ຈີນ​ກ່າວ​ປະນາມຢ່າງ​ຮຸນ​ແຮງ​ແລະຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ລັດທິ​ການ​ກໍ່​ການ​ຮ້າຍທຸກຮູບ​ແບບ

(GMT+08:00) 2009-07-21 16:36:10 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21 ກໍລະກົດ​ນີ້,ທ່ານ​ຊິງ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ລັດທິ​ກໍ່​ການ​ຮ້າຍທຸກ​ຮູບ​ແບບ​.

ວັນ​ທີ17 ກໍລະກົດ​ນີ້,​ໂຮງ​ແຮ​ມລະດັບສູງ2​ແຫ່ງ​ຢູ່​ຈາ​ກາກ​ຕາ ນະຄອນຫຼວງ​ອິນ​ໂດ​ເນ​ເຊຍ​ເກີດ​ເຫດການລະ​ເບີດ2​ເທື່ອ,​ໄດ້​ເຮັດ​ໃຫ້9ຄົນ​ເສຍ​ຊີວິດ,50ຄົນ​ບາດ​ເຈັບ.​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເຫດ​ກາ​ນີ້,ທ່ານ​ຊິງ​ກ່າງ​ກ່າວ​ວ່າ, ຈີນ​ເຊື່ອ​ວ່າ,ລັດຖະບານ​ອິນ​ໂດ​ເນ​ເຊຍ​ຈະ​ໃຊ້​ມາດ​ຕະການ​ທີ່​ມີ​ຜົນ​ສັກສິດ,ຊຳລະ​​​ເຫດການ​ດັ່ງກ່າວ​ຢ່າງ​ເໝາະ​ສົມ.

ທ່ານ​ຊິງ​ກ່າງ​ກ່າວ​ວ່າ,ທ່ານ​ຢາງ​ເຈຍ​ຊີ ລັດຖະມົນຕີການ​ຕ່າງປະ​ເທດ​ຈີນ​ໄດ້​ໂທລະ​ສັບ​ລົມ​ກັບທ່ານ​ຮາ​ຊານ ວີຣາຢູດາ ລັດຖະມົນຕີ​ການ​ຕ່າງປະ​ເທ​ດອິນ​ໂດ​ເນ​ເຊຍ​ເພື່ອ​ສະ​ແດງ​ຄວາມ​ເຫັນ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>