ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຕ່າງໆ​ອາ​ຊຽນ​ເຕືອນ​ໃຫ້​ສ.ປ.ປ.​ເກົາ​ຫຼີ​ກັບ​ຄື​ສູ່​ໂຕະ​ເຈ​ລະ​ຈາ

(GMT+08:00) 2009-07-24 15:25:31 cri
-----------------------------------------------------------------------------------------------------------------

ໃນ​ໄລ​ຍະ​ຈັດ​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຕ່າງໆ​ອາ​ຊຽນ​ເທື່ອ​ນີ້,​ບັນ​ຫາ​​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໄດ້​​ເປັນ​ບັນ​ຫາ​ຈຸດ​ສຸມ​ອັນ​ໜຶ່ງ.​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ຕ່າງໆ​ທີ່​​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ພາ​ກັນ​ເຕືອນ​ໃຫ້​ສ.ປ.ປ.​ເກົາ​ຫຼີ​ກັບ​ຄືນ​ສູ່​ໂຕະ​ເຈ​ລະ​ຈາ,​ຊຸກ​ຍູ້​ໃຫ້​ແຫຼມ​ເກົາ​ຫຼີ​ບັນ​ລຸ​ການ​ປອດ​ອາ​ວຸດ​ນີວ​ເຄຼຍ​ດ້ວຍ​ວິທີ​ການ​ເຈ​ລະ​ຈາ.

​ໃນ​​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕ່າງໆ​ອາ​ຊຽນ,​ນາງ ຮີວ​ລາ​ຣີ ຄຼິນ​ຕັນ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​​ໄດ້​ດຳ​ເນີນ​ການ​ໄກ່​ເກ່ຍ​ທາງ​ການ​ທູດ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ, ​ແລະ​ໃຊ້​ແຮງ​ກົດ​ດັນ​ຕໍ່​ສ.ປ.ປ.​ເກົາ​ຫຼີ​ຢ່າງ​ເປີດ​ເຜີຍ.​ໃນ​ການ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ແລງ​ວັນ​ທີ 22 ກໍ​ລະ​ກົດ​ນີ້,​ນາງ​ຮີ​ວ​ລາ​ຣີ​ກ່າວ​ວ່າ,​ອາ​ເມ​ລິ​ກາ​ໄດ້​ຮັບການ​ສະໜັບ​ສະ​ໜູນ​ຈາກ​ຈີນ, ຣັດ​ເຊຍ,​ຍີ່​ປຸນ​ແລະ​ສ.​ເກົາ​ຫຼີ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ. ນາງ​ກ່າວ​ວ່າ: ​"ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ​4​ປະ​ເທດ​ລ້ວນ​ແຕ່​ເຫັນ​ດີ​ວ່າການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ຮອບ​ດ້ານ,​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຮ່ວມ​ກັນ​ຂອງ​ປະ​ຊາ​ຄົມ​ໂລກ​ແມ່ນ​ສຳ​ຄັນ​ທີ່​ສຸດ; ​ແລະ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ສະ​ແດງ​ຈຸດ​ຢືນ​ດັ່ງ​ກ່າວ​ຢ່າງ​ເດັ່ນ​ຊັດ,​ນັ້ນ​ກໍ​ຄື​ບັນ​ລຸ​ການ​ປອດ​ນີວ​ເຄຼຍ​ຢ່າງ​ຮອບ​ດ້ານ​ແລະ​ປ່ຽນ​ແປງ​ບໍ່​ໄດ້​ແມ່ນ​ທາງ​ເລືອກ​ຢ່າງ​ດຽວ​ຂອງ​ສ.ປ.ປ.​ເກົາ​ຫຼີ.​ພວກ​ເຮົາ​ຈະ​ບໍ່​ໃຫ້​ຜົນ​ປະ​ໂຫຍດ​ຫຍັງ​ຈັກ​ຢ່າງ​ແກ່​ສ.ປ.ປ.​ເກົາ​ຫຼີ​ເພື່ອ​ໃຫ້​ເຂົາ​ກັບ​ຄືນ​ສູ່​ໂຕະ​ເຈ​ລະ​ຈາ​ນອກ​ຈາກ​ວ່າ​ເຂົາ​ເຮັດ​ແນວ​ນັ້ນ​ແທ້,​ຖ້າ​ບໍ່​ດັ່ງ​ນັ້ນ, ​ເຂົາ​ຈະ​ຕ້ອງ​ໂດດ​ດ່ຽວ​ແລະ​ຖືກ​ລົງ​ໂທດ​ຢ່າງ​ໄຮ້​ປານີ​ໃນ​ທົ່ວ​ໂລກ."

ໃນ​ຖານະ​​ເປັນ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເປີດ​ກວ້າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ແລະ​ເວ​ທີ​ປຶກ​ສາ​ຫາ​ລື​ARF,​ສ.ປ.​ປ​ເກົາ​ຫຼີ​ພຽງ​ແຕ່​ໄດ້​ສົ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ່​ຫນຶ່ງ​ທີ່​ຍັງ​ບໍ່​ເຄີຍ​​ໄປ​ປະ​ຈຳ​ຢູ່​ປະ​ເທດ​ໃດ​ມາກ​ອ່ນ​ນຳ​ພາ​ຄະ​ນະ​ຜູ່​ແທນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຢູ່​ພູ​ເກັດ​ຂອງ​ໄທ. ໂດຍ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ອັນ​ຮຸນ​ແຮງ​ຈາກ​ອາ​ເມ​ລິ​ກາ,​ທ່ານ​ລີ​ຮຸງ​ຊິກ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ປ.ປ​ເກົາ​ຫຼີ​ໄດ້​ກ່າວ​ຕອບ​ໂຕ້​ຢູ່​ພູ​ເກັດ​ຂອງ​ໄທວ່າ:

ການ​ເຈລະຈາ 6 ຝ່າ​ຍ​ໄດ້​ສິ້ນສຸດ​ລົງ​ແລ້ວ,​ອາ​ເມ​ລິ​ກາ​ ໃຊ້​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ທີ່​ສຸດ​ຕໍ່​ສ.ປ.ປ​ເກົາ​ຫຼີ​ ຕະ​ຫຼອດ​ມາ,​ຖ້າ​ອາ​ເມ​ລິ​ກາ​ບໍ່​ປ່ຽນ​ແປງ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ໃນ​ທັນ​ທີ,​ສ.ປ.ປ​ເກົາ​ຫຼີ​ຈະ​ບໍ່​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​6​ຝ່າຍ​ອີກ.

ວັນ​ທີ 23 ກໍລະກົດ​ນີ້, ​ໃນ​ເວລາທ່ານ​ຢາງ​ເຈຍ​ຊື, ລັດຖະ​ມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,​ທ່ານ​ກ່າວ​ວ່າ,​ໃນ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ,​ມະ​ຕິ​ຂອງ​ສະ​ພາ​ຄວາມ​ຫມັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ໄດ້​ຮັບ​ການ​ປະ​ຕິ​ບັດ.​ພ້ອມ​ກັນ​ນັ້ນ,​ຝ່າຍ​ຕ່າງໆ ​ຄວນ​ພະ​ຍາ​ຍາມ​ຫຼີກ​ເວັ້ນ​ບໍ່​ໃຫ້​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

ຫຼັກ​ຫມັ້ນ​ຂອງ​ຈີນ​ແມ່ນ​ຫມັ້ນ​ຫນຽວບໍ່​ປ່ຽນ​ແປງ,​ພວກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ທຸ້ມ​ເທ​ກຳ​ລັງ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ,​ຄັດ​ຄ້ານ​ການ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ​ຢ່າງ​ສິ້ນ​ເຊີງ.​ພວກ​ຂ້າ​ພະ​ເຈົ້າ​ທຸ້ມ​ເທ​ກຳ​ລັງ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ແລະ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເຫນືອ​ ມີ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ.​ບັນ​ຫາ​ນິວ​ເຄຼຍ​ຄວນ​ຜ່ານ​ການ​ເຈ​ລະ​ຈາ​ທາງ​ການ​ຕ່າງ​ປະ​ເທດ​ມາ​ແກ້​ໄຂ​ຢ່າງ​ສັນ​ຕິ.​ສະ​ນັ້ນ,​ປະ​ຈຸ​ບັນ,​ຝ່າຍ​ຕ່າງໆ​ທີ່​ກ່ຽວ ຂ້ອງ​ ຄວນ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ໃກ້​ຊິດ,​ຈີນ​ຈະ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ.​ການ​ເລີ່ມ​ຈັດ​ການ​​ເຈ​ລະ​ຈາ​6​ຝ່າຍ​ຄືນ​ໃຫມ່​ໂດຍ​ໄວ​ຈະ​ມີ​ຜົນ​ດີ​ຕໍ່​ທຸກ​ຝ່າຍ,​ພວກ​ເຮົາ​ຄວນ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ທີ່​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ​ຢ່າງ​ຈິງ​ຈັງ.
 
ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ວິດທະ​ວັດ ສະ​ລິ​ວິ​ຮົກ,​ຫົວ​ໜ້າ​ກົມ​ອາ​ຊຽນ​ຂອງ​ກະ​ຊວງ​ການ​ຕ່າງປະ​ເທດ​ໄທ​ກໍ່​ກ່າວ​ວ່າ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ອາຊ​ຽນທີ່​ຮ່ວມ​ປະ​ຊຸມ​ຫວັງ​ໃຫ້​ສປປ​ເກົາ​ຫຼີ​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​ຫົກ​ຝ່າຍ.​ທ່ານ​ກ່າວ​ວ່າ: ​"ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ຫວັງ​ໃຫ້​ສປປ​ເກົາ​ຫຼີ​ຈົ່ງ​ໂຄ​ລົບ​ມະ​ຕິ​ຕ່າງໆ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ,​ຫວັງ​ຢາກ​ເຕືອນ​ໃຫ້​ສປປ​ເກົາ​ຫຼີ​ກັບ​ຄືນ​ສູ່​ໂຕະ​ເຈ​ລະ​ຈາ​ໂດຍ​ສັນ​ຕິ,​ແລະ​ຢ່າ​ເຮັດ​ຕາ​ມ​ໃຈ​ໂຕ​ອີກ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>