ພັກ​ປະ​ຊາ​ທິ​ປັດ​ຂອງ​ຍີ່​ປຸ່ນ​ຊະ​ນະ​ການ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ

(GMT+08:00) 2009-08-31 16:17:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ຕອນ​ຂ້ອນ​ແຈ້ງ​ວັນ​ທີ31​ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ,ຜົນການ​ນັບ​ບັດ​ຂອງ​ການ​ເລືອກ​ຕັ້ງສະພາ​ຕ່ຳຍີ່ປຸ່ນ​ໄດ້ປະກາດຢ່າງ​ເປັນ​ທາງ​ການ.ພັກ​ປະຊາ​ທິປັດຫຼືDPJ​ທີ່​ຖື ຄຳ​ຂວັນ"​ປ່ຽນພັກ​ຄອງ​ອຳນາດ"​​ເຂົ້າຮ່ວມ​ການ​ເລືອກ​ຕັ້ງນັ້ນ​ໄດ້​ຮັບຄະ​ແນນຢ່າງ​ຂາດ​ຂັ້ນ ​ເຊິ່ງບໍ່​ໄດ້​ຢູ່​ເໜືອ​ການ​ຄາດ​ຄິດ​ຂອງ​ຄົນ​ທົ່ວ​ໄປ,​ນີ້​ໄດ້​ເຮັດ​ໃຫ້​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຫຼື​LDP​ທີ່​ຄອງ​ອຳ​ນາດ​ແຕ່​ປີ​1955​ນັ້ນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,​ເວ​ທີ​ການ​ເມືອງ​ຂອງ​ຍີ່​ປຸ່ນ​ໄດ້​ເກີດ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ເຄິ່ງ​ສະ​ຕະ​ວັດ​ມາ​ນີ້.​ຫາງ​ສຽງ​ເຫັນ​ໂດຍ​ທົ່ວ​​ໄປ​ວ່າ,​ພັກ​ປະ​ຊາ​ທິ​ປັດ​ຂຶ້ນ​ຄອງ​ອຳ​ນາດ​ຍ່ອມ​ຈະ​ມີ​ຜົນ​ສະ​ທ້ອນ​ຢ່າງ​​ແຂງ​ແຮງ​ຕໍ່​ທິດ​ຂະ​ຫຍາຍ​ຕົວ​ຂອງ​ສະພາບ​ການ​ເມືອງ​ແລະ​ນະ​ໂຍ​ບາຍ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ​ຂອງ​ຍີ່​ປຸ່ນ​​ໃນ​ຕໍ່​ໜ້າ,​ແຕ່​ນະ​ໂຍບາຍ​ພາຍ​ໃນ​ແລະ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ປະ​ຊາ​ທິ​ປັດ​ຍາກ​ທີ່​ຈະ​ເກີດ​ການ​ປ່ຽນ​ຢ່າງ​ໃຫຍ່​ຫຼວງ​ໃນ​ເວລາ​ອັນ​ສັ້ນໆ,​ຢ່າງ​ຫຼາຍ​ກໍ່​ມີ​ແຕ່​ການ​ສະ​ແດງ​ອອກ​​ເອກະລັກ​ພິ​ເສດ​ຂອງ​ຕົນ​ໃນ​ຂະ​ນະ​ທີ່​ສືບ​ທອດ​ນະ​ໂຍ​ບາຍ​ພາຍ​ໃນ​ແລະ​ການ​ຕ່າງປະ​ເທດ​ຂອງ​ພັກ​ເສລີ​ປະຊາທິປະ​ໄຕທໍ່​ນັ້ນ.

ຜົນ​ການ​ນັບ​ບັດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ການ​ເລືອກ​ຕັ້ງ,ພັກ​ປະຊາທິປັດ​ທີ່ເປັນ​ພັກ​ຝ່າຍ ຄ້ານທີ່​ໃຫຍ່​ກວ່າ​ໝູ່​ໄດ້​ຮັບ​308​ທີ່​ນັ່ງ​ຂອງ​ທັງ​ໝົດ​480​ທີ່​ນັ່ງ​ຂອງ​ສະ​ພາ​ຕ່ຳ,​ຫຼາຍ​ກວ່າ​ຈຳ​ນວນ​ທີ່​ນັ່ງ​ທີ່​ຕ້ອງ​ການ​ເພື່ອ​ຄອງ​ອຳ​ນາດ​ແຕ່​ຝ່າຍ​ດຽວ ຄື 241​ທີ່​ນັ່ງ.​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ໄດ້​119​ທີ່​ນັ່ງ,​ທຽບ​ກັບ​ເວ​ລາ​ກ່ອນ​ການ​ເລືອກ​ຕັ້ງ​ໄດ້​ຫຼຸດ​ລົງ​181​ທີ່​ນັ່ງ.

ໃນ​ຄືນ​ວັນ​ທີ 30 ສິງຫາ​ນີ້,ທ່ານທາ​ໂຣ ອາ​ໂຊະ,ຫົວຫນ້າພັກ​ເສລີ ປະຊາທິປະ​ໄຕ ທັງ​ເ​ປັນນາ​ຍົກ​ລັດຖະມົນຕີ​ຍີ່​ປຸ່ນ​ກ່າວ​ວ່າ,​ທ່ານ​​​ຍອມ​ຮັບ​ຄວາມ​ຜິດ​ພາດ​ຂອງ​ຕົນ​ເອງ​ແລ້ວລາ​ອອກ​ຈາກ​ຕຳ​​ແຫນ່​ງ.  ທ່ານ​ຢູຄີ​ໂອ ຮາ​ໂຕ​ຢາ​ມາ,​ຫົວ​ໜ້າ​ພັກ​ປະ​ຊາ​ທິ​ປັດ​ກ່າວ​ວ່າ,​ທ່ານ​ຈະ​ກຽມ​ເຂົ້າ​ຮັບ​ຕຳ​ແຫນ່ງ​ແທນ​ທ່ານ​ທາ​ໂຣ ອາ​ໂຊະ​ໃນ​ໄວໆ​ນີ້, ​ແລະ​ປຶກ​ສາ​ຫາ​ລື​ກັບ​ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ແລະ​ພັກ​ປະ​ຊາ​ຊົນ​ໃຫມ່​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ສົມ.  ລັດ​ຖະ​ບານ​ຍີ່​ປຸ່ນ​ຊຸດ​ໃຫມ່​​ທີ່​ນຳ​ໂດຍ​ທ່ານ​ຢູ​ຄີ​ໂອ ຮາ​ໂຕ​ຢາ​ມາ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຈະ​ສ້າງ​ຕັ້ງ​ຂຶ້ນ​ໃນ​ໄລ​ຍະ​10​ມື້​ທຳ​ອິດ​ຂອງ​ເດືອນ​ກັນ​ຍາ​ປີ​ນີ້.

ພັກ​ປະຊາທິປັດຍີ່​ປຸ່ນທີ່ຂຶ້ນ​ຄອງ​ອຳນາດມ່ນ​ຢູ່​ເຫນືອ​ຄວາມ​ຄາດຫມາຍ​ຂອງ​ວົງ​ການການ​ເມືອງຍີ່​ປຸ່ນເຫນືອ​ຄວາມ​ຄາດຫມາຍ, ​ແລະ​ສ້າງ​ຄວາມ​ຫວັງ​ແລະ​ການ​ທ້າ​ທາຍ​ໃຫ້​ແກ່​ການ​ພັດທະນາ​ຍີ່​ປຸ່ນ​ໃນ​ຕໍ່ຫນ້າ​ນີ້. ​ ແຕ່​ວ່າ, ​​ເມື່ອ​​ສັງ​ເກດ​ຈາກ​ດ້ານ​ຕ່າງໆ​ເຊັ່ນ: ພັກ​ປະ​ຊາ​ທິ​ປັດ​ປັບປຸງ​ເນື້ອ​ໃນ​ຈຳ​ນວນ​ຫນຶ່ງຂອງ​ທິດ​ທາງ​ບໍ​ລິ​ຫານ​ປະ​ເທດກ່ອນ​ຫນ້າ​ນີ້,​ໂຄງ​ປະ​ກອບ​ຂອງ​ສະ​ມາ​ຊິກ​ພັກ​ປະ​ຊາ​ທິ​ປັດ,​ເວ​ທີ​ການ​ເມືອງ​ຂອງ​ຍີ່​ປຸ່ນ​ຕົກ​ຢູ່​ໃນ​ສະພາບ​ແບບ​ອະ​ນຸ​ລັກ​ນິ​ຍົມ​ແລະ​ພິ​ຈາ​ລະ​ນາ​ຈາກ​ສະ​ພາບ​ຕົວ​ຈິງ​ເປັນ​ຕົ້ນ, ​ພັກ​ປະ​ຊາ​ທິ​ປັດ​ທັງ​​ເຮັດ​ໃຫ້​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ດ້ານ​ການ​ເມືອງ​ກັບ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຈະ​ແຈ້ງ​ຂຶ້ນ, ທັງພະຍາຍາມ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ການ​ເມືອງ​ມີ​ຄວາມ​ຫມັ້ນ​ຄົງ. ນັກ​ວິ​ເຄາະ​ເຫັນ​ ວ່າ,​ຫຼັງ​ຈາກ​ພັກ​ປະ​ຊາ​ທິ​ປັດ​ຂຶ້ນ​ຄອງ​ອຳ​ນາດ​ແລ້ວ, ນະ​ໂຍ​ບາຍ​ພາຍ​​ໃນ​ແລະ​ຕ່າງປະ​ເທດ​ຂອງ​ພັກ​ດັ່ງ​ກ່າວ​ເມື່ອ​ທຽບ​ກັບ​ໄລຍະ​ພັກ​​ເສລີ​ປະ​ຊາ​ທິ​ປະ​ໄຕ​ຄອງ​ອຳ​ນາດ​ແລະ​ທ່ານ​ແມ່ນ​ຍາກ​ທີ່​ຈະມີ​ການ​ປ່ຽນ​​ແປງ​ຢ່າງ​ຫຼວງ​ຫຼາ​ຍໃນ​​ເວລາ​ສັ້ນໆ,ຢ່າງ​ຫຼາຍ​ກໍ່​ມີ​ແຕ່​ການ​ສະ​ແດງ​ອອກ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕົນ​ໃນ​ຂະນະ​ທີ່​ສືບ​ທອດ​ນະ​ໂຍບາຍ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຂອງ​ພັກ​ເສລີ​ປະ​ຊາ​ທິ​ປະ​ໄຕ​ເທົ່າ​ນັ້ນ.

ສາ​ເຫດ​ຕົ້ນຕໍ​​ແມ່ນ: ກ່ອນ​ອື່ນ​ໝົດ, ພັກ​ປະຊາທິປັດ​ແລະ​ພັກ​​ເສລີ​ປະຊາທິປະ​ໄຕລ້ວນ​ແຕ່​ແມ່ນ​ພັກ​ອະນຸລັກ​ນິຍົມ, ການ​ປ່ຽນ​ແປງຂອງ​ອຳນາດການ​ປົກຄອງ​ເທື່ອ​ນີ້​ພຽງ​ແຕ່​ແມ່ນ​ການ​ປ່ຽນ​ແປງ​ໃນ​ອິດ​ທິກຳລັງອະນຸລັກ​ນິຍົມ​ຂອງ​ຍີ່ປຸ່ນ​​ເທື່ອ​ນີ້. ອັນ​ທີ​ສອງ, ພັກ​ປະຊາທີປັດ​ມີ 9 ຝ່າຍ, ການ​ແຂ່ງຂັນ​ພາຍ​ໃນ​ດຸ​ເດືອດ​ທີ່​ສຸດ, ມີ​ຄວາມຂັດ​ແຍ່ງ​ກັນ​ຫຼາຍ​ຢ່າງ, ​ເຮັດ​ໃຫ້​ຄວາມ​ເຫັນ​ທາງ​ການ​ເມືອງ​ພາຍ​ໃນ​ພັກ​ບໍ່​ຄື​ກັນ, ສະ​ນັ້ນ​ຢາກ​ວາງ​ນະ​ໂຍບາຍຕໍ່​ບັນຫາ​ສຳຄັນ​ໃຫ້​ເປັນ​​ເອກະ​ພາບ​ກັນ​ແມ່ນຍາກ​ຫຼາຍ.​ນອກ​ນີ້, ​ເຖິງ​ວ່າ​ພັກ​ປະ​ຊາ​ທິ​ປັດ​ໄດ້​ບ່ອນ​ນັ່ງ​ສ່ວນ​ຫຼາຍ​ໃນ​ການ​ເລືອກ​ຕັ້ງ, ​ແຕ່​ຍັງ​ຕ້ອງ​ໄດ້​ປະ​ສານ​ງານ​ກັບ​ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ແລະ​ພັກ​ຄອມ​ມູ​ນິດ​ຍີ່​ປຸ່ນ​ເປັນ​ຕົ້ນ,​ນີ້​ຈະ​ເຮັດ​ໃຫ້​ພັກ​ປະ​ຊາ​ທິ​ປັດ​ຖືກ​ກົດ​ໜ່ວງ​ຈາກ​ຄູ່​ຮ່ວມ​ລັດ​ຖະ​ບານ,​ໃນ​ບັນ​ຫາ​ສຳ​ຄັນ​ຕ່າງໆ​ເຊັ່ນ​ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ,​ການ​ສົ່ງ​ທະ​ຫານ​ໄປ​ຕ່າງປະ​ເທດ,​ສິດ​ປ້ອງ​ກັນ​ຕົວ​ຂອງ​ໝູ່​ຄະ​ນະ​ແລະ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​​ເປັນ​ຕົ້ນ,​ພັກ​ປະ​ຊາ​ທິ​ປັດ​ແລະ​ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ພັກ​ຄອມ​ມູນີດຍີ່​ປຸ່ນ​ແລະ​ພັກ​ປະ​ຊາ​ຊົນ​ໃໝ່​ມີ​ຄວາມ​ເຫັນ​ຕ່າງ​ກັນ, ນີ້​ກໍ່ຈະ​ຫຼຸດ​ຄວາມ​ສາ​ມາດ​ໃນ​ການ​ປະຕິ​ຮູບ​ຂອງ​ພັກ​ປະຊາ​ທິປັດ​ກ່ຽວ​ກັບ​ບັນຫາ​ເຫຼົ່າ​ນີ້.

ຊະນະ​ການ​ເລືອກ​ຕັ້ງ​ກໍ່​ຍາກ​ຢູ່​ແລ້ວ​ແຕ່​ການ​ຄອງ​ອຳນາດ​ຍິ່ງ​ຍາກ​ກວ່າ​ອີກ, ພັກ​ປະຊາທິປັດຍັງ​ມີໜ້າ​ທີ່​ໜັກໜ່ວງ​ແລະ​ຍາວ​ນານ​ໃນ​ຕໍ່ໜ້າ. ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ໜ້າ​ຍີ່ປຸ່ນ​ຈະ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ສູງ,​ພັກ​ປະ​ຊາ​ທິ​ປັດ​​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ອີກ​ຫຼື​ບໍ່,​ການ​ສິ້ນ​ສຸດ​ສະ​ພາບ​ສະ​ພາ​ທີ່​ສັບສົນ​ທີ່​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ແລະ​ພັກ​ປະ​ຊາ​ທິ​ປັດ​ຕ່າງ​ປົກ​ຄອງ​ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ນັ້ນ,​ລ້ວນ​ແຕ່​ຊີ້​ຂາດ​ຢູ່​ນຳ​ການ​ຄອງ​ອຳ​ນາດ​ຂອງ​ພັກ​ປະ​ຊາ​ທິ​ປັດ​ໃນ​ໄລ​ຍະ​ໜຶ່ງ​ຕໍ່​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>