ຈຳນວນ​ນັກ​ທ່ອງ​ທ່ຽວ​ຕິ​ເບ​ດ​ໃນ​ປີ​ນີ້​ຄາດ​ວ່າຈະ​ໃກ້​ກັບ​ຫຼື​ຫຼາຍ​ກວ່າ​​ປີ2007 ຊຶ່ງ​ເປັນ​ປີ​ສະ​ຖິຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ

(GMT+08:00) 2009-06-22 18:03:04 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ ທ່ານ​ວັງ​ຊົງ​ພິງ ຮອງ​ຫົວໜ້າ​ພະ​ແນ​ກ​ທ່ອງ​ທ່ຽວ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ,ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕິ​ເບ​ດ​ໃນ​ປີ​ນີ້​ຄາດ​ວ່າຈະ​ໃກ້​ກັບ​ຫຼື​ຫຼາຍ​ກວ່າ​​ປີ2007 ຊຶ່ງ​ເປັນ​ປີ​ສະຖິຕິສູງ​ສຸດ​ໃນ​ປະຫວັດ​ສາດ.

ທ່ານ​ວັງ​ຊົງ​ພິງ​ໄດ້​ກ່າວ​ຕໍ່​ນັກ​ຂ່າວຂອງ16ປະ​ເທດທີ່​ປະຈຳ​ຢູ່​ຈີນທີ່​ໄປ​ເອົາ​ຂ່າວ​ຢູ່​ຕິ​ເບ​ດວ່າ,​ໃນ6​ເດືອນ​ຕົ້ນປີ​ນີ້,ຕິ​ເບ​ດ​ໄດ້​ຮັບນັກ​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ຕ່າງປະ​ເທດ1ລ້ານ1​ແສນ1ໝື່ນ​​ເທື່ອຄົນ​ແລ້ວ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​2008 180%,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ2007ທີ່​ເຄີຍ​ເປັນ​ສະຖິຕິ​ສູງທີ່​ສຸດ​ໃນ​ປະ​ຫວັດ​ສາດ.

​ເຫດການ"14ມີນາ"ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ລາຊາ​ໃນ​ປີ​ກາຍ​ນີ້​ເຄີຍ​ເຮັດ​ໃຫ້ການ​ທ່ອງ​ທ່ຽວ​ຂອງ​ຕິ​ເບ​ດທີ່​ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ​ນັ້ນຢຸດ​ສະ​ງັກ.​ເມື່ອເຫດການ​ຢຸດ​ເຊົາ​ໂດຍ​ໄວ,ລະບຽບ​ການ​ສັງຄົມ​ຟື້ນ​ຟູ​ຄືນ,​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກໍ່ໄດ້​ເປີດ​ການທ່ອງ​ທ່ຽວ​ຕໍ່​ແຂກ​ຈີນ​ແລະ​ຕ່າງປະ​ເທດໃນ​ເດືອນ​ເມສາ​ແລະ​​ເດືອນ​ມິຖຸນາ​ປີ2008,​ການ​ທ່ອງ​ທ່ຽວ​ຂອງ​ຕິ​ເບ​ດຈຶ່ງ​ດີ​ຂຶ້ນ​ຢ່າງ​ໄວວາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>