ມາ​ເລ​ເຊຍ​ເພີ່ມ​ທະວີ​ມາດ​ຕະການ​ຮັກສາຄວາມ​ປອດ​ໄພ​ຂອງ​ສະຖານທູດ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ທີ່ປະຈຳ​ມ​າ​ເລ​ເຊຍ

(GMT+08:00) 2009-07-20 18:47:31 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ພາຍຫຼັງ​​ໂຮງ​ແຮມ2​ແຫ່ງ​ຂອງ​ຈາ​ກາກ​ດາ ນະ​ຄອນ​ຫຼວງ​ອິນ​ໂດ​ເນ​ເຊຍ​ເກີດ​​ເຫດການລະ​ເບີດ​ລຽນຕິດ​ໃນວັນ​ທີ17 ກໍລະກົດ​ນີ້,ຫວ່າງ​ມໍ່ໆ​ນີ້​ແລ້ວ,​ມາ​ເລ​ເຊຍ​ໄດ້​ເພີ່ມ​ທະວີ​ມາດ​ຕະການຮັກສາ​ຄວາມ​ປອດ​ໄພ​ຂອງ​ສະຖານທູດ​ຕ່າງ​ປະ​ເທດ​ຈຳນວນ​ໜຶ່ງ​ທີ່ປະຈຳ​ມາ​ເລ​ເຊຍ.

ວັນ​ທີ19 ກໍລະກົດ​ນີ້,ທ່ານ​ດາ​ຕຸກ ​ເຊຣີ ຮີ​ຊາ​ມູດິນ ຮູ​ເຊ​ນ ລັດຖະມົນຕີ​ວ່າການ​ກະຊວງພາຍ​ໃນມາ​ເລ​ເຊຍ​ກ່າວ​ວ່າ,​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມ​າ​ເລ​ເຊຍ​ມີ​ຄວາມ​ສາມາດ​ຂັດຂວາງ​ການ​ເຄື່ອນ​ໄຫວ​ການ​ກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ຢູ່​ມາ​ເລ​ເຊຍ.ທ່ານ​ຍັງ​ກ່າວ​ວ່າ, ສະຖານທູດຕ່າງປະ​ເທດຈຳນວນ​ໜຶ່ງ​ປະຈຳ​ມ​າ​ເລ​ເຊຍ​ເຄີຍ​ຮັບ​ຈົດໝາຍ​ຂູ່​ຂວັນ​ກ່ອນ​​ໂຮງ​ແຮມ2​ແຫ່ງ​ຂອງ​ຈາ​ກາກ​ດາ​ເກີດເຫດການ​ລະ​ເບີດ​ລຽນຕິດ.​ແຕ່​ທ່ານບໍ່​ເປີດ​ເຜີຍ​ລາຍ​ຊື່​ລະອຽດ​ຂອງ​ສະຖານທູດທີ່​ກ່ຽວຂ້ອງ.

ຕາມ​ການ​ແນະນຳ​ອີກ​ວ່າ,ປະ​ຈຸບັນ,ກະຊວງ​ປ້ອງ​ກັນຊາ​ດມາ​ເລ​ເຊຍ​ໄດ້​ເພີ່ມ​ທະວີ​ມາດ​ຕະການ​ປ້ອງ​ກັນ​ຢູ່​ດ່ານຊາຍ​ແດນ,ປ້ອງ​ກັນ​ບໍ່​ໃຫ້​ຄົນ​ຊົ່ວ​ທີ່​ກໍ່​ເຫດການ​ລະ​ເບີດ​ແຕກ​ລຽນຕິດຢູ່​ໂຮງ​ແຮມ​ຈາ​ກາກ​ດາ​​ເລັດ​ລອດ​ເຂົ້າມາ​ເລ​ເຊຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>