ເຂດ​ປອດ​ພາສີ​ທ່​າ​ເຮືອ​ຊິ່ນ​ໂຈ່​ວກວາງຊີ​ພະຍາຍາມ​ເພື່ອ​ບັນລຸ​ເປົ້າ​ໝາຍ​ພັດທະນາ

(GMT+08:00) 2009-08-03 18:34:16 cri
-----------------------------------------------------------------------------------------------------------------

ຕາ​ມຂ່າວcri:ວັນ​ທີ2 ສິງຫາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວcri,ທ່ານ​ຮວາງ​ໂຈ່​ວ ຮອງຄອງ​ນະຄອນ​ປະຈຳການ​ຂອງ​ນະ​ຄອນ​ຊິ່ນໂຈ່​ວ​ເຂດກວາງຊີ​ຈີນ​ກ່າວ​ວ່າ,​ເຂດປອດ​​ພາສີ​ທ່າ​ເຮືອ​ຊິ່ນ​ໂຈ່​ວທີ່​ພວມ​ສ້າງສາ​ຢູ່​ນັ້ນພະຍາຍາມ​ໃນ​ຫຼາຍ​ດ້ານ,​ບັນລຸ​ເປົ້າ​ໝາຍ​ພັດທະນາ​ໂດຍ​ໄວ.

ທ່ານ​ຮວາງ​ໂຈ່​ວກ່າວ​ວ່າ,ເປົ້າ​ໝາຍຂອງ​ເຂດ​ປອດ​ພາສີທ່າ​ເຮືອຊິ່ນ​ໂຈ່​ວ​ແມ່ນ:​ສ້າງ​ໃຫ້​ເປັນ​ໃຈກາງ​ຂອງ​ເຂດ​ເສດຖະກິດ​ອ່າວ​ພາກ​ເໜືອທີ່​ໄຂ​ປະຕູ​ແລະ​ພັດທະນາ;ສູນ​ການ​ຂົນ​ສົ່ງ​ທາງ​ນ້ຳ​ສາກົນ​,ສູນ​ຈໍລະ​ຈອນ​ສິນຄ້າ​ແລະ​ແຫຼ່ງປຸງ​ແຕ່ງ​ທີ່ສິນຄ້າ​ສົ່ງ​ອອກ​ພາກ​ພື້ນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາຊ​ຽນ​ແລະ​ໄຂ​ປະຕູ​ພັດທະນາ​ສູ່​ສາກົນ.

ເພື່ອ​ບັນລຸ​​ເປົ້າ​ໝາຍນີ້,​ເຂດປອດ​ພາສີ​ທ່າ​ເຮືອຊິ່ນ​ໂຈ່​ວພວມ​ພະຍາຍາມ​​ໃນ3ດ້ານ​ຄື:"ໜຶ່ງເພີ່ມ​ທະວີ​ການດູດ​ດຶງ​ການ​ລົນ​ທຶນ;ສອງ​​ນຳ​​ເຂົ້າບາງ​ວິສາ​ຫະກິດທີ່​ມີ​ຊື່ສ​ຽງ​ໃນ​ໂລກ;ສາມ​ເຜີຍ​ແຜ່ນະ​ໂຍບາຍພິ​ເສດ​ກວ່າ​ໝູ່,ການ​​ແຈ້ງ​ພາສີສະດວກກວ່າ​ໝູ່,ການ​ບໍລິການ​ດີ​ກວ່າ​ໝູ່ຂອງ​ເຂດປອດ​ພາສີ​ທ່າ​ເຮືອ​ສູ່​ນອກ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>