ກອງ​ປະ​ຊຸມ​ສົນ​ທະ​ນາ​ສຸດ​ຍອດ​ລະ​ຫວ່າງ​ G 8​ກັບ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຈັດ​ຂຶ້ນ​ຢູ່​ເມືອງ​ລາ​ກີ​ລາ​ຂອງ​ອີ​ຕາ​ລີ

(GMT+08:00) 2009-07-10 15:55:12 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ກອງ​ປະຊຸມ​ສົນທະນາສຸດ​ຍອດ​ລະຫວ່າງ​ ກຸ່ມ 8 ປະ​ເທດ​ຫລື G8 ​ກັບປະ​ເທດ​ທີ່​ພວມ​ພັດທະນາ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ລາ​ກີລາ​ຂອງ​ອີ​ຕາ​ລີ​ໃນ​ວັນ​ທີ 9 ກໍລະກົດ​ນີ້.ກອງ​ປະຊຸມ​ຕົ້ນຕໍ​ໄດ້​ຫາລື​ບັນຫາ​ທີ່​ປະຊາ​ຄົມ​ໂລກ​ສົ​ນ​ໃຈ​ທີ່​ສຸດ​ໃນ​ປັດຈຸບັນ,​ເຊັ່ນ:ການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນກັບ​ການ​ຊຸກ​ຍູ້​ເສດຖະກິດ​​ໂລກ​ໃຫ້​ຟື້ນ​ຕົວ​ຄືນ​ໃຫມ່, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ປອດ​ໄພ​ດ້ານ​ພະລັງງານ,ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ແລະ​ການ​ຄ້າ​ສາກົນ.ທ່ານ​ໄຕ້​ປິງ​ໂກ,ທີ່​ປຶກສາ​​ແຫ່ງ​ລັດ​ຈີນ,ຜູ່​ຕາງຫນ້າ​ທ່ານ​ຫູ​ຈີນ​ທາວ,ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າຮ໋ວມກອງ​ປະຊຸມ.​ແລະ​ໄດ້​ບັນ​ລະ​ຍາຍ​ຫລັກ​ຫມັ້ນ​ຂອງ​ຈີນ.

ທ່ານ​ໄຕ້​ປິງ​ໂກ​ກຊີ້​ອອກ​ວ່າ,ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຂອງປະ​ເທດ​ຕ່າງໆ​ໂດຍ​ສະ​ເພາະ​ແມ່ນຂອງ​ປະ​ເທດ​ໃຫຍ່ດ້ານ​ເສດຖະກິດ​ຈະ​ກະທົບ​ເຖິງ​ປະ​ເທດ​ອື່ນໆ,​ໃນ​ເວລາ​ວາງ​ນະ​ໂຍບາຍຟື້ນຕົວ​ເສດຖະກິດ​,ບໍ່​ພຽງ​ແຕ່​ຕ້ອງ​ຄຳນຶງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕົນ​ເອງທໍ່​ນັ້ນ, ​ແຕ່ກໍ່​ຄວນ​ຄຳນຶງເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອື່ນ​ໆ​ອີກ​ດ້ວຍ.

ໃນ​ເວລາ​ເວົ້າ​ເຖິງການຊຸກຍູ້​ການ​ປະຕິ​ຮູບ​ລະບົບ​ການ​ເງິນ​ສາກົນ, ທ່ານ​ໄຕ້​ປີງ​ໂກກ່າວ ວ່າ, ຄວນ​ເລັ່ງລັດ​ປະຕິ​ຮູບ​ໂຄງ​ປະກອບ​ການ​ຄຸ້ມ​ຄອງ​ຂອງ​ອົງການ​IMF​ແລະ​ ​ທະນາຄານ​ໂລກ, ຍົກ​ສູງ​ສິດ​ປະກອບ​ຄຳ​ເຫັນ​ແລະ​ລັກສະນະ​ຕົວ​ແທນ​ຂອງ​ປະ​ເທດ​ພວມ​ພັດທະນາ.

​ໃນ​ເວລາ​ກ່າວ​ເຖິງການ​ຊຸກຍູ້​ໃຫ້​ປະ​ເທດ​ຕ່າງໆ​ພັດທະນາ​ຮ່ວມ​ກັນ, ທ່ານ​ໄຕ້​ປີງ​ໂກກ່າວ​ວ່າ, ອົງການ​ການ​ເງິນ​ສາກົນ​ຄວນ​ເອົາ​ຊັບພະຍາກອນ​ໃໝ່​ໃຊ້​ເຂົ້າ​ໃນ​ການ​ຊ່ອຍ​ເຫຼືອ​ປະ​ເທດ​ພວມ​ພັດທະນາ​​ໃຫ້ຫຼຸດ​ພົ້ນຈາກ​ຄວາມຫຍຸ້ງ​ຍາກ​ກ່ອນ, ສະໜອງ​​ເງິນ​ກູ້​ໃຫ້​ປະ​ເທດ​ພວມ​ພັດທະນາ. ປະ​ເທດ​ທີ່​ພັດທະນາ​ແລ້ວ​ຄວນ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ໃຫ້ການຊອຍ​ເຫຼືອ​ເຂົາ​ເຈົ້າ, ສະໜອງ​ການ​ຊ່ອຍ​ເຫຼືອ​ທີ່​ບໍ່​ມີ​ເງື່ອນ​ໄຂ​ການ​ເມືອງ​ໃດໆ​ຕື່ມ​ອີກ, ຊ່ອຍ​ເຫຼືອ​ປະ​ເທດ​ພວມ​ພັດທະນາ​ເພີ່ມ​ການ​ສ້າງ​ຄວາມ​ສາມາດ. ​ແຕ່​ປະ​ເທດ​ພວມ​ພັດທະນາ​ກໍ່​ຄວນຫາບ​ແບກ​ໜ້າ​ທີ່​ພັດທະນາ​ຂອງ​ປະ​ເທດຕົນ​ເອງ, ຄວນ​ເອົາ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ເປັນ​ໜ້າ​ທີ່​ສຳຄັນ​ຂອງ​ຕົນ.
ຝ່າຍ​ຈີນ​ເຫັນ​ວ່າ, ​ເປົ້າ​ໝາຍພື້ນຖານຂອງການ​ປັບປຸງ​ເສດຖະກິດ​ໂລກ​ແມ່ນ​ຊຸກຍູ້​​ໃຫ້​ເສດຖະກິດ​ໂລກ​ພັດທະນາ​ໄປ​ຕາມ​ທິດ​ທາງ​ທີ່​ດຸນ​ດຽງ, ມີ​ຜົນ​ປະ​ໂຫຍ​ດທົ່ວ​​ໄປ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ການຄຸ້ມ​ຄອງເສດຖະກິດ​ໂລກ​ຄວນ​ແມ່ນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຮ່ວມມື​ກັນ. ການ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາ​ບບໍ່​ພຽງ​ແຕ່​ແມ່ນ​ຮູບ​ການ​ເທົ່າ​ນັ້ນ, ຄວນ​ມີຄວາມ​ສະ​ເໝີ​ພາບ​ໃນ​ດ້ານ​ທາດ​ແທ້​ແລະ​ໃນການ​ຕົກລົງ​ນະ​ໂຍບາຍ.

​ໃນ​ຕອນທ້າຍ​ທ່ານ​ໄຕ້​ປີງ​ໂກ່ຊີ້​ອອກ​ວ່າ, ຝ່າຍ​ຕ່າງໆ​ເຕົ້າ​ໂຮມ​ກັນ​ຢູ່​ລາກີ​ລາ​ກໍ່​ແມ່ນ​ເພື່ອ​ສົ່ງ​ສານ​ຍານອັນ​ຈະ​ແຈ້ງ​ຮ່ວມ​ກັນ​ຄື: ພວກ​ເຮົາ​ຄວນ​ຮ່ວມ​ມື​ກັນ​ແລະ​ພວກ​ເຮົາກໍ່​ສາມາດ​ຮ່ວມ​ມື​ກັນ​ໄດ້.

ກອງ​ປະຊຸມ​ສົນທະນາສຸດ​ຍອດ​ລະຫວ່າງ​G8ກັບປະ​ເທດ​ພວມ​ພັດທະນາ​ຄັ້ງນີ້​ແມ່ນ​ຈັດ​ຂຶ້ນພາຍ​ໃຕ້​ສະພາບ​ທີ່​ວິ​ກິດ​ການ​ການ​ເງິນ​ສາກົນພວມ​ແຜ່​ລະບາ​ດຢ່າງ​ຮ້າຍ​ແຮງ​,ຄວາມ​ສຳຄັນ​ຂອງ​ປະ​ເທດ​ພວມ​ພັດທະນາຍິ່ງພົ້ນ​ເດັ່ນ​ໃນ​ກອງ​ປະຊຸມ​ຄັ້ງນີ້. ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ມາ​ຈ່າວ​ຊູ້,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: "ນັບ​​ແຕ່​ມື້​G8​ເລີ່​ມດຳ​ເນີນ​ການ​ສົນທະນາ​ກັບປະ​ເທດ​ພວມ​ພັດທະນາ​ເ​ປັນ​ຕົ້ນມາ, ປະ​ເທດ​ພວມ​ພັດທະ​ນາ​ກໍ່​ຫວັງ​​ແລະ​ມີ​ຈຸດປະສົງ​ຢາກ​ສົນ​ທະ​ນາ​ກັບG8​ແລະ​ປະ​ເທດ​ທີ່​ພັດທະ​ແລ້ວ​ຢູ່​ບົນ​ພື້ນຖານ​ທີ່​ສະ​ເໝີ​ພາບ​ກັນ.ບໍ່​ວ່າ​ຮູບ​ການ​ກອງ​ປະຊຸມ ການ​ເລືອກຫົວ​ຂໍ້​ກອງ​ປະຊຸມ​ຫຼືຮູບ​ແບບ​ສົນທະນາ​ລ້ວນ​ແຕ່​ຢາກສະ​ແດງ​ໃຫ້​ເຫັນ​ຄວາມ​ ​ສະ​ເໝີພາບ​ກັນ,​​ເພື່ອດຳ​ເນີນ​ການ​ສົນທະນາ​ຢ່າງ​ຈິງ​ໃຈ​ແລະ​ເລິກ​ເຊິ່ງກັບສະມາ ຊິກG8ຢູ່​ບົນ​ພື້ນ​ພານ​ທີ່​ສະ​ເໝີ​ພາບ​ກັນ,ພ້ອມ​ກັນ​ປຶກສາ​ຫາລືວ່າ​ຈະ​ແກ້​ໄຂ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ພວມປະ​ເຊີນ​ຮ່ວມ​ກັນນັ້ນ​ແນວ​ໃດ.ຂ້າພະ​ເຈົ້າ​ໄດ້​ເຫັນ​ຝ່າຍ​ເຈົ້າພາບ​ໄດ້​ທຳຄວາມ​ພະຍາ​ຍາມ​ຢ່າງ​ຫຼວງຫຼາຍ​ໃນ​ດ້ານ​ນີ້,ມາ​ຮອດ​ປະຈຸ​ບັນ​,ກອງ​ປະຊຸມ​ໄດ້​ດຳເນີນ​ຢ່າງ​ສະດວກ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>