ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ຈີນກັບ​ສິງກະ​ໂປເຈລະຈາກັນ

(GMT+08:00) 2009-08-19 17:55:33 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ19 ສິງຫາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຢາງ​ເຈຍ​ເຊີ ລັດຖະມົນ​ຕີ​ຕ່າງປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ຢົງບູນ​ເຢວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສິງກະ​ໂປ​ທີ່​ມາ​ຢ້ຽມຢາມ​ຈີນ.ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ເອົາ​ໃຈ​ໃສ່​ຮ່ວມ​ກັນ.

ທ່ານ​ຢາງ​ເຈຍ​ຊີ​ກ່າວ​ວ່າ,ພາຍ​ໃຕ້​ເບື້ອງ​ຫຼັງ​ວິ​ກິດ​ການ​ການ​ເງິນ​ສາກົນ,ຝ່າຍ​ຈີນ​ຍິນ​ດີ​ພະຍາຍາມ​ພ້ອມ​ກັບ​ຝ່າຍ​ສິງກະ​ໂປ,ຊອກ​ຫາ​ຈຸດການ​ຮ່ວມ​ມື​ແລະ​ເຕີບ​ໂຕ​ຮ່ວມ​ມື,ຍົກ​ສູງ​ລະດັບ​ຮ່ວມ​ມື​ຕື່ມ​ອີກ.

\ທ່ານ​ຢົງ​ບູນ​ເຢວຕີ​ລາຄາ​ສູງ​ຕໍ່ການ​ຂະ​ຫຍາ​ຍຕົວ​ການ​ພົວພັນ​ລະຫວ່າງ​ສິງ​ກະ​ໂປ​ກັບ​ຈີນ​.ທ່ານ​ກ່າວ​ວ່າ,ຝ່າຍ​ສິງກະ​ໂປ​ເອົາ​ໃຈ​ໃສ່​ການ​ພົວພັນ​ກັບ​ຈີນ​ໃນ​ລະດັບ​ສູງ,ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ໝັ້ນ​ໜຽວ,ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ​ລົງ​ເລິກ​ການ​ຮ່ວມ​ມືຕົວ​ຈິງ​ລະຫວ່າງ​ສອງ​ຝ່າຍ,ຊຸກຍູ້​ການ​ພົວພັນ​ສິງກະ​ໂປ​ກັບ​ຈີນຈະ​ໄດ້​ຮັບ​ການ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>