ທ່ານ​ນົງ​ດຶກມານ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມພົບ​ປະ​ທ່ານ​ເຮີ​ຢົງ

(GMT+08:00) 2009-08-29 19:10:03 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ຕອນບ່າຍ​ວັນ​ທີ28 ສິງຫາ​ນີ້,ຢູ່​ຫ່າ​ໂນ່​ຍ,ທ່ານ​ນົງ​ດຶກມານ ​ເລຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​​ໄດ້​ພົບ​ປະ​ຄະນະ​ຜູ່​ແທນ​ພັກ​ກອມ​ມູນິດ​ຈີນ​ທີ່​ນຳ​ໂດຍ​ທ່ານ​ເຮີ​ຢົງ ​ເລຂາທິການຄະນະ​ເຂ​ລາ​ທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ຮອງ​ເລຂາທິການ​ຂອງ​ຄະນະ​ກຳມະການ​ກວດກາ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ.

ທ່ານ​ນົງ​ດຶກມານ​ກ່າວ​ວ່າ,ຫວຽດນາມ​ກັບ​ຈີນ​ແມ່ນ​ປະ​ເທດ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງທີ່​​ເປັນສະຫາຍ​ແລະ​ອ້າຍ​ນ້ອງກັນ.ການຂະຫຍາຍ​ໄມຕີ​ຈິດ​ລະຫວ່າງ​ຫວຽດນາມ​ກັບ​ຈີນ​ແມ່ນ​ທິດ​ທາງທີ່​​ໝັ້ນ​ໜຽວຂອງ​ພັກ​ແລະ​ລັດຖະບານ​ຂອງຫວຽດນາມ,ສອດ​ຄ່ອງຜົນ​ປະ​ໂຫຍ​ດ​ແລະຄວາມ​ປາຖະໜາ​ຮ່ວມຂອງ​ປະຊາຊົນ​ສອງ​ປະ​ເທດ.ທ່ານ​ນົງດຶກມານ​ກ່າວ​ວ່າ,ຝ່າຍ​ຫວຽດນາມ​ດີ​ໃຈ​ທີ່ເຫັນຜົນສຳ​ເລັດ​ອັນ​​ໃຫຍ່​ຫຼວງ​ທີ່​ຈີນ​ໄດ້​ຮັບ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ເສດຖະກິດ​ສັງຄົມ​ເປັນ​ຕົ້ນ,ຫວັງ​ໃຫ້​ແບ່ງ​ປັນບົດຮຽນ​ທີ່​ຮັບ​ມື​ວິ​ກິດ​ການ​ເງິນ​ສາກົນ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ກັບ​ຝ່າຍ​ຈີນ.

ທ່ານ​ເຮີ​ຢົງ​ກ່າວ​ວ່າ,ປີໜ້າ​ແມ່ນ​ຈີນ​ກັບ​ຫວຽດນາມ​ສ້າງ​ສາຍ​ພົວພັນ​ການ​ທູດ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ຄົບຮອບ60ປີ,ກໍ່​ແມ່ນ"ປີ​ໄມຕີ​ຈິດ​ຈີນ​ຫວຽດນາມ",ຝ່າຍ​ຈີນ​ຍິນ​ດີ​ຖື​ນີ້​ເປັນ​ໂອກາດ​ດີ,ພ້ອມ​ກັບ​ຝ່າຍ​ຫວຽດນາມ,​ເສີມ​ສ້າງ​ເນື້ອ​ໃນຂອງການ​ພົວພັນ​ຄູ່​ຂາ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພີ່ມ​ທະວີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ​ຕື່ມ​ອີກ,ລົງ​ເລິກ​ການ​ຮ່ວມ​ມືທີ່​ຕ່າງຝ່າຍຕ່າງ​ມີ​ຜົນປະ​ໂຫຍ​ດ,ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>