ທ່ານ​​ເຈຍ​ຊິ້ງລິນ​ພົບ​ປະ​ທ່ານ​ສີ​ສະຫວາດ ​ແກ້ວ​ບຸນ​ພັນ

(GMT+08:00) 2009-09-02 20:50:08 cri
-----------------------------------------------------------------------------------------------------------------

 ຕາມ​ຂ່າວcri:ວັນ​ທີ2 ກັນຍາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ເປິກສາ​ການ​ເມືອງ​ປະຊາຊົນແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ທ່ານສີສະ​ຫວາດ ​ແກ້ວ​ບຸນ​ພັນ ປະທານ​ສູນ​ກາງ​ແນວລາວສ້າ​ງຊາດ​ລາວ.

ທ່ານ​​ເຈຍ​ຊິ້ງລິນຍິນ​ດີ​ຕ້ອນຮັບ​ທ່ານ​ສີສະ​ຫວາດ ​ແກ້ວ​ບຸນ​ພັນ​ຢ້ຽມຢາມ​ຈີນ,​ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພັກ,ລັດຖະບານ​ແລະ​ປະ​ເຊາ​ຊົນ​ລາວ​ສະ​ໜັບສະ​ໜູນຈີນ​ຢ່າງ​ໝັ້ນ​ໜຽວໃນ​ບັນຫາ​ຕ່າງໆ​ເຊັ່ນບັນຫາ​ໄຕ້​ຫວັນ,ບັນຫາ​ຕິ​ເບ​ດ,​ການໂຈມ​ຕີ​ອິດ​ທິກຳລັງ​ການ​ກໍ່​ການ​ຮ້າຍ"​ຕວກກີ​ສະຖານ​ຕາ​ເວັນ​ອອກ"​ເປັນ​ຕົ້ນ.

ທ່ານ​ສີສະ​ຫວາດ ​ແກ້​ວບຸນ​ພັນ​ກ່າວ​ວ່າ,ການສະ​ໜັບສະ​ໜູນຊ່ອຍ​ເຫຼືອ​ອັນ​ລ້ຳ​ຄ່າ​​​ໃນ​ໄລ​ຍະ​ຍາວ​ນານຂອງ​ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ເພື່ອ​ຊຸກຍູ້​ເສດຖະກິດ​ລາວ​ພັດທະນາ.ທ່ານ​ອວຍພອນຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ການ​ສະຖາປະນາ​ປະ​ເທດ​ຈີນ​ໃໝ່​ແລະ​ສະພາ​ເປິກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນຄົບຮອບ60ປີ.

ສອງ​ຝ່າຍ​ຍັງ​ໄດ້​ລົງ​ເລິກ​​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບບັນຫາ​ທີ່​ເອົາ​ໃຈ​ໃສ່​ນຳ​ກັນ​ເຊັ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ,​ເປີດ​ກວ້າງ​ການ​ແລກປ່ຽນ​ວັດທະນະທຳ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>