ການ​ຢ້ຽມ​ຢາມ​ຂອງ​ນາງ​ຮິວ​ລາ​ຣີ​ແມ່ນ​ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກັບ​ອາ​ຊຽນ​ໃຫ້​ດີ​ຂຶ້ນ

(GMT+08:00) 2009-07-22 17:38:27 cri
-----------------------------------------------------------------------------------------------------------------
ວັນ​ທີ 21 ກໍລະກົດ​ນີ້, ນາງ​ຮິວລາ​ຣີ  ຄຼິນຕັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​​​ໄດ້​ເລີ່​ມຢ້ຽມຢາມ​ໄທ, ຫຼັງ​ຈາກ​ນັ້ນ, ນາງ​ຍັງຈະ​ເຂົ້າຮ່ວມ​ກອງ​ປະຊຸ​ມ​ເປີດ​ກວ້າງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ ແລະ​ເວທີ​ປຶກສາ​ຫາລືດ້ານ​ການ​ເມືອງ​​ແລະ​ຄວາມ​ຫມັ້ນຄົງ​ໃນພາກ​ພື້ນ​ອາ​ຊຽນຫຼື ARF ທີ່​​ຈັດຂຶ້ນຢູ່​ເກາະ​ພູ​ເກັດ, ພາກ​ໃຕ້​ຂອງ​ໄທ, ​ແລະ​ຈະ​ຕາງຫນ້າ​​ໃຫ້ອາ​ເມ​ລິ​ກາ​ ເຊັນ​ສົນທິສັນຍາ​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​​​ໃນ​ອາຊີ​ອາຄະ​ເນຫຼື້ ATC, ນັກ​ວິ​ເຄາະ​ເຫັນ​ວ່າ, ການ​ຢ້ຽມຢາມ​ຂອງນາງຮິວລາ​ຣີ​​ເທື່ອ​ນີ້ແມ່ນ​ເພື່ອປັບປຸງການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກັບ​ອາ​ຊຽນ​ໃຫ້​ດີ​ຂຶ້ນ,​ແລ້ວ​ເພີ່ມ​ບົດບາດ​ອິດ​ທິພົນ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ​ນີ້.

ໂດຍ​ອີງ​ຕາມ​ວາລະປະຊຸມປະຈຳ​ວັນ​, ​ໃນ​ກອງ​ປະຊຸມ​ລັດ​ຖະມົນ​ຕີ​ການ​ຕ່າງ ປະ​ເທດ​ຂອງ 10 ປະ​ເທດ​ອາ​ຊຽນ​ແລະ​ອາ​ເມ​ລິ​ກາ​,  ນາງ​ຮິວລາ​ຣີ ຈະ​ຕາງຫນ້າ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ​ເຊັນ​ສົນທິສັນຍາ​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​​ໃນອາຊີ​ອາຄະ​ເນ.   ​​ໃນ​ຖະ​ແຫຼ​ງການ​ຮ່ວມ​, ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ​ເດືອນນີ້​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ອາ​ເມິ​ກາ​ທີ່​ຈະ​ເຂົ້າ​ຮ່ວມ​ສົນທິສັນຍາ​ດັ່ງກ່າວ​ໃນ​ໄວໆ​ນີ້, ​ ເຫັນ​ວ່າ ການ​ກະທຳ​ຂອງຂອງ​ອາ​ເມ​ລິ​ກາ​ແມ່ນ​ການ​​ໃຫ້​ຄວາ​ມສຳຄັນ​ຄືນ​ໃຫມ່ຕໍ່​ການ​ຊຸກຍູ້​ສັນ​ຕິ​ພາບ​ແລະ​ຄວາມ​ປ​ອດ​ໄພ​ຂອງ​ພາກ​ພື້ນ​ອາຊີ​ອາຄະ​ເນ. (ປ່ອຍ​ສຽງ 1)ຍ້ອນ​ວ່າ​ອາ​ເມ​ລິ​ກາ​ມີບົດບາດ​ສຳຄັນ​ໃນສາກົນ, ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ​ສົນທິສັນຍາດັ່ງກ່າວກໍ່​ແມ່ນ​ຈຸດ​​ເດັ່ນທີ່​ສຸດ​ຂອ່ງກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດອາ​ຊຽນ​ເທື່ອ​ນີ້. "ສົນທິສັນຍາ​​ໄມຕີ​ຈິດ​ແລະກາ​ນຮ່ວມ​ມື​ໃນ​ອາຊີ​ອາຄະ​ເນຫຼືTAC"​​ແມ່ນວາງ​ອອກ​ໃນ​ກອງ​ປະຊຸມສຸດ​ຍອດ​ອາ​ຊຽນຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ປີ 1976, ​ແມ່ນ​ເອກະສານ​ສຳຄັນ​ໜຶ່ງ​ຂອງ​ອາ​ຊຽນ. ​ເນື້ອ​ໃນ​ຂອງ​ມັນ​ລວມທັງ​ຜູ້​ລົງນາມ​ຕ້ອງໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​​ເຄົາລົບ​ເອກະລາດ​ແລະ​ອະທິປະ​ໄຕ​ເຊິ່ງກັນ​ແລະ​ກັນ, ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ກັນ​ແລະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ໂດຍ​ສັນຕິ. ປີ 1998, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໄດ້ລົງ​ນາມ​ດັດ​ແກ້​ສົນທິສັນຍາ, ​ເຮັດ​ໃຫ້​ປະ​ເທດ​ອື່ນໆ​ກໍ່​ສາມາດ​ເຂົ້າ​ຮ່ວມ​ສົນທິສັນຍາ​ດັ່ງກ່າວ​ໄດ້. ປັດຈຸບັນ​ນອກຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ​ແລ້ວ, ຈີນ, ຣັດ​ເຊຍ, ອິນ​ເດຍ, ຍີ່ປຸ່ນ​ ​ສ.​ເກົາຫຼ​ແລະ​ປະ​ເທດ​ອື່ນໆ​ລວມ 15 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ສົນທິສັນຍາ​ດັ່ງກ່າວ. ສະຫະພາບ​ເອີ​ລົບ​ໃນ​ຖານະ​ເປັນ​ອົງການ​ປະ​ເທດ​ກໍ​ພວມ​ຈະເຂົ້າ​ຮ່ວມ​ສົນທິສັນຍາ​ດັ່ງກ່າວ.

ອາ​ເມ​ລິ​ກາ​ເຂົ້າ​ຮ່ວມ"ສົນທິສັນຍາ​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​ໃນ​ອາຊີ​ອາຄະ​ເນ"ຖື​ວ່າ​ແມ່ນ​ສັນຍານ​ອັນ​ສຳຄັນທີ່​ອາ​ເມ​ລິ​ກາ"ກັບ​ຄືນ​ສູ່​ອາຊີ​ອາຄະ​ເນ". ນັກ​ວິ​ເຄາະ​ເຫັນ​ວ່າ, ນັບ​ແຕ່​ລັດຖະບານ​ໂອ​ບາ​ມາ​ຂຶ້ນຄອງ​ອຳນາດ​ມາ​ນີ້, ຍ້ອນ​ຮູ້ສຶກ​ວ່າມີ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ບົດບາດຂອງ​ອາ​ເມ​ລິ​ກາ​ໃນ​ອາຊີ, ພ້ອມ​ກັນ​ນັ້ນ​ກໍ​ເຫັນ​ວ່າການ​ປິດ​ລ້ອມ​ທາງ​ເສດຖະກິດ​ຕໍ່​ມຽນມາ​​ຫຼາຍ​ປີ​ມາ​ນີ້​ບໍ່​ສາມາດ​ປ່ຽນ​ແປງ​ສະພາບ​ການ​ຂອງ​ມຽນມາ​ໄດ້, ສະ​ນັ້ນ, ລັດຖະບານ​ໂອ​ບາ​ມາ​ຂຶ້ນ​ຄອງ​ອຳນາດ​ພຽງ​ແຕ່​ເດືອນ​ດຽວ​ກໍ່​ໄດ້​ສະ​ເໜີ​ນະ​ໂຍບາຍ​ໃໝ່​ຕໍ່​ອາຊີ, ລວມທັງ​ການ​ປັບປຸງ​ນະ​ໂຍບາຍ​ຕໍ່​ອາ​ຊຽນ. ນັກວິ​ເຄາະ​ຊີ້​ອອກ​ວ່າ, ອາ​ເມ​ລິ​ກາ​ເຂົ້າ​ຮ່ວມARF, ຍິ່ງ​ຈະມີ​ຜົນ​ດີ​ຕໍ່​ການ​ຮັບ​ມື​ກັບ​ມຽນມາ​​ແລະສ.ປ.ປ.​ເກົາຫຼີ, ພ້ອມ​ກັນ​ນັ້ນກໍ່​ສະກັດ​ກັ້ນ​ອິດ​ທິພົນ​ຂອງ​ປະ​ເທດ​ໃຫຍ່​ອື່ນໆ​ຢູ່​ພາກ​ພື້ນ​ອາຊີ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ໄລຍະ​ຈັດ​ກອງປະຊຸມ​ວົງ​ກວ້າງ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ແລະ​ເວທີ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນພາກ​ພື້ນ​ອາ​ຊຽນຫຼື ARF,ນາງ​ຮິ​ວລາຣີຈະ​ຈັດການ​ເຈລະຈາ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດສ.​ເກົາຫຼີ,ຈີນ,ຍີ່ປຸ່ນ​ແລະຣັດ​ເຊຍ,ປະ​ເທດ​ເຫຼົ່ານີ້​ລ້ວນ​ແຕ່​ມີ​ບົດບາດ​ສຳຄັນ​ໃນ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ.ສ່ວນ​ສປປ​ເກົາ ຫຼີກໍ່​ຈະ​ສົ່ງ​ຜູ້​ແທນ​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນຢູ່​ພູ​ເກັດ.ປະຊາ​ຄົມ​ໂລກ​ຫວັງ​ວ່າການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີທີ່​ໄດ້​ຢຸດສະຫງັກມາ​ໄດ້ໜຶ່ງ​ປີ​ປາຍ​ນັ້ນຈະສາມາດ​ເປີດ​ຄືນ​ໃໝ່.

ພາຍຫຼັງ​ອັດເວທີ​ປຶກສາ​ຫາລືARFແລ້ວ,ນາງ​ຮິ​ວລາຣີຍັງ​ຈະ​ຈັດການ​ປຶກສາ​ຫາລື​ບໍ່​ເປັນ​ທາງ​ການ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສີ່​ປະ​ເທດ​ລຸ່ມແມ່ນ້ຳຂອງ ຄື:ກຳປູ​ເຈຍ,ລາວ,ຫວຽດນາມ​ແລະ​ໄທ.​ເປົ້າໝາຍ​ຂອງ​ອາ​ເມ​ລິ​ກາ​ແມ່ນພ້ອມ​ກັບ​ສີ່​ປະ​ເທດ​ນີ້​ສ້າງ​ໂຄງ​ຮ່າງ​ໃໝ່​ຂອງ​ການ​ຮ່ວມ​ມື​ລະຫວ່າງອາ​ເມ​ລິ​ກາກັບປະ​ເທດ​​​ລຸ່ມແມ່ນ້ຳຂອງ,ດຳ​ເນີນ​ການ​ຮ່ວມ​ມື​ໃນ​ສາມ​ຂົງ​ເຂດ ​ເຊັ່ນ:ສິ່ງ​ແວດ​ລ້ອມ,ການ​ສຶກສາ​ແລະ​ສາທາລະນະ​ສຸກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>