ງານ​ກິລາ​ລາຍ​ມວຍອາຊີ​ຄັ້ງ​ປະຖົມມະ​ເລີກ​ຈັດ​ຂຶ້ນ​ຢູ່​ບາງກອກ

(GMT+08:00) 2009-08-02 17:02:42 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ1 ສິງຫາ​ນີ້,ງານ​ກິລາ​ລາຍ​ມວຍ​ອາຊີ​ຄັ້ງປະຖົມມະ​ເລີກ​ຈັດ​ຂຶ້ນ​ຢູ່​ບາງກອກ,ສະ​ເດັດ​​ເຈົ້າມະຫາ ວະຊິຣາລົງ​ກອນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ແລະ​ກ່າວ​ຄຳ​ປາ​ໄສ.

6​ໂມງຕອນ​ບ່າຍມື້​ດຽວ​ກັນ,ຢູ່​ສະໜາມກິລາມີ​ທົ່ມຮົວໝັກ​ຂອງ​ບາງກອກ,ນັກ​ກິລາ​ແລະ​ເຈົ້າ​ໜ້າ​ທີ່​ທີ່​ມາ​ຈາກ45ປະ​ເທດ​ແລະ​ເຂດ​ແຄວ້ນໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ.

ງານ​ກິລາ​ຄັ້ງ​ນີ້​ຈະ​ຈັດຢູ່​ບາງ​ກອກ​ແລະ​ຈັງ​ຫວັດສຸພັນ​ບູຣີຂອງ​ໄທ,ທັງ​ໝົດມີ​9ລາຍການ​ແຂ່ງຂັນລວມທັງ​ມວຍ​ໄທ,​​ເທ​ຄວັນ​ໂດ,​ໂຢ​ໂດ,ລາຍມວຍຈີນ​ເປັນ​ຕົ້ນ.ນີ້​ແມ່ນງານ​ກິລາ​​ສັງ​ລວມອີກ​​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ອາຊີ​ຈັດ​ຂຶ້ນພາຍຫຼັງ​ງານ​ກິລາຫາດ​ຊາຍ​ອາຊີ,ກໍ່​ແມ່ນ​ງານ​ກິລາ​ສັງ​ລວມທີ່​ຖື​ລາຍ​ມວຍ​ເປັນ​ຫົວ​ຂໍ້​ຕົ້ນຕໍ​ຄັ້ງ​ປະຖົມມະ​ເລີກໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>