ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ APEC ຮ່ວມ​ກັນ​ຊຸກ​ຍູ້​ການ​ຄ້າ​ເສ​ລີ

(GMT+08:00) 2009-07-22 19:07:20 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 21 ຫາ​ວັນ​ທີ 22 ກໍລະກົດ​ນີ້, ​ໃນ​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ​ຂອງ​ອົງການຮ່ວມ​ມື​ເສດຖະກິດ​ອາຊີ​ປາຊິ​ຟິກຫຼື ​ເອ​ເບັກ, ທ່ານ​ເຊີນ​ເຕີ​ມິ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນຮຽກຮ້ອງ​ໃຫ້​ສະມາຊິກ​ອົງການ​ເ​ອ​ເບັກສືບ​ຕໍ່​ຊຸກ​ຍູ້​​ໃຫ້ການ​ຄ້າ​ເສລີ​ແລະ​ສະດວກ, ຄັດຄ້ານ​ລັກ​ທິປົກ​ປ້ອງ​ການ​ຄ້າ.

ທ່ານ​ເຊີນ​ເຕີ​ມິ​ງຍັງ​ກ່າວ​ວ່າ, ຈີນ​ຈະ​ຕັ້ງໜ້າ​ສະໜັບສະ​ໜູນ​ເຜີ​ຍ​ແຜ່ຄວາມ​ເຫັນ​ເອກະສັນ​ກັນ​ກ່ຽວ​ກັບ​ການຕໍ່​ຕ້ານ​ລັດທິປົກ​ປ້ອງ​ການ​ຄ້າ​ທີ່​ຜູ້ນຳ​ປະ​ເທດ​ຕ່າງໆ​ບັນລຸ​ໃນ​ກອງ​ປະຊຸມ​ສຸດ​ຍອດລອນ​ດອນ​ຂອງ​ກຸ່ມ 20 ປະ​ເທດ​ໃຫ້​ສະມາຊິກ​ອົງການ​ເ​ອ​ເບັກ. ທ່ານ​ກ່າວ​ເນັ້ນ​ວ່າ, ຕ້ອງ​ລະວັງ​ປະ​ເທດ​ຈຳນວນໜຶ່ງ​ຖື​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ຂໍ​ອ້າງ, ​ປະຕິບັດ​ລິດ​ທິປົກ​ປ້ອງ​ດ້ວຍຮູບ​ແບບ​ໃໝ່, ​ເຊັ່ນ: "ພາສີ​ກາກ​ບອນ​ຊາຍ​ແດນ​" ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>