ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່ສືບ​ຕໍ່​​ແຜ່​ລະບາດ​ໃນ​ທົ່​ໂລກ​ໄທມີ​ຜູ່​ເປັນເພີ່ມ290ຄົນ​

(GMT+08:00) 2009-07-09 17:03:14 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່ AHIN1​ສືບ​ຕໍ່​ແຜ່​ລະບາດ​ໃນ​ທົ່ວ​ໂລກ.ມາຮອດ21​ໂມງ ວັນ​ທີ8 ກໍລະກົດ​ນີ້​ຕາມ​ເວລາ​ວຽງ​ຈັນ,ອົງການ​ອະນາ​ໄມ​ໂລກ​ໄດ້​ຢືນ​ຢັນ​136ປະ​ເທດ​ແລະ​​ເຂດ​​ແຄວ້ນທົ່ວ​ໂລກ​ທັງ​ໝົດ​ມີ94512ຄົນ​ເປັນ​ພະຍາດ​ນີ້​,​ໃນ​ນັ້ນ​ມີ429ຄົນ​ເສຍ​ຊີວິດ.ມື້​ດຽວ​ກັນ,​ໄທປະກາດ​ວ່າ​ມີ2ຄົນ​ເສຍ​ຊີວິດຍ້ອນພະຍາດ​ນີ້​,​​ແລະ​ວັນ​ທີ8ກໍ່​ເປັນ​ມື້​ທີ່​ມີຜູ່​ເປັນ​ພະຍາດ​ເພີ່ມ​ຂຶ້ນ290ຄົນ,ຊຶ່ງ​ເປັນ​ມື້​ທີ່ມີຜູ່​ເປັນ​ພະຍາດ​ເພີ່ມຫຼາຍ​ກວ່າ​ໝູ່​​ໃນ​ໄລຍະ1​ເດືອນກວ່າ​ມາ​ນີ້ຢູ່ໄທ.

ທ່ານ​ມານິດ ​ໂນ​ພາມ​ອນບໍດີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາ​ລະນະ​ສຸກ​ໄທ​ກ່າ​ວວ່າ,ມື້​ດຽວ​ກັນ,ຜູ່​ເປັນ​ພະຍາດ​ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່2ຄົນ​ໄດ້ເສຍ​ຊີວິດ​ຢູ່​ໂຮງໝໍ​ຂອງ​ບາງກອກ​ແລະ​ພູເກັດ​ຂອງ​ໄທ. ຮອດ​ປັດຈຸບັນ, ໄຂ້ຫວັດ​ໃຫຍ່​ສາຍ​ພັນ​ໃໝ່ໄດ້​ເຮັດ​ໃຫ້ມີ11ຄົນ​ເສຍຊີວິດຢູ່​ໄທ.ມື້​ດຽວ​ກັນ,ທ່ານ​ອະ​ພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ຢືນຢັນ​ວ່າ,ຍ້ອນສະພາຂອງ​ພະຍາດ​ຢູ່​ໄທ​ໃນ​ປັດຈຸບັນຮ້າຍແຮງຂຶ້ນ,ກະຊວງ​ສາທາລະນະ​ສຸກ​ໄທ​ໄດ້​ສະ​ເໜີ​ໂຮງຮຽນ​ຢຸດ​ຮຽນ2ອາທິດ.ຂໍ້​ສະ​ເໜີ​ນີ້​ຍັງ​ຕ້ອງລໍຖ້າໃຫ້​ຄະນະ​ລັດຖະບານ​ອະນຸມັດກ່ອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>