ການ​ສ້າງ​ສາ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ກ້າວ​ໄປ​ສູ່​ການ​ພັດ​ທະ​ນາ​ທີ່​ວ່ອງ​ໄວ

(GMT+08:00) 2009-08-17 15:09:28 cri
-----------------------------------------------------------------------------------------------------------------

ວັນ​ທີ16​ສິງຫາ​ນີ້, ກອງ​ປະຊຸມ​ຕ່າງໆ​ຂອງລັດຖະມົນຕີ​ເສ​ດຖະກິດ​ອາ​ຊຽນ ຄັ້ງທີ41​ ​ແລະ​ກອງ​ປະຊຸມ​ອື່ນໆ​ທີ່​ກ່ຽວຂ້ອງ​ ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ຂອງ​ໄທ​ໄດ້​ອັດ​ລົງ​ແລ້ວ. ​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ລັດຖະມົນຕີ​​ເສດຖະກິດ​ຂອງ 10 ປະ​ເທດ​ອາ​ຊຽນຕົ້ນຕໍ​​​ໄດ້ຖື​ການ​ສ້າງສາ​ປະຊາ​ຄົມ​​ເສດຖ​ະກິດ​ອາຊຽນ​ເປັນ​ເປົ້າ​ຫມາຍ, ​ແລະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບຂອບ​ໄລຍະ​ຂ້າມ​ຜ່ານ ​ຫຼັງຈາກປີ 2015, ສ້າງລະບົບການ​ປະ​ເມີນ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ຫາລືຂອບ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ​ ພ້ອມ​ດ້ວຍຫົວ​ຂໍ້​ເສດຖະກິດພາຍ​ໃຕ້​ຂອບຂອງ​ອາ​ຊຽນບວກ 6 ແລະ​ອື່ນໆ. ພ້ອມ​ກັນ​ນັ້ນ, ອາ​ຊຽນກັບອິນ​ເດຍ​ແລະຈີນ ຍັງ​ໄດ້ເຊັນ​ສັນຍາ​ການ​ຄ້າ ​ແລະ​ສັນຍາ​ການ​ລົງທຶນ​ກັບ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ​. ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້.

ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ສິງຫາ​ນີ້, ລັດຖະມົນຕີ​ເສດຖະກິດ​ຂອງບັນດາ​ປະ​ເທດອາ​ຊຽນ​ໄດ້​ເຊັນ​"ຂອບການ​ຄ້າສະດວກ​ອາ​ຊຽນ",​ ແລະອອກ​ຖະ​ແຫຼ​ງການ​ຮ່ວມ. ຖະ​ແຫຼ​ງການ ຊີ້​ອອກ​ວ່າ, ຂອບ​ດັ່ງກ່າວ​ຈະ​ກາຍ​ເປັນ​ທິດ​ທາງ​ຊີ້​ນຳ​ທີ່​ປະ​ເທດ​ສະມາຊິກ​ອາ​ຊຽນ ປະຕິບັດ​ນະ​ໂຍບາຍ​ການ​ຄ້າອາຊຽນ​ເປັນ​ແບບສະດວກ,ແລະ​ອະນຸ​ມັດ​ໃຫ້​ສ້າງ​ຕັ້ງ​ຄະນະ​ກຳມະ ການ​ໃຫ້​ຄຳ​ປຶກສາ​ຮ່ວມ​ກ່ຽວ​ກັບ​ການ​​ຄ້າ​ອາ​ຊຽນ​ເປັນ​ແບບ​ສະດວກ.ນອກ​ນີ້, ລັດຖະມົນຕີ​ເສດຖະກິດ​ຂອງ​ປະ​ເທດ​ຕ່າງໆອາຊຽນ ​ຍັງ​ເຫັນ​ດີ​ໃຫ້​ສັນ​ຍາ​ການ​ຄ້າ​ສິນຄ້າ​ອາ​ຊຽນມີ​ຜົນ​ບັງຄັບ​ໃຊ້​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນທີ່ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ​ນີ້.

​ຈຸດ​ສຸມ​ທີ່​ຫນ້າ​ສົນ​ໃຈ​ອີກ​ອັນ​ຫນຶ່ງ​ຂອງ​ກອງ​ປະຊຸມ​ແມ່ນ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ລະຫວ່ງອາ​ຊຽນກັບ 6 ປະ​ເທດ​ຄູ່​​ເຈລະຈາ​ຄື ຈີນ,ຍີ່​ປຸ່ນ, ສາທາລະນະ​ລັດ​ເກົາຫລີ,ອົສຕຼາລີ,ນູ​ແວນ​ເຊ​ລັງ​ແລະ​ອິນ​ເດຍຫລື ອາ​ຊຽນ+6.ລັດຖະມົນຕີທີ່​ຮ່ວມ​ປະຊຸມຕົ້ນຕໍ​ໄດ້​ຫາລືກ່ຽວ​ກັບ​ບັນຫາ​ເສດຖະກິດ​ໃນ​ອບ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ​ແລະ​ຂອບ​ອາ​ຊຽນ +6,ນີ້​ຈະ​ມີ​ບົດບາດ​ອັນຕັ້ງຫນ້າ​ຕໍ່​ການ​ຊຸກ​ຍູ້ຂະ​ບວນວິວັດ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ.​ຕອນ​ບ່າຍ​ວັນ​ທີ 13 ສິງຫາ​ນີ້, ອາ​ຊຽນກັບ​ອິນ​ເດຍ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ,​ໄດ້​ເຊັນ​ສັນຍາ​ການ​ຄ້າ​ສິນຄ້າ​ແລະ​ເອກະສານ​ທີ່​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນອິນ​ເດຍ,​ ສັນຍາສະບັບ​ນີ້​ໄດ້​ປຶກສາ​ຫາລື​ກັນ​ມາ 6 ປີປາຍ, ການ​ເຊັນ​ສັນຍາ​ສະບັບນີ້​ໄດ້​ສົ່ງ​ສັນຍານ​ອັນຕັ້ງຫນ້າ​ຕໍ່​ປະຊາ​ຄົມ​ໂລກ​ວ່າ​ອາ​ຊຽນກັບ​ອິນ​ເດຍຍັງ​ພວມອອກ​ແຮງຊຸກ​ຍູ້​ການ​ຄ້າ​ເສລີ​ຢູ່ຄື​ເກົ່າ.

ແຕ່​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ຈີນ-ອາ​ຊຽນຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ສິງຫາ​ນີ້, ທ່ານ​ເສີງ​ເຕີ​ມິ​ງ, ລັດຖະມົນຕີ​ວ່າການ​ກະຊວງການ​ຄ້າ​ຈີນ​​ແລະ​ລັດຖະມົນຕີ​ເສດຖະກິດ​ຂອງ 10 ປະ​ເທດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮ່ວມ​ກັນ​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ສັນຍາ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ເຈ​ລາ​ຈາ​ສັນຍາ​​​ການ​ຄ້າ​ເສລີ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ສຳ​ເລັດລົງ​ແລ້ວ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະ​ສ້າງ​ສຳ​ເລັດ​ຮອບດ້ານໃນ​ປີ 2010, ​ເຂດ​ການ​ຄ້າ​ເສລີ​​ແຫ່ງ​ນີ້​ຈະ​ມີປະຊາກອນ 1 ຕື້ 900 ລ້ານ​ຄົນ, ລວມ​ຍອດGDPຫຼາຍ​ກວ່າ 6000 ຕື້​ໂດ​ລາ​ແລະ​ກວມເນື້ອ​ທີ່ດິນກວ້າງກວ່າ 13 ລ້ານ​ກິ​ໂລ​ແມັດ​ຕາ.

ນັກວິ​ເຄາະ​ເຫັນ​ວ່າ, ຍ້ອນ​ວ່າການ​ເຈລະຈາກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ລະຫວ່າງອາ​ຊຽນກັບ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ລ້ວນ​ແຕ່​ໄດ້​ສຳ​ເລັດ​ລົງແລ້ວ, ສະ​ນັ້ນ​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ການ​ເຊັນ​ສັນຍາ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ອາ​ຊຽນກັບ​ອິນ​ເດຍ​ແລະ​ຈີນ​ໝາຍ​ຄວາມ​ວ່າການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີອາ​ຊຽນ​ໄດ້​ກ້າວ​​ເຂົ້າສູ່​ໄລຍະ​ໃໝ່, ມີ​ຄວາມ​ໝາຍ​ທີ່ເປັນ​ຫຼັກ​ໝາຍ​ທາງ, ​​ໃນ​ຖານະ​ເປັນ​ສ່ວນ​ປະກອບ​ສຳຄັນ​ໃນ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຍ່ອມຈະ​ຊຸກຍູ້​ຂະ​ບວນ​ເສດຖະກິດ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນຢ່າງ​ແຂງແຮງ​ແນ່ນອນ, ​ເຮັດ​ໃຫ້ການ​ກໍ່ສ້າງ​ປະ​ຊາ​ຄົມ​ອາ​ຊຽນກ້າວ​ຂຶ້ນສູ່​ທາງ​ດ່ວນ​ໄວ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>