ຜູ່​ນຳ​ມຽນມາ​ພົບ​ປະ​ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ

(GMT+08:00) 2009-08-16 18:26:00 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ15 ສິງຫາ​ນີ້,ວິທະຍຸ​ແຫ່ງ​ຊາດມຽນມາລາຍງານ​ວ່າ,ມື້​ດຽວກັນ,ພົນ​ເອກ​ຕັນ​ສະ​ເວ ປະທານ​ຄະນະ​ກຳມະການ​ສັນຕິພາບ​ແລະ​ພັດທະນາ​ແຫ່ງ​ຊາດ​ມຽນມາ​ໄດ້​ພົບ​ປະ​ທ່ານ​ຈິ​ມ ​ເວ​ບ ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ​ຢູ່​ເນ​ປີ​ຕໍ ນະຄອນຫຼວງ​ມຽນມາ.

ບົດ​ລາຍ​ງານ​ກ່າວ​ວ່າ,ມື້​ດຽວ​ກັນ,ທ່ານ​ຕັນ​ສະ​ເວ​ຈັດການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເວ​ບ.​ແຕ່​ວ່າລາຍ​ງານ​ຂ່າວບໍ່​​​ໄດ້ເຜີຍ​ໃຫ້​ຮູ້​ເນື້ອ​ໃນ​ລະອຽດ​ຂອງ​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ.ທ່ານ​ເວ​ບ​ແມ່ນ​ປະທານ​ຂອງ​ຄະນະ​ກຳມາ​ທິການ​ໜ່ວຍງານ​ອາຊີ​ຕາ​ເວັນ​ອອກ​ແລະ​ປາ​ຊີ​ຟິກຂອງ​ຄະນະ​ກຳມະການ​ການ​ພົວພັນ​ການ​ທູດ​ຂອງ​ສະພາ​ສູງ​ອາ​ເມ​ລິ​ກາ,ທ່ານ​ແມ່ນ​ສະມາຊິກ​ອາ​ເມ​ລິ​ກາ​ຜູ່​ທຳ​ອິດ​ທີ່​ຢ້ຽມຢາມ​ມຽນມາ​ໃນ10ປີ​ທີ່​ຜ່ານ​ມາ.

ນອກ​ນີ້,ວັນ​ທີ15 ສິງຫາ​ນີ້,ທ່ານ​ເວ​ບຍັງ​ພົບ​ປະ​ທ່ານ​ນາງ​ອາງ​ຊານ​ຊູ​ກີ​ທີ່​ຖືກ​ກັກ​ບໍລິ​ເວນຢູ່​ຢາງ​ກຸ້ງຂອງ​ມຽນມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>