ສະພາບ​ແວດ​ລ້ອມ​ການ​ຄ້າ​ສິງກະ​ໂປ,​ຮົງ​ກົງ​ແມ່ນ​ດີ​ທີ່​ສຸດ​ໃນ​ທົ່ວ​ໂລກ

(GMT+08:00) 2009-07-08 19:19:29 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ7 ກໍລະກົດ​ນີ້,​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ໄດ້​ປະກາດ"ບົດ​ລາຍ​ງານ​ສົ່ງ​ເສີມ​ການ​ຄ້າ​ທົ່ວ​ໂລກ"ສະບັບ​ຫຼ້າສຸດ,ສິງກະ​ໂປ​ແລະ​ຮົງ​ກົງ​ແມ່ນ​ອົງ​ກອນ​ເສດຖະກິດທີ່​ມີ​ສະພາບ​ການ​ຄ້າດີ​ທີ່​ສຸດ​ໃນ​ທົ່ວ​ໂລກ.

ສິງກະ​ໂປ​ແລະ​ຮົງ​ກົງ​ຢູ່​​ແຖວ​ໜ້າ​​ແມ່ນ​ຍ້ອນ​ເຂົາ​ເຈົ້າ​ມີ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ທີ່​ສຳ​ເລັດ​ຜົນ,ການ​ຄຸ້ມ​ຄອງ​ຊາຍ​ແດນ​ຢ່າງມີ​ປະສິດທິ​ຜົນ​ສູງ,ມີ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ແລະ​ໂທລະຄົມ​ມະນາຄົມ​ທີ່​ກ້າວໜ້າ​ແລະມີ ສະພາບ​ແວດລ້ອມ​ການ​ຄ້າ​ທີ່​ດີງາມ​ເປັນ​ຕົ້ນ.​​ແຜ່ນ​ດິນ​ໃຫຍ່ຈີນ​ເປັນ​ທີ49,ດ້ານຄົມ​ມະ​ນາ​ຄົມ​ສະດວກ​ແລະ​ລະບຽບ​ການການ​ຄ້າ​ກະທັດ​ຮັດໄດ້​ຄະ​ແນນ​ສູງ.

ອາ​ເມ​ລິ​ກາ​​ເປັນທີ16​.ບົດ​ລາຍ​ງານ​ເຫັນ​ວ່າ​ອາ​ເມ​ລິ​ກາ​ມີ​ການ​ຈຳກັດ​ໃນ​ດ້ານ​ການ​ຮັບ​ອະນຸຍາດ​ເຂົ້າ​ຕະຫຼາດ,ການ​ເຄື່ອນ​ໄຫວ​ຕ້ອງ​ໂທດ,ຄວາມ​ຮຸນ​ແຮງ​ແລະ​ການ​ໂຈມ​ຕີ​ຂອງການ​ກໍ່​ການ​ຮ້າຍ​ໄດ້​ຍົກ​ສູງ​ຕົ້ນ​ທຶນ​ທາງ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>