ນາຍົກ​ໄທ​ຫວັງ​ໃຫ້ການ​ຢ້ຽມຢາມ​ຈີນ​ຊຸກຍູ້​ການ​ພົວພັນ​ຄູ​ຂາ​ລະຫວ່າງໄທ ​ຈີນ​​ຂະຫຍາຍ​ໄປໜ້າ

(GMT+08:00) 2009-06-21 19:34:54 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ21 ມິຖຸນາ​ນີ້,ທ່ານ​ອະພິສິດ ​ເວດຊາ​ຊີວະ ນາ​ຍົກ​ລັດຖະມົນຕີ​ໄທກ່າວ​ວ່າ,ຫວັງ​ໃຫ້ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ຈະຊຸກຍູ້​ການ​ພົວພັນ​ຄູ່​ຂາ​ລະຫວ່າງ​ໄທ​ກັບ​ຈີນ​ຂະຫຍາຍ​ໄປໜ້າ​,ເພີ່ມທະ​ວີ​ການຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງສອງ​ປະ​ເທດ.

ມື້​ດຽວ​ກັນ,​ໃນ​​ເວລາ​ໃຫ້​ສຳພາດຕໍ່​ບັນດາສື່​ນມວນ​ຊົນ​​ຈີນ​ທີ່​ປະຈຳໄທ​ຢູ່​ຕຶກລັດຖະສະພາ​ທີ່ບາງກອກ,ທ່ານ​ອະພິສິດ​ກ່າວ​ວ່າ,​​ເຖິງວ່າທັງ​ສອງ​ປະ​ເທດ​ໄທ​ກັບ​ຈີນ​ສ້າງ​ການພົວພັນ​ທາງ​ການ​ທູດ​ພຽງ​ແຕ່​34ປີ​ເທົ່າ​ນັ້ນ,ແຕ່ການ​ຕິດ​ຕໍ່​ພົວພັນລະຫວ່າງ​ປະ​ຊາ​ຊົນ​ສອງ​ຊ້ຳພັດຍາວ​ນານ​ທີ່​ສຸດ​ແລ້ວ.ປະຈຸບັນ,ທົ່ວ​ໂລກ​ປະ​​ເຊີນໜ້າ​ກັບ​ວິ​ກິດ​ການ​ການ​ເງິນ,​ໃນ​​ຂະນະທີ່​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ນີ້,ຫວັງ​ໃຫ້ການ​ຢ້ຽມຢາມ​ຈີນ​​ຂ​ອງທ່ານ​ເທື່ອ​ນີ້ສາມາດ​ຊຸກຍູ້ການ​ພົວພັນຄູ່​ຂາ​ລະ​ຫວ່າງສອງ​ປະ​ເທດ​ຂະຫຍາຍ​ໄປໜ້າ​,ຂະນະ​ດຽວ​ກັນນີ້,​ເປີດ​ກວ້າງການ​ພົວພັນ​ລະຫວ່າງ​ອາຊຽນກັບ​ຈີນ.

ທ່ານ​ອະພິສິດ​ກ່າວ​ວ່າ,ຫວັງ​ໃຫ້ການ​ຢ້ຽມຢາມ​ເທື່ອ​ນີ້​ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ໄທ​ກັບ​ຈີນ,​ແລະສວຍໂອກາດງານ​ວາງສະ​ແດງ​ສິນຄ້າ​ໄທ​ເພື່ອໂຄສະນາ​ຜະລິດ​ຕະພັນ​ກະສິກຳ​ຂອງ​ໄທ​ດີກ​ວ່າ​ເກົ່າ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>