ເນື້ອ​ທີ່​ດິນ​ຫັນ​ເປັນ​ດິນ​ຊາຍ​ຂອງ​ຈີນ​ສະ​ເລ່ຍ​ແລ້ວ​ຫຼຸດ​ລົງ​ປະ​ມານ 1283 ກິ​ໂລ​ຕາ​ແມັດ​ຕໍ່​ປີ

(GMT+08:00) 2009-08-23 17:03:48 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດລະ​ເປັນ​ເວລາ​ຍາວ​ນານ, ​ເນື້ອ​ທີ່​ດິນ​ຫັນ​ເປັນ​ດິນຊາຍ​ຂອງ​ຈີນ​ຈາກການ​ຂະຫຍາຍ​ກວ້າງ​ອອກ 3400 ກິ​ໂລ​ຕາ​​ແມັດ​ຕໍ່​ປີ​ໃນ​ທ້າຍ​ສະຕະວັດ​ທີ່​ແລ້ວ​ປ່ຽນ​ຄັ້ງເປັນການຫຼຸດລົງ​ປະມານ 1200 ກິ​ໂລ​ຕາ​​ແມັດ​ຕໍ່​ປີ​ໃນ​ປະຈຸ​ບັນ, ​ໄດ້​ບັນລຸ​ການ​ຫັນປ່ຽນ​ປະຫວັດສາດ​ທີ່​ຈາກ"ຂີ້​ຊາຍ​ບັງຄັບ​ໃຫ້​ຄົນ​ຖອຍຫຼັງ"ກາຍ​ເປັນ"ຄົນ​ບັງຄັບ​ໃຫ້​ຂີ້​ຊາຍ​ຖອຍຫຼັງ".

ວັນ​ທີ 22 ສິງຫາ​ນີ້, ຢູ່​ນະຄອນ​ກຸ້ຍ​ຢາງ, ທ່ານ​ຈ່າງ​ຈ້ຽນລົງ, ຮອງ​ຫົວໜ້າ​ກົມ​ປ່າ​​ໄມ້​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ເມື່ອ​ສ້າງຕັ້ງສປຈີນ 60 ປີ​ມາ​ນີ້, ອັດຕາ​ປ່າ​ໄມ້​ປົກ​ຫຸ້ມ​ຂອງ​ຈີນ​ຈາກ 8,6% ​ເພີ່ມ​ຂຶ້ນ​ຮອດ 18,21%, ​ເນື້ອ​ທີ່​ປ່າ​ໄມ້​ປູກ​ເປັນອັນ​ດັບ​ໜຶ່ງ​ໃນ​ໂລກ, ​ໃນ​ກໍລະນີ​ທີ່​ຊັບພະຍາກອນ​ປ່າ​ໄມ້​​ໂລກຫຼຸດລົງ​ຢ່າງ​ຕໍ່​ເນື່ອງນັ້ນ, ຈີນ​ໄດ້​ກາຍ​ເປັນ​ປະ​ເທ​ດທີ່​ມີ​ຊັບພະຍາກອນ​ປ່າ​ໄມ້​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່​ຂອງ​ໂລກ.ທ່ານ​ກ່າວ​ວ່າ, ນັບ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນຕົ້ນມາ, ລັດຖະບານ​ຈີນ​ໄດ້​ປະຕິບັດ​ກິດຈະ​ກຳ​ຊີວະ​ພາບ​ຈຸດ​ໜັກ​ຕ່າງໆ​ເຊັ່ນ: ສ້າງ​ປ່າ​ປ້ອງ​ກັນ​ຢູ່​ທິດຕາ​ເວັນ​ຕົກ​ສຽງ​ເໜືອ, ທິດ​ເໜືອ​ແລະ​ທິດຕາ​ເວັນ​ອອກສຽງ​ເໜືອ, ການ​ປົກ​ປ້ອງ​ປ່າ​ໄມ້​ທຳ​ມະ​ຊາດ, ສ້າງ​ປ່າ​ຄືນ​ໃໝ່​ຢູ່​ດິນ​ປູກຝັງ, ປ້ອງ​ກັນດິນຊາຍ​ປົວ​ແປງ​ດິນ​ຊາຍ, ​ແລະ​ອະ​ນຸລັກ​ດິນ​ທາມ, ​ເຮັດ​ໃຫ້​ບັນຫາ​ຊີວະ​ຊາດ​ທີ່​ໜັກໜ່ວງ​ກວ່າ​ໝູ່​ໃນ​ໂລກ​ຄືທີ່​ດິນ​ຫັນ​ເປັນ​ດິນຊາຍ​ນັ້ນ​ໄດ້​ຖືກ​ສະກັດ​ກັ້ນຢູ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>