ໄທ​ຈະ​ຈັດ​ເວທີ​ປາ​ໄສ​ການ​ຄ້າ​ໄທ​ສະຫະພາບ​ເອີ​ລົບ​ໃນ​ເດືອນ​ກັນຍາ​ປີ​ນີ້

(GMT+08:00) 2009-08-29 18:06:06 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ29 ສິງຫາ​ນີ້,ກະຊວງ​ການ​ຄ້າ​ໄທ​ກ່າວ​ຢູ່​ບາງ​ກອກວ່າ,​ເພື່ອ​ຊຸກຍູ້​ການ​ໄປມາຫາສູ່​ກັນ​ທາງ​ການ​ລົງທຶນ​ການ​ຄ້າ​ລະຫວ່າງ​ໄທ​ກັບປະ​ເທດ​ສະຫະພາບ​ເອີ​ລົບ,ກະຊວງ​ການ​ຄ້າ​ຈະ​ຈັດ​ເວທີ​ປາ​ໄສ​ໄທ​ສະຫະ​ພາບ​ເອີ​ລົບ​ຢູ່​ບາງກອກ​ໃນ​ວັນ​ທີ17 ຫາ​ວັນ​ທີ18 ກັນຍາ​ປີ​ນີ້,​ເພື່ອ​ຟື້ນ​ຟູ​ຄວາມ​ໝັ້ນ​ໃຈ​ຂອງ​ນັກ​ລົງທຶນ​ປະ​ເທດສະຫະພາບ​ເອີ​ລົບ​ຕໍ່​ໄທ​ໂດຍ​ຜ່ານ​ຮູບ​ແບບ​ຊະນິດ​ຕ່າງໆ,ຊຸກຍູ້​ການ​ໄປມາຫາສູ່​ກັນ​ທາງ​ການ​ລົງທຶນ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄທ​ກັບ​ສະຫະ​ພາບ​ເອີ​ລົບ,​ແລະ​ຟື້ນ​ຟູ​ພາບ​ພົດ​ອັນ​ດີງາມ​ຂອງ​ໄທ.

ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນ​ຕີໄທ​ແລະທູຕານຸ​ທູດຂອງ​ບັນດາ​ປະ​ເທດ​ສະຫະ​ພາບ​ເອີ​ລົບ​ປະຈຳ​ໄທ​ລ້ວນ​ແຕ່​ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເທື່ອ​ນີ້.​ໃນ​ຖານ​ະເປັນ​ປະ​ເທດ​ເຈົ້າພາບ,​ໄທ​ຈະ​ຖື​ເວທີ​ປາ​ໄສ​ເທື່ອ​ນີ້​ເປັນ​ໂອກາດ​ທີ່ດີ,​ໂຄສະ​ໜາ​ມາດ​ຕະການ​ນະ​ໂຍບາຍ​ທີ່ໄທນຳ​ໃຊ້​ເພື່ອ​ຊຸກຍູ້​ການ​ອາຫານ,​ແລະ​ໄທ​ມີ​ຄວາມສາມາດ​ມີ​ການ​ກະ​ກຽຖຽມກາຍ​ເປັນ​ສູນຍຸດທະນາ​ອາຫານຂອງອາຊີ​ຕາ​ເວັນ​ອອກສຽງ​ໃຕ້,​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ໂລກ​ວາງ​ໃຈ​ໄດ້​ຮັບ​ອາຫານ​ມາ​ຈາກ​ໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>