ກອງ​ປະ​ຊຸມ​ສຸດ​ຍອດ​ພິ​ເສດ​ຂອງ​AU ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຢູ່​ອາ​ຟຼິ​ກາ

(GMT+08:00) 2009-09-01 15:17:38 cri
-----------------------------------------------------------------------------------------------------------------

ວັນ​ທີ 31 ສິງ​ຫາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ​ຂອງສະຫະພາບ​ອາ​ຟຼິກາ​ຫຼື AU ​ເພື່ອແກ້​ໄຂ​ຄວາມ​ຂັດ​ແຍ່ງທີ່ດຳ​ເນີນເປັນ​ເວລາ 1 ວັນ​ນັ້ນໄດ້​ອັດ​ລົງ​ແລ້ວ​ຢູ່​ນະຄອນຫຼວງ​ຕຼີ​ໂປ​ຣີຂອງ​ລີ​ບີ,    ປະມຸກ​ລັດ, ຫົວຫນ້າ​ລັດຖະບານ ​ຫຼື​ຜູ່​ຕາງຫນ້າ​ທີ່ມາ​ຈາກ50ກວ່າ​ປະ​ເທດ​ສະມາຊິກຂອງAUໄດ້​ປຶກສາ​ຫາລື​ກັນ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງອາວຸດຢູ່​ໂຊ​ມາລີ​ແລະ​ເຂດ​ດາ​ຟູ​ຂອງ​ຊູ​ດັງແນວ​ໃດ​ເປັນ​ຕົ້ນ. ນັກວິ​ເຄາະ​ຊີ້​ອອກ​ວ່າ, ການ​ຈັດ​ກອງ​ປະຊຸມ​ເທື່ອ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນດາ​ປະ​ເທດ​ຂອງ AU ​ສາມາດ​ຮ່ວມ​ກັນສ້າງ​ຄວາມ​​​ເຂັ້ມ​ແຂງ​ດ້ວຍຕົນ​ເອງຢູ່​ພາຍ​ໃນ​ຂອງພາກ​ພື້ນAU,​ເພື່ອ​ແກ້​ໄຂ​ບັນຫາ​ແລະ​ການ​ທ້າ​ທາຍ​ຕ່າງໆ​ທີ່​ປະ​ເຊີນຫນ້າ.

ໃນ​ການທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ແຜ່ນດິນ​ໃຫຍ່​ອາ​ຟຼິກາປະ​ເຊີນຫນ້ານັ້ນ, ການ​ບັນລຸ​ສັນຕິ​ພາບ​ແລະ​ຄວາມ​ຫມັ້ນຄົງ​ ແມ່ນ​ເລື່ອງ​ທີ່​ບໍ່ຕ້ອງ​ສົງ​ໄສ​​ເລີຍ​ວ່າ, ​ແມ່ນບັນຫາ​ທີ່​ຮີບ​ດ່ວນທີ່​ສຸດ. ​ໃນ​ຫຼາຍ​ປີ​ມາ​ນີ້, ​ການ​ປະ​ທະ​ກັນຍັງ​ເກີດ​ຂຶ້ນຢູ່​ບາງ​​ເຂດຂອງ​ອາ​ຟຼິກາ​, ​ໄດ້​ກາຍ​ເປັນ​ອຸປະສັກ​ຂັດຂວາງໃຫຍ່​ອັນ​ດັບ​ທີ​ຫນຶ່ງ​ໃນ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ອາ​ຟຼີກກາ. ສະຖານະ​ການ​ຢູ່​ໂຊ​ມາລີ​ທີ່​ຮ້າຍ​ແຮງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ​ແມ່ນ​ຈຸດ​ສຸມ​ຫນຶ່ງ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ​ເທື່ອ​ນີ້. ​ໂຊ​ມາລີ​ໄດ້​ເກີ​ດ​​ໄພສົງຄາມ​ເລື້ອຍໆ​ນັບ​ແຕ່​ 1991 ​ເປັນ​ຕົ້ນມາ, ​ໂດຍ​ສະ​ເພາະ​ແມ່ນນັບ​ແຕ່​ຕົ້ນ​ເດືອນ​ພຶດສາ​ປີ​ນີ້​ເປັນ​ຕົ້ນ​ມາ,ກຳລັງ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ຂອງ​ໂຊ​ມາລີ ​​ກັບ​ກອງ​ທະຫານ​ລັດຖະບານ ໄດ້ຍິງ​ປືນ​ໃສ່​ກັນ​ຢ່າງ​ຕໍ່​ເນື່ອງ ຢູ່ນະຄອນຫຼວງໂມ​ກາ​ດີ​ຊູຂອງ​ໂຊ​ມາລີ, ​​ແລ້ວ​ເຮັດ​ໃຫ້​ຫຼາຍ​ພັນ​ຄົນ​ເສ​ຍຊີວິດ​ແລະ​ບາດ​ເຈັບ, ມີ 2 ​ແສ​ນກວ່າ​ຄົນ​ຕ້ອງອົບ​ພະຍົບ​ໄປ​ຢູ່​​ແຫ່ງ​ອື່ນ​ຫຼືປະ​ເທດ​ອື່ນ. ກອງ​ທະຫານ​ຮັກສາ​ສັນຕິພາບຂອງ AU ທີ່​ເຄີຍພະຍາຍາມ​ຫຼີກ​ເວັ້ນບໍ່​ໃຫ້ເຂົ້າ​​ແຊກ​ແຊງ​ການ​ປະ​ທະ​ກັນ​ຂອງກຳລັງ ປະກອບ​ອາວຸດ​ໂຊ​ມາລີນັ້ນ ​ໄດ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ​ກັບກຳລັງ​ປະ​ກອບ​ອາ​ວຸດຕ້ານ​ລັດຖະບານ​ໂຊ​ມາລີ​ໂດຍ​ກົງ. ວິ​ກິດ​ການດ້ານມະນຸດສະທຳ​ຢູ່​ທ້ອງ​ຖິ່ນ​ກໍຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ.

ໃນ​ກອງ​ປະຊຸມ​ດັ່ງກ່າວ, ຜູ່​ນຳ​ຂອງ​ປະ​ເທດ​ອາ​ຟຼິກາ​ຕ່າງໆ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ວິທີ​ຈະ​ໃຫ້​ການ​ສະໜັບສະໜູນ​ຫຼາຍ​ກວ່າ​ເກົ່າ​​ແກ່​ລັດຖະບານ​ຊົ່ວຄາວຂອງໂຊ​ມາລີ​ດ້ວຍ​ຫຼາຍ​ຊ່ອງ​ທາງ., ​ແລະ​ສະໜັບສະໜູນ​ທ່ານ​ຊາຣິຟ ​ເຊ​ຮ ອາ​ເມັດ, ປະທານາທິ ບໍດີ​ໂຊ​ມາລີ, ຢືນຢັນ​ຄວາມ​ຄືບ​ໜ້າ​ທີ່​ລັດຖະບານ​ຊົ່ວຄາວຂອງ​ໂຊ​ມາລີ​ໄດ້​ຮັບ​​ໃນ​ການ​ຕໍ່ຕ້ານ​ກອງ​ປະກອບ​ອາວຸດ​ຕ້ານ​ລັດຖະບານ. ນອກ​ນີ້, ກອງ​ປະຊຸມ​ຍັງ ​ເຕືອນ​ໃຫ້​ປະ​ເທດ​ສະມາຊິກຕ່າງໆ​ຂອງAUຈົ່ງ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ, ສະໜັບສະ​ໜູນ​ກອງທະຫານ​ຮັກສາ​ສັນຕິພາບ​ຂອງAUປະຈຳ​ໂຊ​ມາລີ​ໂດຍ​ໄວ, ​ເພື່ອ​ຊ່ອຍ​ເຫຼືອລັດຖະບານຊົ່ວຄາວ​ຂອງ​ໂຊ​ມາລີ​ເຮັດ​ໃຫ້​ສະຖານະ​ການ​ໝັ້ນຄົງ.

ບັນຫາ​ດາ​ຟູ​ແມ່ນ​ຫົວ​ຂໍ້​ສຳຄັນ​ອີກ​ອັນ​ໜຶ່ງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ​ເທື່ອ​ນີ້. ໜ່ວຍ​ງານ​ລະດັບນ​ສູງ​ບັນຫາ​ດາ​ຟູ​ຂອງAU​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ແລະ​ຜູ່​ຕາງໜ້າ​ຂອງ​ ​ຝ່າຍຕ່າງໆ​ຂອງ​ຊູ​ດັງ​ຫຼາຍ​ເທື່ອ, ​ແລະ​ໄດ້​​ໄປ​ສຳ​ຫຼວດ​ເຂດ​ດາ​ຟູ, ​ແລະ​ສົ່ງ​ບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ​ເທື່ອ​ນີ້, ສະ​ເໜີ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ເພື່ອ​ແກ້​ໄຂ​ບັນຫາ​ດາ​ຟູ. ທ່ານ​ທາ​ໂບ ມູ​ເຢວາ ມູ​ເບ​ກີ, ຫົວໜ້າ​ໜ່ວຍ​ງານລະດັບ​ສູງ​ບັນຫາ​ດາ​ຟູ​ຂອງAU, ອະດີດ​ປະທານາທິບໍດີ​ອາ​ຟຼິກາ​ໃຕ້​ກ່າວ​ວ່າ, AU​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ບົດ​ລາຍ​ງານ​ຂອງ​ໜ່ວຍງານດັ່ງກ່າວ, ຫວັງ​ໃຫ້​ບົດ​ລາຍ​ງານ​ສະບັບ​ນີ້ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຝ່າຍ​ຕ່າງໆ​ຂອງ​ຊູ​ດັງ, ​ເຮັດ​ໃຫ້​ຄວາມ​ພະຍາຍາມ​​ເພື່ອ​ແກ້​ໄຂ​ບັນຫາ​ດາ​ຟູ​ສາມາດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ, ​ເພື່ອ​ໃຫ້ເຂດ​ດາ​ຟູ​ປອງ​ດອງ​ກັນ​ໄດ້​ຢ່າງຮອບດ້ານ.

ພ້ອມ​ກັນນັ້ນ, ທ່ານ​ໂອ​ມາ ອານ ບາ​ຊິຣ໊,ປະທານາທິບໍດີ​ຊູ​ດັງກໍ່​ໄດ້​ຮັບຄຳ​ເຊີນ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດພິ​ເສດເທື່ອ​ນີ້,ກໍ່​ແມ່ນ​ຈຸດ​ເດັ່ນອັນ​ຫນຶ່ງ​ທີ່​ສື່​ມວນ​ຊົນ​ໃຫ້​ຄວາມ​ສົນໃຈ​ໃສ່​ທີ່​ສຸດ.​​ເພາະວ່າ​ໃນເດືອນ​ມີນາ​ປີ​ນີ້,ສານ​ອາຍາ​ສາກົນ​ໄດ້​ປະກາດ​ຄຳ​ສັ່ງ​ຈັບ​ຕົວ​ທ່ານ​ບາ​ຊິຣ໊ດ້ວຍ​ຂໍ້​ຫາ​ອາ​ຊະ​ຍາກ​ອນສົງຄາມ​ແລະ​ຕ້ານ​ມະນຸດ​ຢູ່​ເຂດ​ດາ​ຟູ,ສະຫະພາບ​ອາ​ຟຼີກາ​ຄັດຄ້ານ​ເລື່ອງ​ນີ້​ຫລາຍ​ເທື່ອ.ນັກວິ​ເຄາະ​ຊີ້​ອອກ​ວ່າ, ສະຫະພາບ​ອາ​ຟຼີກາ​ເຮັດ​ແນວ​ນີ້​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ປະ​ເທດ​ອາ​ຟຼີກາ​ຕ່າງ​ໆ​ຫວັງ​ແກ້​ໄຂຄວາມ​ຂັດ​ແຍ່ງ​ແລະ​ການ​ປະ​ທະ​ກັນດ້ວຍ​ຄວາມ​ພະຍາຍາມ​ຂອງ​ຕົນ​ເອງ​ໂດຍ​ບໍ່​ຕ້ອງການ​ໃຫ້​ພາຍ​ນອກ​ເຂົ້າມາ​ແຊກ​ແຊງ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>