ຜູ້​ເສຍ​ຊີວິດ​ໃນ​ເຫດການ"5ກໍລະກົດ"​ເພີ່ມ​ຂຶ້ນ​ເປັນ 192 ຄົນ

(GMT+08:00) 2009-07-16 10:56:57 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI,ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ສະບັບ​ວັນ​ທີ 16 ກໍລະກົດ​ນີ້​ລາຍ​ງານ​ວ່າ,​ເຫດການ"5ກໍລະກົດ"ຢູ່​ອຸລຸ​ມກີ​ແມ່ນ​ເຫດການ​ຈະລາຈົນ​ທີ່​ໜັກໜ່ວງ​ທີ່​ສຸດ​ນັບ​ແຕ່​ປົດ​ປ່ອຍ​ເຂດ​ຊິ່ນຈ່ຽງມານີ້. ມາ​ຮອດ​ປັດຈຸບັນ, ​ເຫດການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ມີ 192 ຄົນ​ເສຍ​ຊີວິດ,​ໃນ​ນັ້ນ ສ່ວນຫຼາຍທີ່​ສຸດ​ແມ່ນ​ປະຊາຊົນ​ທີ່ບໍ່​ມີ​ຄວາມ​ຜິດ​ຫຍັງ,1.721 ຄົນ​​ໄດ້​ຮັບບາດ​ເຈັບ.

ປັດ​ຈຸ​ບັນ ​​ມີ 900 ຄົນ​ແລ້ວ​ທີ່​ປິ່ນປົວ​ເຊົາ​ດີ​​ແລະອອກ​ໂຮງໝໍ​ແລ້ວ,881 ຄົນ​ຍັງ​ສືບຕ​ຕໍ່ປິ່ນປົວ​ຢູ່​​,​ໃນ​ນັ້ນ 179 ຄົນ​ເຈັບ​ໜັກ​ສົມຄວນ,66 ຄົນ​ບາດ​ເຈັບ​ສາຫັດ​. ​ເຫດການ​ດັ່ງ​ກ່າວ​ຍັງ​ໄດ້​ເຮັດ​ໃຫ້​ເກີ​ດມີ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງຫຼວງຫຼາຍ,ມີຮ້ານ​ຄ້າ 331 ຮ້ານ​,ລົດຍົນ 627 ຄັນ​ຖືກ​ທຸບ​ຕີ​ຈູດ​ເຜົາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>