ມາເລເຊຍຈະສ້າງຕັ້ງສະຖາບັນຂົງຈື້ແຫ່ງທຳອິດ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ຕອນບ່າຍວັນທີ8 ກໍລະກົດນີ້,ມະຫາວິທະຍາໄລມາເລຢາ ທີ່ເປັນມະຫາວິທະຍາໄລທີ່ມີຊື່ສຽງຂອງມາເລເຊຍກັບຫ້ອງການໜ່ວຍງານເຜີຍແຜ່ພາສາຈີນສາກົນແຫ່ງຊາດຈີນເຊັນສັນຍາຢູ່ກົວລາ ລຳເປີ,ແລະຈັດພິທີ,ສ້າງຕັ້ງສະຖາບັນຂົງຈື້ຂອງມະຫາວິທະຍາໄລມາເລຢາຢູ່ກົວລາ ລຳເປີ,ນີ້ແມ່ນສະຖາບັນຂົງຈື້ແຫ່ງທຳອິດທີ່ມາເລເຊຍສ້າງຕັ້ງ.
ໃນເວລາເຂົ້າຮ່ວມພິທີ,ທ່ານຮາວພິງ ລັດຖະມົນຕີຊ່ວຍວ່າການກະຊວງການສຶກສາທິການຈີນກ່າວວ່າ,ການສ້າງຕັ້ງຂອງສະຖາບັນພາສາຈີນຂົງຈື້ຂອງມະຫາວິທະຍາໄລມາເລຢາຈະຊຸກຍູ້ຄວາມກັນແລະມິດຕະພາບລະຫວ່າງປະຊາຊົນສອງຊາດຕື່ມອີກ.
ໃນເວລາເຂົ້າຮ່ວມພິທີ,ທ່ານໂຮກົກຈົງ ລັດຖະມົນຕີຊ່ອຍວ່າການກະຊວງການສຶກສາຊັ້ນສູງມາເລເຊຍກ່າວວ່າ,ການສ້າງຕັ້ງຂອງສະຖາບັນພາສາຈີນຂົງຈຶ້ຂອງມະຫາວິທະຍາໄລມາເລຢາ,ເປັນການສະໜອງຊ່ອງທາງອັນໃໝ່ເພື່ອຄົນມາເລເຊຍ,ໂດຍສະເພາະແມ່ນຄົນທີ່ບໍ່ແມ່ນຈີນຕ່າງດ້າວຮຽນພາສາຈີນ,ເຂົ້າໃຈຈີນ,ນີ້ແມ່ນເລື່ອງດີຕໍ່ການຊຸກຍູ້ການແລກປ່ຽນວັດທະນະທຳແລະການພົວພັນໄມຕີຈິດມິດຕະພາບລະຫວ່າງມາເລເຊຍກັບຈີນ.