ທູດ​ພິ​ເສດຂອງ​ອາມ​ເລິ​ກາກ່​ກ່ຽວ​ກັບ​ບັນຫາ​ສປປ​ເກົາຫຼີຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກ

(GMT+08:00) 2009-09-03 18:06:04 cri
-----------------------------------------------------------------------------------------------------------------

ຕາມ​ຂ່າ​ວສານ​ຊິນ​ຮວາ:ວັນ​ທີ2 ກັນຍາ,ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ປະກາດ​ວ່າ,ມື້​ດຽວ​ກັນ,ທ່ານ​ສະຕີ​ເຟິນ ​ໂບສ​ໂວ​ສ ທູດ​ພິ​ເສດຂອງ​ອາ​ເມ​ລິ​ກາກ່ຽວກັບ​ບັນຫາ​ສປປ​ເກົາຫຼີ​ໄດ້​ອອກ​ເດີນທາງ​ມາ​ຢ້ຽມຢາມ​ຈີນ,ສ.​ເກົາຫຼີ​ແລະ​ຍີ່​ປຸ່ນ,​ຈະເປິ​ກສາ​ກັບ3ປະ​ເທດ​ດັ່ງກ່າວກ່ຽວ​ກັບການ​ຊຸກຍູ້​ສປປ​ເກົາຫຼີ​ກັບ​ຄືນສູ່​ການ​ເຈລະຈາ6ຝ່າຍ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ.

ໃນ​ງານ​ຖະ​ແຫຼ​ງຂ່າວມື້​ດຽວກັນ,ທ່ານ​ອຽນ ​ເຄລີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ທ່ານ​ໂບສ​ໂວ​ສຈະປຶກສາ​ຫາລືກັບ​ເຈົ້າ​ໜ້າ​ທີ່3ປະ​ເທດ​ຈີນ,ສ.​ເກົາຫຼີ,ຍີ່ປຸ່ນ​​ເພື່ອຮັບປະກັນ​ສປປ​ເກົາຫຼີ​ປະຕິບັດຖະ​ແຫຼ​ງການ​ຮ່ວມທີ່​ເຊັນ​ກັນ​ໃນ​ການ​ເຈລະຈາ6ຝ່າຍ,​ແລະ​ໃຊ້​ມາດ​ຕະການ​ທີ່"ຕ່າວປິ້ນບໍ່​ໄດ້"ສຳ​ເລັດ​​ຊ່ອງ​ທາງ​ອັນ​ບັງ​​ເກີ​ດຜົນ​ທີ່ຫັນ​ເປັນບໍ່​ປອດ​ນິວ​ເຄຼຍ,ຝ່າຍ​ອາ​ເມ​ລິ​ກາ​ຈະ​ກ່າວ​ລື້​ມຄຳ​ໝັ້ນ​ສັນຍາ​ຕໍ່​ຖະ​ແຫຼ​ງການ​ຮ່ວມ​ແລະ​ຂະ​ບວນການ​ເຈລະຈາ6ຝ່າຍ,​ແລະ​ຈະ​​ເປິກສາ​ກັບ3ຝ່າຍ​ກ່ຽວ​ກັບ​ບົດບາດ​ທີ່​ດຳ​ເນີນ​ການ​ເຈລະຈາ2ຝ່າຍ​ກັບສປປ​ເກົາຫຼີ​ພາຍ​ໃນ​ຂອບ​ຂະ​ບວນການ​ການ​ເຈລະຈາ6ຝ່າຍ.

ທ່ານ​ເຄລີ​ຍັງ​ກ່າວ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານ​ໂບສ​ໂວ​ສເທື່ອ​ນີ້​ບໍ່​ມີ​ແຜນການ​ທີ່​ຢ້ຽມຢາມ​ສປປ​ເກົາຫຼີ​ແລະ​​ເຈລະຈາ​ກັບເຈົ້າ​ໜ້າ​ທີ່​ຝ່າຍ​ສປປ​ເກົາຫຼີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>