ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ​ເຫດການລະ​ເບີດ​ລຽນຕິດ​ຂອງ​ໂຮງ​ແຮມ​ບໍ່​ມີ​ຜົນ​ສະທ້ອນ​ໃຫຍ່​ຕໍ່​ເສດຖະກິດ​ອິນ​ໂດ​ເນ​ເຊຍ

(GMT+08:00) 2009-07-22 18:17:30 cri
-----------------------------------------------------------------------------------------------------------------

ຕາມ​ຂ່າ​ວສານ​ຊິນ​ຮວາ:ວັນ​ທີ21 ກໍລະກົດ​ນີ້,ສື່​ມວນ​ຊົນອິນ​ໂດ​ເນ​ເຊຍລາຍ​ງານ​ວ່າ,ຫວ່າງ​ມໍ່ໆ​ນີ້,​ເຈົ້າ​ໜ້າ​ທີ່​ລັດຖະບານ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ເຫດການ​ລະ​ເບີດ​ລຽນຕິດຂອງ​ໂຮງ​ແຮມ​ທີ່​ເກີດ​ຂຶ້ນ​ຢູ່​ຈາ​ກາກ​ຕາ​ໃນ​ວັນ​ທີ17 ກໍ​ລະ​ກົດ​ນີ້​ຈະ​ບໍ່​ມີ​ຜົນ​ສະທ້ອນ​ໃຫຍ່​ຕໍ່​ເສດ​ຖະກິດ​ແລະ​ຕະຫຼາດຂອງ​ປະ​ເທດ​ນີ້.

ແຕ່​ຜູ່​ຊ່ຽວຊານ​ສະມາຄົມ​ນັກວິ​ເຄາະ​ຫຼັກ​ຊັບ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ເຖິງ​ວ່າ​ເຫດການ​ລະ​ເບີດ​ຈະ​ບໍ່​ເພີ່ມ​ທະວີ​ຄວາມ​ສ່ຽງ​ທີ່​ລົງທຶນ​ຢູ່​ອິນ​ໂດ​ເນ​ເຊ​ຍຢ່າງ​ຫຼວງ​ຫຼາຍ,​ແຕ່​ພວກ​ນັກ​ລົງທຶນ​ຈະ​ມີ​ທ່າ​ທີສັງ​ເກດໄປ​ກ່ອນ​ຍ້ອນ​ຮູ້ສຶກ​ສະພາບແວດ​ລ້ອມ​ລົງທຶນ​ຂອງ​ອິນ​ໂດ​ເນ​ເຊຍ​ບໍ່​ໝັ້ນ​ທ່ຽງ.ສະ​ນັ້ນ,ລັດຖະບານ​ຕ້ອງ​ຫາ​ຕົວ​ການ​​ເບື້ອງ​ຫຼັງ​ຂອງ​ການ​ໂຈມ​ຕີ​ການ​ກໍ່​ການ​ຮ້າຍ​​ເທື່ອ​ນີ້,ລົງ​ໂທດ​ມັນ​ທາງ​ກົດໝາຍຢ່າງ​ເດັດຂາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>