ຈີນ​ມີ​ຫໍ​ສະ​ໝຸດ​ສາ​ທາ​ລະ​ນະ​ຫຼາຍ​ກວ່າ 2800 ​ແຫ່ງ, ຫໍ​ພິ​ພິດ​ທະ​ພັນ​ເກືອບ 2 ພັນ​ແຫ່ງ

(GMT+08:00) 2009-09-15 18:12:17 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ວັນ​ທີ 14 ກັນຍາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​​ໄຊ​ວູ, ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ​ຈີນ​ກ່າວ​ວ່າ, ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້, ຫໍ​ສະໝຸດ​ສາທາລະນະ​ຂອງ​ຈີນ​ມີ 2820 ​ແຫ່ງ, ຫໍ​ພິພິດທະພັນ 1893 ​ແຫ່ງ(​ເຊິ່ງບໍ່​ລວມທັງ​ຂອງ​ເອກະ​ຊົນ).

ທ່ານ​ໄຊ​ວູກ່າວ​ວ່າ, ​ໃນ​ປີ 1949, ຫໍສະໝຸດ​ປະ​ເພດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ແຕ່ 55 ​ແຫ່ງ​, ຫໍພິພິດ​ທະ​ພັນ 21 ​ແຫ່ງເທົ່າ​ນັ້ນ. ​ໃນ 60 ປີ​ແຕ່​ການ​ສ້າງຕັ້ງສປຈີນ​ມາ​ນີ້, ຍ້ອນ​ລັດຖະບານ​ໄດ້​ລົງທຶນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫໍ​ສະໝຸດ​ສາທາລະນະ​ແລະ​ຫໍພິພິດທະພັນ​ຈິ່ງໄດ້​ເພີ່ມຫຼາຍຂຶ້ນ, ປະຈຸ​ບັນ, ຫໍພິພິດທະພັນ​ພວມ​ເປີດ​ໃຫ້​ເຂົ້າ​ຊົມ​ໂດຍ​ບໍ່​ເກັບ​ຄ່າ. ປະຈຸ​ບັນ, ຈີນ​ໄດ້​ບັນລຸ​ເປົ້າໝາຍ​ທີ່​ທຸກໆ​ເມືອງ​ມີ​ຫໍສະໝຸດ​ແລະ​ຫໍ​ວັດທະນະທຳ, ສະຖານ​ທີ່​ເຄື່ອນ​ໄຫວ​ວັດທະນະທຳ​ຢູ່​ຊົນນະບົດ​ກໍ່​ເລັ່ງລັດ​ບາດກ້າວ​ສ້າງສາໄວ​ເຂົ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>