມ​ກັນ​ນຳ​ໃຊ້​ບົດຮຽນ​ແລະ​ຂໍ້​ມູນ​ຂ່າ​ວ ສານ,​ຈຶ່ງ​ຈະຮູ້​ວ່າ ບັນຫາ​ຄວາມ​ປອດ​ໄພທີ່​ບໍ່​ແມ່ນ​ແບບ​​ເກົ່າ​ທີ່​ພວກ​ຂ້າພະ​ເຈົ້າປະ​ເຊີນ​ນັ້ນ​ແມ່ນ​ເປັນ​ແນວ​ໃດ​ແທ້,ກໍ່​ຄື​ ບົດຮຽນ​ກູ້​ໄພ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ຂອງ​ຈີນ​ກໍ່​ເປັນສິ່ງ​ທີ່​ປະ​ເທດ​ອື່ນ​ຄວນຖອດ​ຖອນບົດຮຽນ​ນຳ,ນີ້​ແມ່ນ​ວິທີ​ຮ່ວມ​ມື​ທີ່​ດີ​ຫຼາຍ​ແບບໜຶ່ງ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>