ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ໄຂ​ຂຶ້ນ​ຢູ່​ພູ​ເກັດ

(GMT+08:00) 2009-07-20 16:32:03 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ວັນ​ທີ20​ກໍລະກົດ​ນີ້,ຢູ່​ເກາະ​ພູ​ເກັດ,ພາກ​ໃຕ້​ຂອງ​ໄທ,ກອງ​ປະຊຸ​ມລັດຖະມົນ ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນປີ​ນີ້​ໄດ້​ໄຂ​ຂຶ້ນ,ກອງ​ປະຊຸມ​ຈະ​​ລົງ​ເລິກ​ຫາລື​ຫົວ​ຂໍ້ສຳຄັນ​ຕ່າງໆ ​ເຊັ່ນ ການ​ສ້າງ​ປະຊາ​ຄົມອາ​ຊຽນ,​​ເພີ່ມພະລັງ​ຕ້ານກັບ​ສິ່ງທ້າ​ທາຍ​ຕ່າງໆ​ແລະ​ສ້າງການ​ພົວພັນ​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ​ເປັນຕົ້ນ.

​ໃ​ນສຽງ​ເພງ"​ເສັ້ນທາງ​ຂອງ​ອາ​ຊຽນ"ທີ່​​ໄດ້​ຮັບຮອງ​ໃຫ້ເປັນ​ເພງສັນາ​ລັກ​ຂອງ​ອາ​ຊຽນ​ໃນ​ປີ​ນີ້,ກອງ​ປະຊຸມລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງທີ42ກໍ່​ໄດ້​ໄຂ​ຂຶ້ນ ຢ່າງ​ເປັນ​ທາງ​ການ.ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງນີ້​ແມ່ນ"ພ້ອມ​ກັນ​ດຳ​ເນີນ​ງານ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ທົ່​ວ​ໂລກ".​ກອງ​ປະຊຸມຄັ້ງນີ້​ແມ່ນ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຄັ້ງທຳ​ອິດ​ພາຍຫຼັງກົດ​ບັດ​ອາ​ຊຽນມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການແຕ່​​ເດືອນ​ທັນວາ​ປີ2008​ເປັນຕົ້ນມາ.ນອກ​ນີ້,ກອງ​ປະຊຸມ​​​ວົງ​ກວ້າງ​ຂອງ​ລັດຖະມົນຕີ​ການ​ຕ່າງ ປະ​ເທດ​ອາ​ຊຽນ​ແລະ​ເວທີ​ປຶກສາ​ຫາລືດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​​ອາ​ຊຽນຫຼືARFຄັ້ງທີ16ກໍ່​ຈະ​ຈັດ​ຂຶ້ຕາມລຳດັບ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ,ທ່ານ​ກະ​ສິດ ພິລົມ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ໄທ,​ເຊິ່ງ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຕໍ່​ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ຜູ້ຕາງໜ້າ​ຂອງ​ປະທດ​ຕ່າງໆ​ທີ່​ມາ​ຮ່ວມ​ປະຊຸມ.ທ່ານ ກ່າວ​ວ່າ:

 

"​ເດືອນສິງຫາ​ປີ 1967, ​ໄທ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທຳ​ອິດ, ​ເວລາ​ນັ້ນ​ມີ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ 5 ປະ​ເທດ​ອາຊີ​ອາຄະ​ເນ​ໄດ້​ເຂົ້າ​ຮ່ວມ​ປະຊຸມ. ກອງ​ປະຊຸມ​ລັດຖະມົນຕີ​​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທຳ​ອິດ​ໄດ້​ອອກ​ຖະ​ແຫຼ​ງການ​ບາງກອກ, ປະກາດສ້າງ​ຕັ້ງສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຫຼື​ອາຊຽນນ. ມື້​ນີ້, ​ໄທ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 42 ຢ່າງ​ພາກ​ພູມ​ໃຈ. ​ໃນມື້​ສຸດ​ທ້ຍ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 27 ປະ​ເທດ​ແລະ​ອົງການ​ສາກົນ​ຈະ​ປຶກສາ​ຫາລື​ຫົວ​ຂໍ້​ສຳຄັນພາກ​ພື້ນ​ແລະ​ສາກົນ​ທີ່​ຈະ​ມີ​ຜົນ​ກະທົບ​ຕໍ່​ອາ​ຊຽນ."

ທ່ານອະພິຊິດ ​ເວ​ດຊາ​ຊີວະ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ປະຊຸມ​ແລະ​ໄດ້​ຕ້ອນ​ຮັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ 10 ປະ​ເທດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້. ທ່ານ​ກ່າວ​ວ່າ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ສ້າງ​ປະຊາ​ຄົມ​ອາ​ຊຽນກ່ອນປີ 2015, ປະ​ເທດ​ສະມາຊິກ​ອາ​ຊຽນຕ້ອງການຜົນ​ຂະຫຍາຍ​ຈິດໃຈ​ຂອງ"ກົດ​ບັດ​ອາ​ຊຽນ"​ໃຫ້ນ​ເປັນ​ການ​ກະທຳຕົວ​ຈິງ. ທ່ານ​ກ່າວ​ວ່າ:

"ຖ້າວ່າ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ໄດ້​ທຳ​ຄວາມ​ພະຍາຍາມຮ່ວມ​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ປະຊາ​ຄົມ​ອາ​ຊຽນກໍ່​ຈະ​ໄດ້​ຮັບ​ຜົນສຳ​ເລັດ. ປະຊາຊົນ​ໃນ​ພາກ​ພື້ນ​ນີ້​ພຽງ​ແຕ່​ໃຊ້​ການ​ກະທຳ​ອັນ​ຕັ້ງໜ້າທີ່​ຈິງ​ຈັງຈິ່ງ​ສາມາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຂະ​ບວນການ​ໂລກາ​ພິວັດ. ອາ​ຊຽນຕ້ອງ​ເປັນ​ກຳລັງ​ນຳພາ​ຂອງ​ພາກ​ພື້ນ​ຈິ່ງ​ສາມາດ​ເຮັດ​ໃຫ້​ອາ​ຊຽນສາມາດ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດດ້ານ​ການ​ເມືອງ."

ທ່ານອະພິສິດ ​ເວດ​ຊາ​ຊີວະ ຍັງ​ກ່າວ​ເນັ້ນວ່າ,ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຕ່າງໆ​ຂອງອາ​ຊຽນ ກັບປະ​ເທດ​ຄູ່​​ເຈລະຈາຕື່ມ​ອີກ, ຮ່ວມພະລັງ​ຕ້ານກັບ​ສິ່ງ​ທ້າ​ທາຍຂອງ​ພາກ​ພື້ນ​ນີ້​ໃນ​ຂົງ​ເຂດ​ຕ່າງໆ, ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕ່າງໆ​ໃນ​ປະຈຸ​ບັນ​ແລະ​ອະນາຄົດ​ຢ່າງ​ບັງ​ເກີດ​ຜົນ, ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້ລວມມີ​: ວິ​ກິດ​ການ​ເສດຖະກິດ​ແລະ​ການ​ເງິນທີ່​ມີ​ລັກສະນະ​ທົ່ວ​ໂລກ, ​ສິ່ງແວດ​ລ້ອມ​ແລະ​ໄພ​ທຳ​ມະ​ຊາດ, ​ໄພ​ຂົ່ມຂູ່ທີ່​​​ແຝງ​ຊ້ອນ​ຢູ່​ ພ້ອມ​ດ້ວຍ​ບັນຫາ​ຄວາມ​ປອດ​ໄພ​ອື່ນໆ.

ຫຼັງ​ຈາກ​ພິທີ​ໄຂ​ປະຊຸມ, ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດຂອງ 10 ປ​ະ​ເທດອາ​ຊຽນຈະ​ພິຈາລະນາ​ເຖິງ​ມະຕິ​ສະບັບ​ປັບປຸງ​ຕ່າງໆ​ເຊັ່ນ​: ຮ່າງກົດ​ບັດ​ຂອງອົງການ​ສິດທິ​ມະນຸດ​ອາ​ຊຽນ​,​ ຍັດຕິ​ກົດ​ບັດ​ອາ​ຊຽນ ສະບັບ​ປັບປຸງແລະອື່ນໆ.  ​ຫຼັງຈາກ​ພິຈາລະນາ​ແລ້ວ, ຈະ​ຍື່ນໃຫ້​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນຄັ້ງ​ທີ 15  ຮັບ​ຮອງ.  ກອງ​ປະຊຸມ​ສຸດ​ຍອດອາ​ຊຽນຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ພູ​ເກັດ​ຂອງ​ໄທ​ໃນ​ເດືອນ​ຕຸລາ​ປີ​ນີ້.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>