ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນສຳ​ເລັດ​ການຢ້ຽມຢາມ​ຢູ່ຈີນ

(GMT+08:00) 2009-09-13 17:38:58 cri
-----------------------------------------------------------------------------------------------------------------

ຕາມ​ຂ່າ​ວສານ​ຊິນ​ຮວາ:ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ,ປະທານ​ປະ​ເທດ​ລາວ​ໄດ້​ສຳ​ເລັດການ​ຢ້ຽມຢາມຢູ່​ຈີນ​ເປັນ​ເວລາ8ມື້,ຕອນ​ທ່ຽງ​ວັນ​ທີ13 ກັນຍາ​ນີ້​ໄດ້​ຂີ່​ຍົນ​ອອກ​ເດີນທາງ​ຈາກ​ຄຸນ​ມິ​ງກັບ​ເມືອ​ລາວ.

ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ປະ​ເທດ​ຈີນ,ທ່ານ​ຈູມ​ມະ​ລີ​ໄດ້ຢ້ຽມຢາມ​ຈີນ​ໃນ​ວັນ​ທີ6 ຫາ​ວັນ​ທີ13 ກັນຍາ​ນີ້.

ໃນ​ໄລຍະ​ຢ້ຽມຢາມ,ສອງ​ຝ່າຍ​ຈີນ​ລາວ​ໄດ້​ກ້າວ​​ເຖິງ​ຄວາມ​ຮັບ​ຮູ້​ຄື​ກັນອັນ​ກວ້າງຂວາງ​ກ່ຽວ​ກັບການ​ຂະຫຍາຍຕົວ​ຂອງການ​ພົວພັນ​ລະຫວ່າງ​ສອງ​ພັກ​ສອງ​ປະ​ເທດ​ຕື່ມ​ອີກ,​​​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຍົກ​ສູງ​ການ​ພົວພັນ​ຈີນ​ລາວ​ເປັນ​ການ​ພົວພັນ​ຄູ່ຂາ​ຮ໋ວມມື​ຍຸດ​ທະ​ສາດ​ຮອບດ້ານ.ສອງ​ຝ່າຍ​ຍັງຕ່າງໆ​ເຊັນ​ເອກະສານ​ເຊັ່ນ​ສັນຍາ​ຮ່ວມ​ມືດ້ານ​​ເສດຖະກິດ​ເຕັກນິກ​ຈີນ​ລາວ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>