ນາຍົກ​ໄທ​ກ່າວ​ວ່າ,​​ເສດຖະກິດ​ໄທ​​ມີ​ສັນຍານ​ດີ​ຂຶ້ນ

(GMT+08:00) 2009-09-14 17:46:14 cri
-----------------------------------------------------------------------------------------------------------------

ຕາມຂ່າວ​ຂອງ​ຂ່າວສານ​ໄທ​ໃນ​ວັນ​ທີ13 ກັນຍາ​ນີ້,ຫວ່າງ​ມໍ່ໆ​ນີ້,ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ,ສັນຍານ​ທີ່​ເສດຖະກິດ​ໄທດີ​ຂຶ້ນ​ແມ່ນ​ຈະ​ແຈ້ງ,ອັດ​ຕາ​ຫວ່າງ​ງານ​ກໍ່​ຫຼຸດ​ລົງ.​ໃນ​ຂະນະ​ດຽວ​ກັນ,ທ່ານ​​ຍັງ​ກ່າວ​ວ່າ​ມາດ​ຕະການ​ທີ່​ຮັບປະກັນ​ລາຄາ​ຜະລິດ​ຕະພັນ​ກະສິກຳ​ຂອງ​ລັດຖະບານ​ຈະ​ຊ່ອຍ​ຊາວ​ກະສິກອນ​ຫຼຸດ​ພົ້ນ​ຈາກສະພາບຫຍຸ້ງ​ຍາກ.

ທ່ານ​ອະພິສິດ​ກ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້,ຫຼາຍຕົວ​ເລກ​ຄາດໝາຍສະ​ແດງ​​ໃຫ້​ເຫັນວ່າ​ທ່າອຽງ​ທີ່ເສດຖະກິດ​ໄທດີ​ຂຶ້ນ​ແມ່ນຈະ​ແຈ້ງ.​ເບິ່ງ​ຈາກ​ອັດຕາ​ຫວ່າງ​ງານ,ປັດຈຸບັນ,ຄົນຫວ່າງ​ງານ​ຂອງ​ໄທ​​ມີ3​ແສນ​ຫາ5​ແສນ​ຄົນ,ຕ່ຳ​ກວ່າ1ລ້ານ​ຄົນ​ທີ່​ຄາດຄະ​ເນ​ກ່ອນ.ທ່ານ​ອະພິສິດ​ກ່າວ​ວ່າ​ເຖິງ​ວ່າ​ເສດຖະກິດ​​ໄທ​ໄດ້​ຜ່ານ​ໄລຍະ​ທີ່​ຫຍຸ້ງຍາກ​ທີ່​ສຸດ,​ແຕ່​ລັດຖະບານ​ຍັງ​ຈະ​ສືບ​ຕໍ່​ປະຕິບັດ​ມາດ​ຕະການ​ກະຕຸ້ນ​ເສດຖະກິດຕ່າງໆ​ເພື່ອ​ຊຸກຍູ້​ເສດຖະກິດ​ໄທ​ໃຫ້​ອອກ​ຈາກສະພາບຫຍຸ້ງຍາກ​​ໂດ​ຍ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>