ອາ​ເມ​ລິ​ກາ​ກ່າວ​ວ່າ​ຍິນ​ດີ​ຈັດການ​ເຈລະຈາ​ສອງ​ຝ່າຍ​ເພື່ອ​ຊວນ​ສປປ​ເກົາຫຼີ​ກັບ​ຄືນ​ສູ່​ການ​ເຈລະຈາ​ຫົກ​ຝ່າຍ

(GMT+08:00) 2009-09-13 16:44:50 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ11​ກັນຍາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາຈະ​ຈັດການ​ເຈລະ​ຈາ​ກັບສປປ​ເກົາຫຼີ​ເພື່ອ​ຊວນ​ສປປ​ເກົາຫຼີ​ກັບ​ຄືນ​ສູ່​ການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ.

ມື້​ດຽວ​ກັນ,ທ່ານ​ຟີ​ລິບ ຄຼາວລີ ຜູ່​ຊ່ວຍລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ທີ່​ຮັບຜິດຊອບ​ວຽກ​ງານ​ສາ​ທາ​ລະ​ນະ​ກ່າວ​ວ່າ,ອາ​ເມ​ລິ​ກາ​ໄດ້​ກຽມພ້ອມ​ແລ້ວ​ຈະ​ຈັດ​ການ​ເຈ​ລະ​ຈາ​ສອງ​ຕໍ່​ສອງ​ກັບ​ສປປ​ເກົາ​ຫຼີ,​ຈະ​ຕົກລົງ​ລາຍ​ລະອຽດ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ເຊັ່ນ​​ເວລາ​ແລະ​ສະຖານ​ທີ່​ຈັດການ​ເຈລະຈາ​ເປັນ​ຕົ້ນ​ພາຍ​ໃນ​ຫຼາຍ​ອາທິດ​ຕໍ່ໜ້າ​ນີ້.​ແຕ່​ທ່ານ​ກ່າວ​ເນັ້ນ​ວ່າ,ການ​ເຈ​ລະ​ຈາ​ສອງ​ຝ່າຍ​ລະຫວ່າງ​ອາ​ເມ​ລິ​ກາ​ກັບສປປ​ເກົາຫຼີ​ພັດ​ບໍ່​ໄດ້​ໝາຍ​ຄວາມ​ວ່າອາ​ເມ​ລິ​ກາ​ໄດ້​ປ່ຽນ​ແປງນະ​ໂຍບາຍ​ຕໍ່ສປປ​ເກົາຫຼີ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>