ອາເມລິກາຈະໃຊ້ນະໂຍບາຍສອງດ້ານໃນບັນຫາສປປເກົາຫລີ
(GMT+08:00) 2009-07-18 19:09:53 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI: ວັນທີ 18 ກໍລະກົດນີ້, ຢູ່ທີ່ເຊອຸ່ນ ນະຄອນຫຼວງສາທາລະນະລັດເກົາຫລີ, ທ່ານເຄິດ ຄາເບັນ ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດອາເມລິກາທີ່ຮັບຜິດຊອບວຽກງານອາຊີປາຊີຟິກກ່າວວ່າ, ໃນບັນຫາສປປເກົາຫລີ, ອາເມລິກາຈະໃຊ້ນະໂຍບາຍສອງດ້ານ, ທັງເຫັນດີຈັດການເຈລະຈາກ່ຽວຂ້ອງກັບສປປເກົາຫລີໃນກໍລະນີພິເສດ, ທັງປະຕິບັດຕາມມະຕິກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ກ່ຽວກັບສປປເກົາຫລີ.
ມື້ດຽວກັນ, ໃນເວລາເດີນທາງໄປຮອດເຊອຸ່ນ, ທ່ານເຄິດ ຄາເບັນກ່າວວ່າ, ໃນປະຈຸບັນ, ຖ້າສປປເກົາຫລີຍອມປະລະ"ຄວາມມັກໃຫຍ່ຝັນສູງໃນບັນຫານິວເຄຼີຍ", ອາເມລິກາຍິນດີເຈລະຈາກັບສປປເກົາຫລີ. ທ່ານຍັງກ່າວວ່າ, ອາເມລິກາພວມປຶກສາຫາລືຢ່າງຕັ້ງໜ້າກັບຝ່າຍທີ່ກ່ຽວຂ້ອງກັບບັນຫາແຫຼມເກົາຫລີກ່ຽວກັບມາດຕະການການຕ່າງປະເທດທີ່ຈະນຳໃຊ້ໃນຕໍ່ໜ້າ, ຈັດການເຈລະຈາ 5 ຝ່າຍກ່ຽວກັບບັນຫານິວເຄຼີຍແຫຼມເກົາຫລີນອກຈາກສປປເກົາຫລີແມ່ນມີຄວາມອາດເປັນໄປໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ