ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແລະ​ເສດ​ຖະ​ກິດ​ຈີນ​-ອາ​ເມລິ​ກາ​ຮອບ​ທຳ​ອິດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

(GMT+08:00) 2009-07-29 16:45:28 cri
-----------------------------------------------------------------------------------------------------------------
ເມື່ອຜູ່​ຕາງຫນ້າ​ທີ່​​ເຂົ້າຮ່ວມ​ປະຊຸມ​​​​ໄດ້ຂ້ຽວວຽກ​​ເປັນ​ເວລາ 2 ວັນແລ້ວ, ການສົນທະນາ​ຍຸດ​ທະ​ສາດ​ແລະ​ເສດຖະກິດຈີນ​-ອາ​ເມລິ​ກາຮອບ​ທຳ​ອິດ​​ໄດ້​ອັດ​ລົງ​ຢູ່ທີ່ນະຄອນຫຼວງ​ວໍ​ຊິງ​ຕັນຂອງອ​າ​ເມ​ລິ​ກາ​​ໃນຕອນ​ຄ່ຳວັນ ທີ 28 ກໍລະ ກົດ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ . ການສົນທະນາ​ເທື່ອນີ້​​ໄດ້ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເຕັມ​ທີ່​ ໃນ​ບັນຫາ​ທີ່​ມີ​ລັກສະນະຍຸດ​ທະ​ສາດ, ຍາວ​ນານ​ທີ່ ກ່ຽວ​ພັນ​ເຖິງ​ຂົງ​ເຂດຄວາມ​ຫມັ້ນຄົງ​ທາງ​ການ​ເມືອງ​ແລະ​ເສດຖະກິດ., ສົ່​ງ​ເສີມ​ຄວາມ​ເຂົ້າ​ໃຈ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ ກ້າວ​ເຖິງຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນຫຼາຍ​ຢ່າງ, ​ແລະໄດ້​ຮັບ​ຫມາກຜົນ​ຢ່າງ​ດີງາມ.

ຕອນ​ບ່າຍ​ວັນ ທີ 28 ກໍລະ ກົດ​ນີ້, ທ່ານ​ວາງ​ສີ​ຊ່ານ,ຮອງ​ນາຍົກລັດຖະມົນຕີ ຈີ​ນ​​​ທີ່​ເປັນຜູ່​ຕາງຫນ້າພິ​ເສດ​ຂອງ​ທ່ານ​ຫູ​ຈິນທາວ,ປະທານ​ປະ​ເທດຈີນ​ ແລະທ່ານ​ຕ້າຍ​ປີງ​ກົວ, ທີ່​ປຶກສາ​ແຫ່ງ​ລັດ​ຈີນ ກັບນາງ​ຮິວລາ​ຣີ  ຄຼິນຕັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດທີ່​ເປັນຜູ່​ຕາງຫນ້າພິ​ເສດ​ຂອງ​ທ່ານບາຣັກ ​ໂອ​ມາ​ບາ,ປະທານາທິບໍດີ​ອາ​ເມ​ລິ​ກາ​ ແລະທ່ານ​ທີ​ໂມ​​ທີ ​ເກັສ໌​ເນີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​​ ​ໄດ້ປະກົດ​ຕົ​ວຢູ່​ອາຄານໄອເຊັນຮາວ​ບໍລິຫານ​ຂອງ​ທຳນຽບຂາວ​ດ້ວຍ​​ໃບ​ຫນ້າ​ທີ່ຍິ້ມ​ແຍ້ມ​ແຈ່ມ​ໃສ, ​ການສົນທະນາ​ຍຸດ​ທະ​ສາດ​ແລະ​ເສດຖະກິດຈີນ​-ອາ​ເມລິ​ກາຮອບ​ທຳ​ອິດ​​ທີ່ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້​ ໄດ້ສິ້ນ​ສຸດ​ລົງດ້ວຍຜົນສຳ​ເລັດ​ຢ່າງ​ຈົບງາມ​.  ນາງ​ຮິວລາ​ລີ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ປະເທດໄດ້ກ່າວຄຳ​ປາ​ໄສ, ​ແລະ​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ຫມາກຜົນທີ່​ໄດ້​ຮັບ​ໃນ​ການ​ສົນທະນາ​ເທື່ອ​ນີ້.


"ພວກ​ເຮົາ​ຫາ​ກໍ​ສິ້ນ​ສຸດການ​ປຶກສາ​ຫາລື​ສອງ​ວັນ​ທີ່​ເຮັດ​ໃຫ້ສະບາຍ​ໃຈ​ແລະ​ມີ​ໝາກຜົນ​ດີງາມ. ສອງ​ມື້​ຜ່ານ​ມາ​ນັ້ນ​ແມ່ນ​ບໍ່​ເຄີຍ​ມີ​ໃນ​ປະຫວັດ​ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ. ​ໃນ​ການ​ເຈລະຈາ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​, ​ພວກ​ເຮົາ​ໄດ້​​​ເຕົ້າໂຮ​ມເຈົ້າ​ໜ້າ​ທີ່ລະດັບສູງ​ຂອງ​ສອງ​ປະ​ເທດ​ຈຳນວນ​ຫຼາຍ​ທີ່​ສຸດ, ຂອບ​ເຂດ​ຂອງການ​ເຈລະຈາ​ກ່ຽວ​ພັນ​ເຖິງ​ຫຼາຍ​ຫົວ​ຂໍ້​ທີ່​ສຸດ. ໝາກຜົນ​ຂອງ​ການ​ເຈລະຈາ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ທີ່​ມີ​ລັກສະນະ​ການ​ຮ່ວມ​ມື, ຕັ້ງໜ້າ​ແລະ​ຮອບດ້ານ."

ທ່ານຫວາງ​ສີ​ຊ່ານ, ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​ອາ​ເມ​ລິ​ກາ​ໄດ້​ກ້າວ​ເຖິງ​ຂັ້ນ​ມີຄວາມ​ຮັບ​ຮູ້ທີ່​ເປັນ​ເອກະສັນ​ກັນ​ຕ່າງໆ​ໃນ​ດ້ານ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ. ທ່ານ​ກ່າວ​ວ່າ:
"ສອງ​ຝ່າຍ​ໄດ້​ຮັບ​ຮູ້​ວ່າ, ​ໃນ​ຂະນະ​ທີ່ວິ​ກິດ​ການ​ເສດຖະກິດ​ໂລກ​​ເດີນ​ໄປ​ສູ່​ການຟື້ນ​ຟູ, ການ​ກະ​ຕຸ້ນ​ເສດຖະກິດ​​ໃຫ້ເຕີບ​ໂຕ​ຍັງ​ແມ່ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ. ສອງ​ຝ່າຍ​ຄວນ​ເພີ່​ມທະວີ​ການ​ປະສານ​ງານ​ນະ​ໂຍບາຍ​ດ້ານ​ເສດຖະກິດ​ມະຫາ​ພາກ, ​ເຮັດ​ໃຫ້​ຕະຫຼາດ​ການ​ເງິນ​​ໝັ້ນ​ທ່ຽງ, ພະຍາຍາມ​ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ​​ແລະ​ເພີ່ມ​ໂອກາດ​ປະກອບ​ອາຊີບ. ພ້ອມ​ກັນ​ນັ້ນ, ກໍ່ຕັ້ງໜ້າ​ປ່ຽນ​ແປງ​ວິທີ​ພັດທະນາ​ເສດຖະກິດ, ອອກ​ແຮງ​ຊຸກຍູ້​ການ​ປັບປຸງ​ໂຄງ​ປະກອບ​, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປະຕິ​ຮູບ​ການ​ປິ່ນ​ປົວ​ສາທາ​ລະນະ​ສຸກ​ແລະ​ການ​ກໍ່ສ້າງ​ລະບົບ​ປະກັນ​ສັງຄົມ, ຊຸກຍູ້​ໃຫ້​ເສດຖະກິດ​ພັດທະນາ​ແບບ​ຍືນຍົງ."

ໃນ​ການ​ສົນທະນາ​ຍຸດ​ທະ​ສາດ​ຄັ້ງນີ້,ສອງ​ຝ່າຍ​ນອກຈາກ​ໄດ້​ສົນທະນາ​ກ່ຽວ​ກັບ​ການ​ພົວ ພັນ​ກັນ​ແລ້ວ,ຍັງ​ໄດ້​ລົງ​ເລິກ​ຫາລື​ບັນຫາ​ສາກົນ​ແລະ​ພາກພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ,ຄື: ບັນຫາ​ ​ນິວ​ເຄຼຍ​ແຫຼມ​ເກົາຫຼີ ສະຖຽນ​ລະ​ພາບ​ຂອງ​ອາຊີ​ໃຕ້​ແລະ​ສະພາບ​ການ​​ໃນ ຕາ​ເວັນ​ອອກ​ກາງ​​ແລະບັນຫາ​ອື່ນໆ,ຄື:ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ,ຄວາມ​ປອດ​ໄພ​ດ້ານ​ພະລັງງານ,ການ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ແລະ​ສາທາລະນະ​ສຸກ​ເປັນຕົ້ນ.ສອງ​ຝ່າຍ​ກ່າວ​ວ່າ​ຈະ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ແລະ​ບັນຫາ ອັນ​ສັບສົນຕ່າງໆ​ທີ່​ສັງຄົມ​ມະນຸດພວມ​ປະ​ເຊີນ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​,ພ້ອມ​ກັນ​ກ້າວ​ໄປ​ໜ້າ.ສອງ​ຝ່າຍ​ຕົກລົງ​ວ່າ,ການ​ສົນທະນາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ​ຮອບ​ທີ2​ຈະ​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ປີໜ້າ.ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມານັ້ນ​ແມ່ນCRI​ເຈາະ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ:ການ​ສົນທະນາ ຍຸດ​ທະ​ສາດ​ແລະ​​ເສດຖະກິດ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຮອບ​ທຳ​ອິດ​ໄດ້​ຮັບ​ໝາກຜົນ​​ເປັນຢ່າງ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>