ຢຸນນານສົ່ງອອກຜັກສົດ100ໂຕນໃຫ້ໄທທຸກມື້ແຕ່ເດືອນສິງຫາປີນີ້ເປັນຕົ້ນໄປ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ຕາມຂ່າວທີ່ສະມາຄົມຜັກສົດແຂວງຢຸນນານສະໜອງ,ແຕ່ວັນທີ1 ສິງຫາປີນີ້ເປັນຕົ້ນໄປ,ສະມາຄົມຈະຈັດສົ່ງຂາຍຜັກສົດ100ໂຕນໃຫ້ໄທຕໍ່ມື້,ແລະເພີ່ມປະລິມານສົ່ງອອກຕາມຄວາມຕ້ອງການຂອງຕະຫຼາດ.ໃນປີໜ້າຈະເພີ່ມຮອດ400ໂຕນຕໍ່ມື້.
ຜູ່ຮັບຜິດຊອບກ່ຽວຂ້ອງຂອງສະມາຄົມຜັກສົດຢຸນນານເຫັນວ່າ,ຂະໜາດການຄ້າຜັກສົດລະຫວ່າງຢຸນນານກັບໄທໄດ້ເພີ່ມທະວີຢ່າງບໍ່ຂາດສາຍກໍ່ແມ່ນໝາກຜົນຂອງການສ້າງສາເຂດການຄ້າເສລີຈີນອາຊຽນໄດ້ພັດທະນາຢ່າງບໍ່ຂາດສາຍ.ຄຽງຄູ່ກັບເສັ້ນທາງຄຸນມິງບາງກອນເລີ່ມແລ່ນລົດໃນປີກາຍນີ້,ບວກກັບມາດຕະການຕ່າງໆເຮັດໃຫ້ສິນຄ້າຜ່ານດ່ານພາສີຢ່າງສະດວກ,ເຮັດໃຫ້ການຂົນສົ່ງຜັກສົດຈາກຄຸນມິງໄປໄທພຽງແຕ່ຕ້ອງການ2ມື້,ຫຼຸດເວລາສັ້ນກວ່າເຄິ່ງໜຶ່ງ,ດັ່ງນັ້ນການເສຍຫາຍຂອງສິນຄ້າກໍ່ຫຼຸດລົງຢ່າງຫຼວງຫຼາຍ.
ອີງຕາມແຜນການຂອງຢຸນນານກັບໄທ,ໃນຂະນະດຽວກັນຢຸນນານສົ່ງອອກຜັກສົດໃຫ້ໄທນັ້ນ, ຢຸນນານຈະຊື້ສັດທະເລຈາກໄທ.