ໃນ3ປີ​ທີ່​ປະຕິບັດແຜນການ5ປີຄັ້ງ​ທີ11,ລາຍ​ໄດ້ສະ​ເລ່ຍຕາມ​ຫົວຄົນ​ຂອງ​ຊາວ​ກະສິກອນຕິ​ເບ​ດ​​ໄດ້​​ເພີ່ມ​15,1%

(GMT+08:00) 2009-07-05 19:29:06 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ບົດ​ລາຍ​ງານ​ການ​ປະ​ເມີນ​​ໄລຍະ​ກາງ​ກ່ຽວ​ກັບ​ການ​ປະຕິບັດ​ແຜນ​ພັດທະນາເສດຖະກິດ​ແລະ​ສັງຄົມ​5ປີ​ຄັ້ງທີ11ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດທີ່ຄະນະ​ກຳມະການພັດທະນາ​ແລະ​ປະຕິ​ຮູບ​ຂອງ​ເຂດຕິ​ເບ​ດ​ປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ3ປີ​ທີ່​ປະຕິບັດ​ແຜນການ5ປີ​ຄັ້ງທີ11,ລາຍ​ໄດ້​ສະ​ເລ່ຍຕາມ​ຫົວຄົນຂອງຊາວ​ກະສິກອນຕິ​ເບ​ດ​ໄດ້​ເພີ່ມ​15,1%ຕໍ່​ປີ,ສູງ​ກວ່າ2,1%​ເປົ້າ​ໝາຍ​ທີ່​ວ່ອງ​ໄວ​ກ່ອນ.

ນອກ​ນີ້,ນັບ​ຮອດ​ທ້າຍ​ປີ2008,​ໂຄງການ​ເຮືອນ​ຢູ່​ຕິ​ເບ​ດ​ໄດ້​ເຮັດ​ໃຫ້​ຊາວ​ກະສິກອນ1​ແສນ7ໝື່ນ2ພັນ3ຮ້ອຍ​ຄອບຄົວ​ມີ​ເຮືອນ​ທີ່​ປອດ​ໄພ​ຢູ່​ແລ້ວ,ການ​ສ້າງສາ​ພື້ນຖານ​​ໂຄງ​ລ່າງ​ຄື​ນ້ຳປະປາ,​ໄຟຟ້າ,​ເສັ້ນທາງ,​ໄປສະນີ​ເປັນ​ຕົ້ນ​ຂອງ​ຊົນນະບົດ​ໄດ້​ຫຼາຍ​ຂຶ້ນໂດຍ​ທົ່ວ​ໄປ,​ອຸປະກອນປິ່ນປົວ​ຂອງ​ລະດັບ​ເມືອງ​ຕາ​ແສງ​ແລະ​ບ້ານ​ໄດ້​ມີ​ຄົນໂດຍ​ພື້ນຖານ,ສະພາບ​ຂອງ​ເຂດ​ກະສິກຳ​ລ້ຽງສັດ​ອັນກວ້າງ​ໃຫຍ່​ຂອງ​ຕິ​ເບ​ດ​ນັບ​ມື້​ນັບ​ດີງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>