ຊາວ​ຟີ​ລິບ​ປິນ​10ຄົນເສຍ​ຊີວິດ​ໃນ​ເຫດການ​ຍົນ​ຕົກ​ຢູ່​ອາຟກາ​ນິສຖານ

(GMT+08:00) 2009-07-21 18:57:00 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21 ກໍລະກົດ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິ​ນອອກ​ຖະ​ແຫຼ​ງການ​ວ່າ,ກຳມະກອນຟີ​ລິບ​ປິນ10ຄົນ​ທີ່​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ເສຍ​ຊີວິດ​​ໃນ​ເຫດການ​ເຮ​ລີ​ກົບ​ແຕຕົກທີ່​ເກີດ​ຢູ່​ແຂວງ​ຄັນ​ດາ​ຮາ​ຂອງອາ​ຟກາ​ນິສຖານ​ໃນ​ຫວ່າງ​ມໍ່ໆ​ນີ້.

ຍ້ອນ​ວ່າ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ອາ​ຟກາ​ນິສຖານ​ເກີດ​ສົງຄາມ​ຢ່າງ​ບໍ່​ຂາດ,ກ່ອນ​ນີ້,ລັດຖະບານ​ຟີ​ລິບ​ປິນ​ໄດ້​ປະກາດ​ຄຳ​ສັ່ງ​,ບໍ່​ອະນຸຍາດ​ພົນລະ​ເມືອງ​ປະ​ເທດ​ຕົນ​ໄປ​​ເຮັດ​ວຽກ​ຢູ່​ແຫ່ງ​ນັ້ນ.​ແຕ່​ອີງ​ຕາມ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຟີ​ລິບປິນກ່າວ​ວ່າ,ກຳມະກອນ​ຟີ​ລິບ​ປິນ10ຄົນ​ອາດ​ຈະ​ໄປ​ອາ​ຟກາ​ນິສຖານ​ກ່ອນ​ປະກາດ​ຄຳ​ສັ່ງ​ຫ້າມ.

ຟີ​ລິບ​ປິນ​ແມ່ນ​ປະ​ເທດທີ່​ສົ່ງ​ອອກແຮງ​ງານຫຼາຍ​ກວ່າ​ໝູ່,ປັດຈຸບັນ,ທົ່ວ​ປະ​ເທດມີ​ກຳມະກອນ​8ລ້ານ​ກວ່າ​ຄົນ​ທີ່​ຂຶ້ນ​ທະບຽນຢູ່​ລັດຖະບານ​ເຮັດ​ວຽກ​ຢູ່​ແຫ່ງ​ຕ່າງ​ໆ​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>