ສັນຍາ​ລະຫວ່າງ​ລັດຖະບານ​ຂອງຕາໜ່າງທາງ​ລົດ​ໄຟ​ຜ່ານ​ອາຊີ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2009-06-12 17:25:36 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ11 ມິຖຸນາ​ນີ້,ສັນຍາ​ລະຫວ່າງ​ລັດຖະບານ​ຂອງ​ຕາໜ່າງທາງ​ລົດ​ໄຟ​ຜ່ານອາຊີ​ມີ​ຜົນ​ສັດ​ສິດ​ຢ່າງ​ເປັນ​ທາງ​ການ,ນີ້​ໝາຍ​ຄວາມ​ວ່າການ​ສ້າງຕາໜ່າງທາງ​ລົດ​ໄຟ​ຜ່ານອາຊີ​ທີ່​ເຊື່ອມ​ຕໍ່26ປະ​ເທດ​ຂອງ​ອາຊີ​ແລະ​ຍາວ114300ກິ​ໂລ​ແມັດຈະ​​ເລີ່​ມປະຕິບັດ​ໄປ​ແຕ່​ລະບາດ​ກ້າວ.

ມື້​ດຽວ​ກັນ,ອົງການ​ເອສກັບ​ຈັດ​ພິທີ​ສະຫຼອງ​ຢູ່​ບາງ​ກອກ.ທ່ານ​ນາງໂນ​ລີ​ນ ​ເຮ​ເຊີ ຮອງ​ເຂ​ລາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ,​ຜູ່​ຮັບ​ຜິດ​ຊອບ​ວຽກ​ງານ​ເອສກັບກ່າວ​ວ່າ,ລັດຖະບາ​ນຂອງ8ປະ​ເທດ​ຄືກຳປູ​ເຈຍ,ອິນ​ເດຍ,​ມົງ​ໂກ​ລີ,ສ.​ເກົາຫຼີ,ຣັດ​ເຊຍ,ຕາ​ຊີ​ກີ​ສະຖານ,​ໄທ​ແລະ​ຈີນ​ໄດ້​ອະນຸມັດສັນຍາ​ລະຫວ່າງ​ລັດຖະບານຕາໜ່າງທາງ​ລົດ​ໄຟ​ຜ່ານ​ອາຊີ​ແລ້ວ,​ໄດ້​ສ້າງ​ພື້ນຖານທີ່​ດີໃຫ້​ແກ່​ຕາໜ່າງທາງ​ລົດ​ໄຟ​ຜ່ານອາຊີ​ເຊິ່ງ​ເປັນໂຄງການ​ທີ່​ມີລັກ​ສະ​ນະ​ປະຫວັດສາດ.ນີ້​ແມ່ນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທີ່​ປະ​ເທດ​ສະມາຊິກ​ເສດຖະກິດ​ສັງຄົມ​ອາຊີ​ປາຊີ​ຟິກ​ໄດ້​ຮັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>