ສ.ເກົາ​ຫຼີ​ແລະ​ສ.ປ.ປ.​ເກົາ​ຫຼີ​ອາດ​ຈະ​ດຳ​ເນີນ​"ການ​ຕ່າງ​ປະ​​ເທດ​ໃນ​ພິ​ທີ​ຊາ​ປະ​ນະ​ກິດ​ສົບ​ຫຼື​ບໍ່?

(GMT+08:00) 2009-08-20 15:42:22 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ 19 ສິງ​ຫາ​ນີ້, ທ່ານ​ປັກ​ເຈ​ວົນ, ຜູ່​ຊ່ອຍ​ທ່ານ​ກິມ​ແດ​ຈຸງ,​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສ.​ເກົາ​ຫຼີ,​ສະ​ມາ​ຊິກ​ສະ​ພາ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ສ.​ເກົາ​ຫຼີ​ກ່າວ​ວ່າ, ວັນ​ທີ​19​ສິງ​ຫາ​ນີ້,​ສ.ປ.ປ.​ເກົາ​ຫຼີ​ໄດ້​ສົ່ງ​ຈົດ​ໝາຍ​ໃຫ້​ສູນ​ສັນ​ຕິ​ພາບ​ກິມ​ແດ​ຈຸງ​ວ່າ,​ຕາມ​ຄຳ​ຊີ້​ແຈງ​ຂອງ​ທ່ານ​ກິມ​ເຈິງ​ອິນ,​ຜູ່​ນຳ​ສູງ​ສຸດ​ສ.ປ.ປ.​ເກົາ​ຫຼີ,​ສ.ປ.ປ.​ເກົາ​ຫຼີ​ຈະ​ສົ່ງ​ຜູ່​ແທນ​ພິ​ເສດ​ນຳ​ເອົາ​ພວງ​ມາ​ລາ​ຂອງ​ທ່ານ​ກິມ​ເຈິງ​ອິນ​ໄປ​ສ.​ເກົາ​ຫຼີ​ເພື່ອ​ໄວ້ອາ​ໄລ​ທ່ານ​ກິມ​ແດຈຸ່ງ​ທີ່​ເຖິງ​ກຳ​ຍ້ອນ​ພະ​ຍາດ​ໂລຄາ. ວັນ​ທີ​19​ສິງ​ຫາ​ນີ້,​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ສ.​ເກົາ​ຫຼີ​ກ່າວ​ວ່າ, ສ.​ເກົາ​ຫຼີ​ບໍ່​ມີ​​ເຫດ​ຜົນ​ຫຍັງ​ຄັດ​ຄ້ານ​ສ.ປ.ປ.​ເກົາ​ຫຼີ​ມາ​ໄວ້​ອາ​ໄລ.​ນັກ​ວິ​ເຄາະ​ຊີ້​ອອກ​ວ່າ,​ປັດ​ຈຸ​ບັນ​​ໄດ້​ມີ​ຄວາມ​ຮຽກ​ຮ້ອງ​ແລະ​ປະ​ກົດ​ການ​ທີ່​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຜ່ອນ​ຄາຍ​ລົງ,​ສະ​ນັ້ນ​ຈຶ່ງ​ບໍ່​ປະຕິ​ເສດ​ວ່າ​ສ.​ເກົາ​ຫຼີ​ແລະ​ສ.ປ.ປ.​ເກົາ​ຫຼີ​ອາດ​ຈະ​ດຳ​ເນີນ​ການ​ຕ່າງ​ປະ​ເທດ​ໃນ​ພິ​ທີ​ຊາ​ປະ​ນະ​ກິດ​ສົບ, ​ເພື່ອ​ເປີດ​ປະ​ຕູ​ຜ່ອນ​ຄາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ.

ນັບ​ແຕ່​ເດືອນ​ສິງຫາ​ມາ​ນີ້, ​ເຖິງ​ວ່າ​ສ.​ເກົາຫຼີ​ກັບສ.ປ.ປ.​ເກົາຫຼີ​ໄດ້​ເກີດ​ຂໍ້​ຂັດ​ແຍ່ງ​ກັນ​ເລື້ອຍໆ, ​ແຕ່​ປັດ​ໄຈ​ອັນ​ຕັ້ງໜ້າ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຢູ່​ໃນ​ຖານະ​ສຳ​ຄັນ,​ປັດ​ໄຈ​ເຫຼົ່າ​ນີ້​ລວມ​ທັງ​ສ.ປ.ປ.​ເກົາ​ຫຼີ​ປ່ອຍ​ຕົວ​ພະ​ນັກ​ງານ​ຂອງ​ກຸ່ມ​ບໍ​ລິ​ສັດ​ຮຸນ​ແດ​ສ.​ເກົາ​ຫຼີ,​ທ່ານ​ກິມ​ເຈິງ​ອິນ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ນາງ​ຮຸນ​ຈົ່ງ​​ເອິນ,​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ຮຸນ​ແດ,​ພ້ອມ​ທັງ​ກຸ່ມ​ບໍ​ລິ​ສັດ​ຮຸນ​ແດ​ແລະ​ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ​ອາ​ຊີ​ປາ​ຊິ​ຟິກ​ຂອງ​ສ.ປ.ປ.​ເກົາ​ຫຼີ​ໄດ້​ກ້າວ​ເຖິງ​ຄວາມ​ເປັນ​ເອກະ​ສັນ​ກັນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຕ່າງໆ​ເຊັ່ນ​​ເປີດ​ການ​ທ່ອງ​ທ່ຽວ​ພູ​ກິມ​ກາງ​ຊານ​ຄືນ​ໃໝ່, ​ແລະ​​ໃນ​ວັນ​ທີ 15 ສິງຫາ​ນີ້​ເ​ເຊິ່ງ​ເປັນ​ບຸນ​ກວງ​ໂບ,​ທ່ານ​ລີ​ມຽງ​ບັກ​ກ່າວ​ຄຳ​ປາ​ໄສ​​ເທື່ອ​ທຳ​ອິດ​ວ່າ​ຍິນ​ດີ​ສົນທະນາ​ກັບສ.ປ.ປ.​ເກົາ​ຫຼີ.​ພາຍ​ຫຼັງ​ທ່ານ​ກິມ​ແດຈຸ່ງ​​ເຖິງ​​ແກ່​ກຳ​​ໃນ​ວັນ​ທີ​18​ສິງ​ຫາ​ນີ້​ແລ້ວ, ​ສ.ປ.ປ.​ເກົາ​ຫຼີມີ​ປະຕິກິ​ລິ​ຍາ​ຢ່າງ​ຕັ້ງ​ໜ້າ​ແລະ​ວ່ອງ​ໄວ. ວັນ​ທີ​19​ສິງ​ຫາ​ນີ້,​ທ່ານ​ກິມ​ເຈິງ​ອິນ​ຜູ່​ນຳ​ສູງ​ສຸດ​ຂອງ​ສ.ປ.ປ.​ເກົາ​ຫຼີ​ກໍ່​ສົ່ງ​ໂທລະ​ເລກ​ໄວ້ອາ​ໄລ,​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ທ່ານ​ກິມ​ແດ​ຈຸງ​ເຖິງ​ແກ່​ກຳ.​ຫຼັງ​ຈາກ​ນັ້ນ, ສ.ປ.ປ.​ເກົາ​ຫຼີ​ອີງ​ຕາມ​ຄຳ​ຊີ້​ແຈ້ງ​ຂອງ​ທ່ານ​ກິມ​ເຈິງ​ອິນ,​ກ່າວ​ວ່າ​ຈະ​ສົ່ງ​ຄະ​ນະ​ພິ​ເສດ​ໄປ​ສ.​ເກົາ​ຫຼີ​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ຊາ​ປະ​ນະ​ກິດ​ຂອງ​ທ່ານ​ກິມ​ແດຈຸງ.

ໃນ​ໄລຍະ​ທ່ານ​ກິມ​ແດຈຸ​ງທີ່​ຖືກ​ຫາງສຽງ​ສ.​ເກົາຫຼີ​ເອີ້ນ​ວ່າ​" ນັກ​ສູ້​ຮົບ​ປະ​ຊາ​ທິ​ປະ​ໄຕ​ "ຄອງ​ອຳນາດ, ຜົນງານ​ໃນ​ກາ​ນປົກຄອງ​ທີ່​ເຮັດ​ໃຫ້​ຄົນ​​ໃນໂລກ​ຈື່​ຈຳ​​ໄດ້​ຄັກ​ທີ່​ສຸດ ​ແມ່ນ​ທ່ານ​ໄດ້​ສະ​ເຫ​ນີ ​ແລະ​ປະຕິບັດ​ນະ​ໂຍ​ບາຍ​"ແສງ​ຕາ​ເວັນ".  ນະ​ໂຍ​ບາຍ​ປອງ​ດອງ​ກັບ​ສ.ປ.ປ​ເກົາ​ຫຼີ​ຂອງ​ທ່ານ​ກິມ​ແດຈຸ​ງ​ໄດ້​ຂຸກ​ຍູ້​​ການ​ພົວ​ພັນ​ລະ​ຫວ່າງ​ເຫນືອ​ໃຕ້​​ໃຫ້​ດີ​ຂຶ້ນ​ແລະ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ.  ວັນ​ທີ​15​ມິ​ຖຸ​ນາ​ປີ 2000,​ທ່ານ​ກິມ​ແດ​ຈຸງ​ໄດ້​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ພຽງ​ຢາງ​ຂອງ​ສ.ປ.​ປ​ເກົາ​ຫຼີ,​ເພື່ອ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ກິມ​ເຈິ່ງ​ອິນ,​ຜູ່​ນຳ​ສູງ​ສຸດ​ແຫ່ງ ສ.ປ.ປ​ເກົາ​ຫຼີ, ​ເຮັດ​ໃຫ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເຫນືອ​ໃຕ້​ເທື່ອ​ທຳ​ອິດ​ ຫຼັງ​ຈາກ​ພາກ​ເຫນືອ​ກັບ​ພາກ​ໃຕ້​​ແຕກ​ແຍກ​ກັນ​ເປັນ​ເວ​ລາ 50​ປີ,​ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ເຫນືອ​ໃຕ້ທີ່​ມີ​ຄວາມ​ຫມາຍ​ປະ​ຫວັດ​ສາດ,​ດ້ວຍ​ເຫດ​ນີ້ ,ທ່ານ​ກິມ​ແດ​ຈຸ​ງຈຶ່ງ​ໄດ້​ຮັບ​ລາງ​ວັນ​ສັນ​ຕິ​ພາບ​ຂອງ​​ໂນ​ແບນ.

ປະຈຸ​ບັນນີ້,ສ.​ເກົາຫຼີ​ແລະ​ສປປ​ເກົາຫຼີລ້ວນ​ແຕ່​ໄດ້​ຕີ​ລາຄາ​ສູງ​ທິ່ສຸດຕໍ່​ທ່ານ​ກິມ​ແດຈຸ​ງທີ່​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກຍູ້​ຄວາມ​ປອງ​ດອງ​ກັນ​ລະຫວ່າງ​ເໜືອ​ໃຕ້​ຕະ​ຫຼອດ​ຊີ​ວິດ.​ໃນ​ໂທ ລະ​ເລກ​ໄວ້ອາ​ໄລ,ທ່ານ​ກິມ​ເຈິ​ງອິນກ່າວ​ວ່າ,​ເຖິງ​ວ່າ​ທ່ານ​ກິມ​ແດ​ຈຸງ​ໄດ້​ເຖິງ​ແກ່​ກຳ​ແລ້ວ,​ແຕ່​ການ​ປະກອບສ່ວນ​ຂອງ​ທ່ານ​​ເພື່ອບັນລຸ​ຄວາມ​ປອງ​ດອງ​ຊາດ​ແລະ​ໂຮມ​ຊາດ​ເຂົ້າ​ເປັນ​ເອ ກະ​ພາບ​ນັ້ນຈະ​ຍືນ​ຍົງ​ຮ່ວມ​ກັບ​ຊາດ​ຈົນ​ເທົ່າ​ໃດໆ.

ທ່ານຫຼີມຽ​ງບັກ​ກ່າວ​ວ່າ,​ປະ​ຊາ​ຊົນ​ສ.​ເກົາຫຼີ​ຈະ​ຈື່​ຈຳ​ການ​ປະ​ກອບ​ສ່ວນ​ແລະ​ຄວາມ​ພະ ຍາ​ຍາມ​ຂອງ​ທ່ານ​ກິມ​ແດ​ຈຸ​ງ​​ໃນ​ຂະ​ບວນ​ການ​ຫັນ​ສ.​ເກົາ​ຫຼີ​ເປັນ​ແບບ​ປະ​ຊາ​ທິ​ປະ​ໄຕ​ແລະ​ໃນ​ດ້ານ​ຊຸກ​ຍູ້​ຄວາມ​ປອງ​ດອງ​ກັນ​ລະຫວ່າງ​ສ.​ເກົາ​ຫຼີ​ກັບ​ສປປ​ເກົາ​ຫຼີ​ຢ່າງ​ບໍ່​ມີ​ວັນ​ລືມ,ຂໍ​ໃຫ້​ ຄວາມ​ປາ​ຖະ​ໜາ​ຂອງ​ທ່ານ​ກິມ​​ແດຈຸງ​ທີ່​ຢາກ​ໃຫ້​ເໜືອ​ໃຕ້​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ນັ້ນ ຈົ່ງ​ບັນ​ລຸ​ເປັນ​ຈິງ​ໃນ​ທີ່​ສຸດ​ຜ່ານ​ຂະ​ບວນ​ການ​ຊຸກ​ຍູ້​ຄວາມ​ປອງ​ດອງ​ກັນ​ລະ​ຫວ່າງ​ສ.​ເກົາ​ຫຼີ​ກັບ​ສປປ​ເກົາ​ຫຼີ.

ວັນ​ທີ19​ສິງຫານີ້,ລັດຖະບານ​ສ.​ເກົາຫຼີຕົກລົງ​ຈັດ​ລັດ​ຖະ​ພິ​ທີ​ຊາ​ປະ​ນະ​ກິດ​ສົບ​ໃຫ້​ທ່ານ​ກິມ​​ແດຈຸ​ງ,ນີ້​ແມ່ນ​ສ.​ເກົາ​ຫຼີ​ຈັດ​ລັດ​ຖະ​ພິ​ທີ​ຊາ​ປະ​ນະ​ກິດ​ສົບ​ໃຫ້​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ເປັນ​ເທື່ອ​ທຳ​ອິດ​ແຕ່​ສ້າງ​ຕັ້ງ​ປະ​ເທດ​ມາ​ນີ້.​ຖ້າ​ວ່າ​ສ.ເກົາ​ຫຼີ​ແລະ​ສປປ​ເກົາ​ຫຼີ​ສາ​ມາດ​ຖື​ໂອກາດ​ນີ້,​ເປີດ​ປະ​ຕູ​ທີ່​ຜ່ອນ​ຄາຍ​ການ​ພົວ​ພັນ​ສອງ​ຝ່າຍ,​ອາດ​ເວົ້າ​ໄດ້​ວ່າ,​ຈະ​ແມ່ນ​ຈຸດ​ຈົບ​ທີ່​ງົດ​ງາມ​ໃນ​ຊີ​ວິດ​ຂອງ​ທ່ານ​ກິມ​​ແດ​ຈຸ​ງ​ທີ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ພາ​ລະ​ກິດ​ຊຸກ​ຍູ້​ຄວາມ​ປອງ​ດອງ​ກັນ​ລະ​ຫວ່າງ​ເໜືອ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>