ຄວາມ​ຂັດ​ແຍ່ງ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ອີ​ຣານ​ຢຸດ​ຕິ ລົງ​ຊົ່ວ​ຄາວ

(GMT+08:00) 2009-08-04 15:48:50 cri
-----------------------------------------------------------------------------------------------------------------
ວັນ​ທີ 3 ສິງຫາ​ນີ້,ສະຖານີ​ໂທລະພາບ​ຂ່າວ​ຂອງ​ອີຣານ​ແຈ້ງວ່າ, ມື້​ດຽວກັນ, ທ່ານ​ອາ​ຢາ​ໂຕ​ລາ ອາ​ລີ ຄາ​ເມີ​ເນ, ຜູ່​ນຳ​ສູງ​ສຸດ​ຂອງ​ອີ​ຣານ​ໄດ້​ອະ​ນຸ​ມັດ​ເປັນ​ທາງ​ການ​ໃຫ້​ທ່ານ​ມາ​ມຸດ ອາ​ມາ​ດິ​ເນ​ຈາດ​ ເປັນ​ປະອທາ​ນາ​ທິ​ບໍ​ດີ​ອີ​ຣານ​ຜູ່​ທີ 10 .​ນັບ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ໄປ,​ທ່ານ​ມາ​ມຸດ ອາ​ມາ​ດິ​ເນຈາດ ​ເລີ່​ມ​ເຂົ້າ​ຮັບ​ຕຳ​ແຫນ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​​ສະ​ໄຫມ​ທີ​ສອງ,​ຄວາມ​ຂັດ​ແຍ່ງ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ອີ​ຣານ​ຢຸດ​ຕິ​ລົງ​ຊົ່ວ​ຄາວ.

ວັນ​ທີ 13 ມິຖຸນາ​ປີນີ້, ກະຊວງ​ພາຍ​ໃນ​ອີຣານ​ປະກາດ​ວ່າ, ທ່ານ​ມາ​ມຸດ ອາມາ​ດິ​ເນຈາດ,​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປະ​ຈຸ​ບັນ​ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂດຍ​ໄດ້​ບັດ​62,63%.​ຫຼັງ​ຈາກ​ນັ້ນ,​ຜູ່​ສະ​ຫມັກ​ຮັບ​ເລືອກ​ຕັ້ງ​3​ຄົນ​ອື່ນ​ລ້ວນ​ແຕ່​ກ່າວ​ວ່າ,​ການ​ເລືອກ​ຕັ້ງ​ເທື່ອ​ນີ້​ ມີ​ການ​ລະ​ເມີດ​ລະ​ບຽບ​ການ​​ເລືອກ​ຕັ້ງ​ຢ່າງ​ຫຼວງ​ຫຼາຍ, ​ໃນ​ນັ້ນ , ທ່ານ​​​​ເມີ​ ຣົສ​ເຊ​ນ ມູຊາ​ຣີ ແລະ​ທ່ານ​ເມ​ດີ ກາ​ຣູບີ, ຜູ່​ສະ​ຫມັກ​ຮັບ​ເລືອກ​ຕັ້ງ​ຂອງ​ຝ່າຍ​ປະ​ຕິ​ຮູບ ​ໄດ້​ຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ຄວບ​ຄຸມ​ລັດ​ຖະ​ທຳ​ມະ​ນູນ​ຍົກ​ເລີກ​ຜົນ​ການ​ເລືອກ​ຕັ້ງ​ແລະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄືນ​ໃຫມ່.​ຫຼັງ​ຈາກ​ນັ້ນ,​ຜູ່​ສະ​ຫນັບ​ສະ​ຫນູນ​ຝ່າຍ​ປະ​ຕິ​ຮູບ​​ໄດ້​​ເດີນ​ຂະ​ບວນປະ​ທ້ວງ​ຢູ່​ນະ​ຄອນ​ຫຼວງ​​ເຕ​ເຮຣານ,​ແຂວງ​ແລະ​ກຳ​ແພງ​ນະ​ຄອນ​ຕ່າງໆ​ໃນ​ຫຼາຍ​ມື້​ລຽນ​ຕິດ,​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ແລະ​ຄວບ​ຄຸມ​ລັດ​ຖະ​ທຳ​ມະ​ນູນ​ຜ່ານ​ການ​ສຳ​ຫຼວດ, ​ແລ້ວ​ຮັບ​ຮອງ​ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ກະ​ຊວງ​ພາຍ​ໃນ​ປະ​ກາດ​ໃນ​ວັນ​ທີ​29​ມິ​ຖຸ​ນາ. ​ໂດຍ​ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ອີ​ຣານ,​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ແມ່ນ​ຊອບ​ດ້ວຍ​ກົດ​ຫມາຍ​ຫຼັງ​ຈາກ​ຜູ່​ນຳ​ສູງ​ສຸດ​ຮັບ​ຮອງ​ແລະ​ອະ​ນຸ​ມັດ​.

ວັນ​ທີ3​ກໍລະ​ກົດ​ນີ້,ພິທີ​ຮັບຮອງ​ຜົນການ​​ເລືອກ​ຕັ້ງປະທານາທິບໍດີ​ອີ​ຣານ​ສະ​ໄໝ​ທີ 10​​ໄດ້​ຈັດ​ຂຶ້ນ​ຢູ່​ສຸ​ເຫຼົ່າມຸສລິ​ມຣູ​ໂຮ​ນລາ ​ໂຄ​ເມ​ນີທີ່​ເຕ​ເຮຣານ.​ໃນ​ພິ​ທີ​ດັ່​ງກ່າວ,ທ່ານ​ອາ​ຢາ​ໂຕ​ລາ ອາ​ລີ ຄາ​ເມີ​ເນ​ໄດ້​ມອບ​ໜັງ​ສື​ແຕ່ງຕັ້ງ​ໃຫ້​ແກ່​ທ່ານ​ອາຣມາ​ດີ​ເນ​ຈາດ.​ໃນ​ພີ​ທີ​ຮັບ​ຮອງ,​ທ່ານ​ຄາ​ເມີ​ເນ​ກ່າວ​ວ່າ,​ປະ​ຊາ​ຊົນ​ປ່ອນ​ບັດ​ໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ​ຜູ່​ສະ​ໝັກ​ຜູ່​ນີ້,​ແມ່ນ​ຍ້ອນ​ວ່າ​ທ່ານ​ພະ​ຍາ​ຍາມ​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ,​ພະ​ຍາ​ຍາມ​ຕໍ່​ສູ້​ຜ່ານ​ຜ່າ​ກັບ​ປະ​ກົດ​ການ​ຕ່າງໆ ຄື​ຄວາມ​ທຸກ​ຍາກ ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ການ​ແບ່ງ​ແຍກ​ຢ່າງ​ບໍ່​ລົດ​ລະ,​ຕໍ່​ຕ້ານ​ລັດ​ທິ​​ເຈົ້າ​ອຳ​ນາດ​ສາ​ກົນ​ຢ່າງ​ອົງ​ອາ​ອາດ​ກ້າ​ຫານ.​ທ່ານ​ຄາ​ເມີ​ເນ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ,​ລັດ​ຖະ​ສະ​ພາ​ແລະ​ອົງ​ການ​ຕຸ​ລາ​ການ​ສາມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ,​ຊ່ອຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ຮັບຮອງ,ທ່ານ​ອາຣມາ​ດີ​ເນ​ຈາດ​ຮຽກຮ້ອງ​ໃຫ້​ບຸກ​ຄົນ ຂອງ​ວົງ​ການ​ຕ່າງໆ​ຂອງ​ອີ​ຣານ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການວາງ​ແຜນ​ແລະ​ຄຸ້ມ​ຄອງ​ປະ​ເທດ.​ທ່ານ​ໄດ້​ແນະ​ນຳ​ວຽກ​ງານ​ຈຸດ​ສຸມ​ຂອງ​ລັດ​ຖະ​ບານ​ອີ​ຣານ​ຊຸດ​ໃໝ່​ໂດຍ​ຫຍໍ້. ທ່ານ​ກ່າວ​ວ່າ,​ການ​ປະ​ກອບ​ອາ​ຊີບ,​ເຮືອນ​ຢູ່​ແລະ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ແມ່ນ​ບັນ​ຫາ​ທີ່​ລັດ​ຖະ​ບານ​ໃໝ່​ຈະ​ພິ​ຈາ​ລະ​ນາ​ແກ້​ໄຂຢ່າງ​​ເປັນ​ບູ​ລິ​ມະ​ສິດ​ໃນ​ບັນ​ດາ​ວຽກ​ງານ​ເສດ​ຖະ​ກິດ.​ໃນ​ເວລາ​ກ່າວ​ເຖິງ​ນະ​ໂຍ​ບາຍ​ກັບ​ຕ່າງ​ປະ​ເທດ,​ທ່ານ​ກ່າວ​ວ່າ,​ການ​ເຂົ້າ​ຮ່ວມ​ວຽກ​ງານ​ສາ​ກົນ​ຢ່າງ​ຕັ້ງ​ໜ້າ​ແລະ​ແຂງ​ແຮງ ຄື ນະ​ໂຍ​ບາຍ​ກັບ​ຕ່າງປະ​ເທດຂອງ​ລັດ​ຖະ​ບານ​ໃໝ່.​ທ່ານ​ອາຣ​ມາ​ດີ​ເນ​ຈາດ​ຕິ​ຕຽນ​ບາງ​ລັດ​ຖະ ບານ​ຕ່າງ​ປະ​ເທດ​ສະ​ແດງ​ຄວາມ​ເປັນ​ປໍ​ລະ​ປັກ​ກັບ​ອີ​ຣານ​ກ່ອນ​ແລະ​ຫຼັງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ,​ທ່ານ​ຍັງ​ກ່າວ​ວ່າ,​ຖ້າ​ວ່າ​ປະ​ເທດ​ເຫຼົ່າ​ນີ້​ຢາກ​​ແກ້​ໄຂ​ຄວາມ​ຜິດ​ພາດ​ຂອງ​ຕົນ​ແລ້ວ,ລັດ​ຖະ​ບານ​ອີ​ຣານ​ຍິນ​ດີ​ຢູ່​ຮ່ວມ​ກັນ​ກັບປະ​ເທດ​ເຫຼົ່ານີ້​ຢ່າງ​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ.


ໃນມື້​ດຽວ​ກັນ​ມີ​ຜູ່​ຄັດຄ້ານ​ສ່ວນ​ຫນຶ່ງ​ໄດ້​​ເດີນ​ຂະ​ບວນປະ​ທ້ວງຕາມ​ຖະຫນົນ,​ຕະ​ຫລວດ​ເຕ​ເຮ​ລານ​​ໄດ້​ຕິດ​ຕາມ​ເຫດ​ການ​ຢ່າງ​ໃກ້​ຊິດ​ແລະ​ໄດ້​ເຂົ້າ​ຄວບ​ຄຸມ​ສະ​ຫນາມ​ຫລວງ​ແລະ​ຖະ​ຫນົນ​ສຳ​ຄັນ​ຢູ່​ນະ​ຄອນ​ຫລວງ, ​ໃນ​ເວ​ລາ​ທີ່​ລາຍ​ງານ​ຂ່າວ​ນີ້, ສະຖານະ​ການ​ຂອງ​ເຕ​ເຮ​ລານ​ຍັງ​ສະ​ຫງົບ​ຢູ່,​ບໍ່​ໄດ້​ເກີດ​ເຫດ​ການ​ຮຸນ​ແຮງ​ຫຍັງ.

ລັດຖະບານ​ຊຸດ​ທີ 10 ຂອງ​ອີຣານຈະ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແຫນ່​ງຢູ່​ລັດຖະ​ສະ​ພາ​ໃນ​ວັນ​ທີ 5 ສິງຫາ​ນີ້,ທ່ານ​ມາ​ມູດ ອາມາ​ດິນ​ເນ​ຈັດຈະ​ສະ​ເໜີ​ບັນ​ຊີ​ລາຍ​ຊື່​ຂອງ​ສະ​ມາ​ຊິກ​ລັດ​ຖະ​ບານ​ຊຸດ​ໃຫມ່​ໃຫ້​ແກ່​ສະພາ​ພາຍ​ໃນ ສອງ​ອາ​ທິດ​ນັບ​ແຕ່​ພິ​ທີ​ຂຶ້ນ​ຮັບ​ຕຳ​ແຫນ່ງ​ເປັນ​ຕົ້ນ​ໄປ.​ນັກ​ວິ​ເຄາະ​ເຫັນ​ວ່າ, ຄວາມ​ຊອບ​ກົດ​ຫມາຍ​ຂອງ​ທ່ານ​ເນ​ຈັດ​ທີ່​ໄດ້​ຮັບ​ເລືອກ​ຕັ້ງນັ້​ນ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ຄະນະ​ກຳ​ມະ​ການ​ຕິດ​ຕາມ​ກວດ​ກາ​ລັດ​ຖະ​ທຳ​ມະນູນ​ແລະ​ປະມຸກ​ລັດ​ສູງ​ສຸດ​ແລ້ວ, ຖື​ວ່າ​ໄດ້​ສຳ​ເລັດ​ລະ​ບຽບ​ການ​ອັນ​ຈຳ​ເປັນ​ທີ່​ກຳນົດ​​ໃນ​ລັດ​ຖະ​ທຳ​ມະ​ນູນ​ອີ​ຣານ.​ເຖິງ​ວ່າ​ຜູ່​ສະ​ຫມັກ​ຮັບ​ເລືອກ​ຕັ້ງ​ຂອງ​ຝ່າຍ​ປະ​ຕິ​ຮູບ​ແລະ​ຜູ່​ສະ​ຫນັບ​ສະ​ຫນູນ​ຍັງ​ບໍ່​ຍາມ​ຮັບ​ຜົນ​ການ​ເລືອກ​ຕັ້ງ​ເທື່ອ​ນີ້​ກໍ່​ຕາມ, ​ແຕ່​ຍ້ອນ​ວ່າ​ຖາ​ນະ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ທ່າ​ຮັບ,​ສະ​ນັ້ນ,​ການ​ປັບ​ຍຸດ​ທະ​ສາດ​ຕໍ່​ສູ້​ກໍ່​ກາຍ​ເປັນ​ທາງ​ເລືອກ​ຕົວ​ຈິງ​ຂອງ​ເຂົາ​ເຈົ້າ. ມາ​ຮອດ​ປັດ​ຈຸ​ບັນ,​ຄວາມ​ຂັດ​ແຍ່ງ​ທາງ​ການ​ເມືອງ​ທີ່​ເກີດ​ຂຶ້ນ​ຍ້ອນ​ການ​ເລືອກ​ຕັ້ງ​ຂອງ​ອີຣານ​ໃນ​ເດືອນ​ມິ​ຖຸ​ນາ​ມາ​ນີ້​ໄດ້​ຢຸດຕິ​ສຸດ​ລົງ​ຊົ່ວຄາວ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>