ຄະ​ນະ​ຜູ່​ແທນ​ກະ​ຊວງ​ການ​ຄ້າ​ຈີນ​ເດີນ​ທາງ​ໄປ​ກັນ​ຢາງ​ລົດ​ທີ່​ນຳ​ເຂົ້າ​ຈາກ​ຈີນ​ເພື່ອ​ຕໍ່​ວ່າ​ແລະ​ປຶກ​ສາ​ຫາ​ລື​​ກ່ຽວ​ກັບ​ຄະ​ດີ​ຮັບ​ປະ​ກັນ​ຢາງ​ລົດ​ທີ່​ນຳ​ເຂົ້າ​ຈາກ​ຈີນ.

(GMT+08:00) 2009-08-18 16:57:25 cri
-----------------------------------------------------------------------------------------------------------------

ຫວ່າງ​ມໍ່ໆ​ນີ້, ທ່ານ​ຈົ່ງ​ຊ່ານ,ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ໄດ້​ນຳພາ​ຄະນະ​ຜູ່​ແທນ​​ຈີນເດີນທາງ​ໄປ​ເຖິງ​ອາ​ເມ​ລິ​ກາ, ​ເພື່ອ​ສະ​ແດງຫຼັກ​ຫມັ້ນ​ແລະ​ຄວາມສົນ​ໃຈ​ຂອງ​ລັດຖະບານ​ຈີນ​ທີ່​​ເດັດດ່ຽວ​ຄັດຄ້ານມາດ​ຕະ ການ​ຮັບປະກັນ​ພິ​ເສດ.ຂ່າວ​ແຈ້ງວ່າ, ນັບ​ແຕ່ວັນ​ທີ17 ຮອດ​ວັນ​ທີ 18​ສິງຫາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຈົ່ງ​ຊ່ານ ​ຈະ​ຈັດການ​ເຈລະ​ຈາ​ກັບ​ພາກສ່ວນ​ຕ່າງ​ໆ​ຂອງ​ອາ​ເມ​ລິ​ກາ,​ເຊັ່ນ:​ຄະ​ນະ​ກຳມະການ​ຄວາມ​ຫມັ້ນ​ຄົງ​ຂອງ​ທຳນຽບຂາ​ວ, ກະຊວງ​ການ​ເງິນ,​ຫ້ອງ​ການ​ຕົວ​ແທນ​ການ​ຄ້າ, ກະຊວງ​ການ​ຄ້າ,ກະ​ຊວງ​ການ​ຕ່າງປະ​ເທດ​ແລະ​ອື່ນໆ, ​ເພື່ອ​ຕໍ່​ວ່າ​ແລະ​ປຶກສາ​ຫາລື​ກັນກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ຄະ​ດີ​ຮັບ​ປະ​ກັນ​ຢາງ​ລົດ. ​ໃນ​ສະພາບ​ທີ່​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ, ຄະ​ດີ​ຮັບ​ປະ​ກັນ​ດັ່ງກ່າວ ​ຈະ​ເຮັດ​ໃຫ້​ຫຼາຍ​ຝ່າຍ​​​ເອົາ​ໃຈ​ໃສ່​ຕິດ​ຕາມ​ດ້ວຍ​ຜົນ​ຫຍັງ​ສຸດ​ທ້າຍ​ແນວ​ໃດ?

ວັນ​ທີ 20 ​ເມສາ​ປີ​ນີ້,​ສະຫະພັນ​ກຳມະກອນ​ຂາງ​ແລະ​ເຫຼັກ​ກ້າຂອງ​ອາ​ເມ​ລິ​ກາ​ໄດ້​ຍື່ນຄຳ​ຮ້ອງ​ຂໍ​ຕໍ່​ຫ້ອງການ​ຕົວແທນ ການ​ຄ້າ​ອາ​ເມ​ລິ​ກາ,​ຮຽກ​ຮ້ອງ​ໃຫ້​ສຳ​ຫຼວດ​ມາດ​ຕະ​ການ​ຮັບ​ປະ​ກັນ​ພິ​ເສດຕໍ່​​ຢາງ​ລົດ​ທີ່​ນຳ​ເຂົ້າ​ຈາກ​ຈີນ.​ຄຳ​ຮ້ອງ​ຂໍ​ເຫັນ​ວ່າ,​ຢາງ​ລົດ​ທີ່​ນຳ​ເຂົ້າ​ຈາກ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ ​ໄດ້​ເຮັ​ດ​ໃຫ້​ໂຮງ​ງານ​ອາ​ເມ​ລິ​ກາ​6​ແຫ່ງ​ລົ້ມ​ລະ​ລາຍ,​ ການ​ປະ​ກອບ​ອາ​ຊີບ​ຂອງ​ກຳ​ມະ​ກອນ​7000​ຄົນ​ໄດ້​ຮັບ​ຜົນ​ກະ​ທົບ​ ​,ສະ​ນັ້ນ ,ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ກຳ​ນົດ​21​ລ້ານ​ໂກ​ຕາ​ຕໍ່​ປີ​ໃນ​ການ​ນຳ​ເຂົ້າ​ຢາງ​ລົດ​ຈາກ​ຈີນ, ​ເພື່ອ​ຄຸ້ມ​ກັນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ແລະ​ການ​ປະ​ກອບ​ອາ​ຊີບ​ຂອງ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ.

ໃນ​ອາທິດ​ແລ້ວ​ນີ້,ທ່ານ​ຟູ້ຈີ້​ອີ້ງ,ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ ຢູ່​ປັກ​ກິ່ງ​ວ່າ,​ການ​ຕິ​ຕຽນ​ວ່າ​ຈີນ​ສົ່ງ​ຢາງ​ລົດ​ຂາຍ​ໃຫ້​ອາ​ເມ​ລິ​ກາ​ພາ​ໃຫ້​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ອາ​ເມ​ລິ​ກາບ​ບໍ່​ຮຸ່ງ​ເຮືອງ​ນັ້ນ​ແມ່ນ​ການ​ກະ​ທຳ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ ຊະ​ນິດ​ໜຶ່ງ.

"ບັນຫາ​ໃນ​ປະຈຸ​ບັນນີ້​ແມ່ນ,ວິ​ກິດ​ການ​​ເງິນ​ກູ້​ດ້ອຍ​ຄຸນ​ນະພາ​ບຂອງ​ອາ​ເມ​ລິ​ກາ​ພາ​ໃຫ້​ເກີດ​ວິ​ກິດ​ການ​ການ​ເງິນ,​ພາ​ໃຫ້​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ອາ​ເມ​ລິ​ກາ​ບໍ່​ຮຸ່ງ​ເຮືອງ, ​ແລ້ວ​ກະ​ທົບ​ກະ​ເທືອນ​ເຖິງ​ການ​ຈຳ​ໜ່າຍ​ຂອງ​ໂຮງ​ງານ​ຜະ​ລິດ​ຢາງ​ລົດ​ຂອງ​ອາ​ເມ​ລິ​ກາ.​ແຕ່​ຖ້າ​ສະ​ຫຼຸບ​ວ່າ​ການ​ເກີດ​ບັນ​ຫາ​ນີ້​ແມ່ນ​ຍ້ອນ​ຈີນ​ສົ່ງ​ຢາງ​ລົດ​ຂາຍ​ໃຫ້​ອາ​ເມ​ລິ​ກາ​​ແລ້ວ,​ພວກ​ເຮົາ​ເຫັນ​ວ່າ​ແມ່ນ​ບໍ່​ມີ​ພື້ນ​ຖານ​ຕົວ​ຈິງ,​ຂາດ​ເຂີນ​ຫຼັກ​ອ້າງ​ອີງ​ດ້ານ​ກົດ​ໝາຍ,​ໄດ້​ລະ​ເມີດ​ຫຼັກ​ເກນ​ຂອງWTO,​ແມ່ນ​ການ​ກະ​ທຳ​ປົກ​ປ້ອງ​ການ​ຄ້າ​ຊະນິດ​ໜຶ່ງ."

ອີງ​ຕາມ​ການ​ຮ້ອງ​ຂໍ​ຂອງ​ສະຫະພັນ​ກຳມະກອນ​​ເຫຼັກກ້າ​ອາ​ເມ​ລິ​ກາ,ຄະ​ນະ​ກຳ​ມະ​ທິ​ການ​ການ​ຄ້າ​ສາກົນ​ອາ​ເມ​ລິ​ກາ​ຈະ​ດຳ​ເນີນ​ການ​ສຳ​ຫຼວດ​ຢາງ​ລົດ​ລົດ​ໂດຍ​ສານ​ແລະ​​ລົດ​ກາ​ມີ​ຍົງ​ຂະ​ໜາດ​ເບົາ​ຂອງ​ຈີນ,​ແລະ​​ໄດ້ສະ​ເໜີ​ຂໍ້​ສະ​ເໜີ​ເບື້ອງ​ຕົ້ນ,​ວາງ​ມາດ​ຕະ​ການ​ເກື້ອ​ກູນ​ໃນ​ວັນ​ທີ29ມິຖຸນາ,ຈະ​ເກັບ​ພາສີ​ເພີ່ມ​ຕື່ມຕໍ່​ຜະ​ລິດ​ຕະ​ພັນ​ຢາງ​ລົດ​ຂອງ​ຈີນ​ທີ່​ສົ່ງ​ຂາຍ​ໃຫ້​ອາ​ເມ​ລິ​ກາ​​3​ປີ​ລຽນຕິດ,​​ໃນ3​ປີນີ້ຕ່າງ​ເພີ່ມ​ພາ​ສີ​55%,​ 45%​ແລະ​35%.

ຕາມ​ລະບຽບ​ການ​ສຳ​ຫຼວດຂອງ​ອາ​ເມ​ລິ​ກາ, ຫ້ອງການຕົວ​ແທນ​ກາ​ນຄ້າ​ອາ​ເມ​ລິ​ກາ​ຈະ​ສະ​ເໜີ​ຂໍ້​ສະ​ເໜີ​ຕໍ່​ທ່ານ​ໂອ​ບາ​ມາ,​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່ອນ​ວັນ​ທີ​2​ກັນ​ຍາ​ນີ້,​ກ່ອນ​ວັນ​ທີ​17​ກັນ​ຍາ​ທ່າ​ນ​ໂອ​ບາ​ມາ​ຈະ​ຕົກ​ລົງ​ເກັບ​ພາ​ສີ​ທີ່​ມີ​ລັກ​ສະ​ນະ​ລົງ​ໂທດ​ຫຼື​ບໍ່​ຕໍ່​ຢາງ​ລົດ​ທີ່​ຈີນ​ສົ່ງ​ຂາຍ​​ໃຫ້​ອາ​ເມ​ລິ​ກາ.​ຄະ​ດີ​ນີ້​ແມ່ນ​ການ​ສຳ​ຫຼວດ​ການ​ຮັກ​ສາ​ພິ​ເສດ​ລາຍ​ທຳ​ອິດ​ທີ່​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຊຸດ​ໃໝ່​ປະ​ຕິ​ບັດ​ຕໍ່​ຈີນ, ​ແລະ​ກໍ່​ແມ່ນ​ຄະ​ດີ​ທີ່​ມີ​ຄຸນຄ່າ​ຫຼາຍ​ກວ່າ​ໝູ່.

ກ່ອນ​ຈະ​​ເດີນທາງ​ໄປ​ອາ​ເມ​ລິ​ກາ, ທ່ານ​ຈົ່ງ​ຊ່ານ,​ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າການ​ກະ​ຊວງ​ການ​ຄ້າ​ຈີນ​ພິມ​ບົດ​ຄວາມ​ລົງ​ນາມ​ວ່າ,​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າຫຼາຍ​ຝ່າຍ,​ຊຳ​ລະ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກ່ຽວ​ກັບ​ການ​ຄ້າ​ໄດ້​ປ່ຽບ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ສະ​ເໝີ​ພາບ​ແລະ​ການ​ປຶກ​ສາ​ຫາ​ລື​ກັນ.​ພ້ອມ​ກັນ​ນັ້ນ​ບົດ​ຄວາມ​ຍັງ​ຂຽນ​ວ່າ,​ຕັ້ງ​ໜ້າ​ຮັບ​ມື​ກັບ​ຂໍ້​ຂັດ​ແຍ່ງ​ການ​ຄ້າ, ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ສວຍ​ໃຊ້​ການ​ຂາດ​ດຸນການ​ຄ້າ​ປະ​ຕິ​ບັດ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຕໍ່​ຈີນ, ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ລັດ​ຖະ​ບານ,​ຂະ​ແໜງ​ການ​ແລະ​ວິ​ສາ​ຫະ​ກິດ,​ປ້ອງ​ກັນ​ລ່ວງ​ໜ້າ​ແລະ​ຮັບ​ມື​ຢ່າງ​ໄດ້​ຜົນ.​ນັກ​ວິ​ເຄາະ​ເຫັນ​ວ່າ,​ນີ້​ສາ​ມາດ​ຖື​ເປັນ​ຫຼັກ​ໝັ້ນ​ຂອງ​ຈີນ​ທີ່ຮັບ​ມື​ກັບ​ລັດ​ທິ​ປົກ​ປ້ອງ​ກັນ​ຄ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>