ກອງ​ປະຊຸມ​ສະ​ຫຼອງ​ສະ​ພາ​ປຶກ​ສາ​ການ​ເມຶອງ​ປະ​ຊາ​ຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 60 ປີ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2009-09-20 17:04:36 cri
-----------------------------------------------------------------------------------------------------------------
ວັນ​ທີ 20 ກັນຍາ​ນີ້, ກອງ​ປະຊຸມ​ສະຫຼອງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ສ້າງຕັ້ງຂຶ້ນ​ຄົບຮອບ 60 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ​ໃນ​ກອງ​ປະຊຸມ, ທ່ານ​ຫູ​ຈີນ​ທາວ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນໄດ້​ກ່າວ​ຄຳ​ປາ​ໄສ​ຊີ້​ອອກ​ວ່າ, ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ແມ່ນ​ອົງການ​ສຳຄັນ​ທີ່ຫຼາຍພັກ​ຮ່ວມ​ມື​ແລະ​ປຶກສາ​​ການ​ເມືອງ​ທີ່​ນຳ​ໂດຍ​ພັກ​ກອມ​ມູນິດ​ຈີນ, ມີ​ກຳລັງ​ຊີວິດ​ອັນ​ແຂງ​ແຮງ​ແລະ​ມີ​ອະນາຄົດອັນ​ກວ້າງ​ຂວາງ, ຕ້ອງ​ທະນຸ​ຖະໜອມ​ທີ່​ສຸດ​ແລະ​ຍຶດໝັ້ນ​ເປັນ​ເວລາ​ຍາວ​ນານ.

ເດືອນ​ກັນຍາ​ປີ 1949, ກອງ​ປະຊຸມ​ຄົບ​ຄະນະ​ຂອງສະພາ​ປຶ​ກສາ​ການ​ເມຶອງປະຊາຊົນຈີນ​ຄັ້ງປະຖົມມະ​ເລີກໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ​ເປັນຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ສະພາ​ປຶກສາການ​ເມືອງ​ປະຊາຊົນ​ໄດ້ສ້າງຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ, ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ຕາງໜ້າຄວາມ​​ເຈຕະນາລົມຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຈີນ, ​ໄດ້​ປະກາດ​ການ​ສ້າງຕັ້ງສາທາລະນະ​ລັດ​ປະຊາຊົນ​ຈີນ. ຫຼັງຈາກ​ນັ້ນ 60 ປີ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນຈີນ​ໄດ້​ເສີ​ມຂະຫຍາຍ​ບົດບາດ​ທີ່​ເຂົ້າ​ແທນ​ບໍ່​ໄດ້​ໃນດ້ານ​ຕ່າງໆ​ຂອງ​ການ​ສ້າງສາ​ປະ​ເທດ​ຊາດ​ເຊັ່ນ: ​ການ​ຟຶ້ນ​ຟູ​ແລະ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ, ປັບປຸງ​ອຳນາດ​ການ​ປົກຄອງ​ຂອງ​ປະຊາຊົນ​ທີ່​ເກີດ​ໃໝ່​ໃຫ້​ໝັ້ນຄົງ, ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ​ແລະ​ການ​ສ້າງສາ​ທັນ​ສະ​ໄໝ​ຂອງ​ສັງຄົມ​ນິຍົມ​ເປັນຕົ້ນ. ​ໃນ​ເວລາ​ກ່າວ​ຄຳ​ປາ​​​​ໄສ, ທ່ານ​ຫູ​ຈີນ​ທ່າວ​ໄດ້​ຕີ​ລາຄາ​ສູງ​ຕໍ່​ເລື້ອງ​ນີ້ວ່າ:

"ປະຫວັດສາດ​ໄດ້​ຢືນຢັນ​ຢ່າງ​ເຕັມ​ທີ່ວ່າ, ອົງການ​ການ​ເມືອງ​ແລະ​ຮູບ​ການ​ປະຊາທິປະ​ໄຕ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຄື​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ ​ແມ່ນ​ການ​ປະດິດ​ສ້າງ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ສ້າງສາ​ການ​ເມືອງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຂອງ​ຈີນ, ສອດຄ່ອງ​ກັບ​ກະ​ແສ​ພັດທະນາ​ປະຊາທິປະ​ໄຕ​ຂອງ​ໂລກ, ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ສະຕິປັນຍາ​ທາງການ​ເມືອງ​ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ປະຊາຊົນ​ຈີນ, ມີ​ກຳລັງ​ຊີວິດອັນ​ແຂງ​ແຮງ​ແລະ​ມີ​ອະນາຄົດ​ອັນ​ກວ້າງຂວາງ, ​ພວກ​ເຮົາ​ຕ້ອງທະນຸຖະໜອມ​ທີ່​ສຸດ​ແລະ​ຍຶດໝັ້ນຍາວ​ນານ."

ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ປະກອບ​ດ້ວຍ​ພັກ​ກອມ​ມູນິດ​ຈີນ, 8 ພັກ​ຝ່າຍ​ປະຊາທິປະ​ໄຕ, ບຸກຄົນ​ປະຊາທິປະ​ໄຕ​ທີ່​ບໍ່​ຂຶ້ນ​ກັບ​ພັກ​ຝ່າຍ​ໃດ, ອົງການ​ຈັດຕັ້ງ​ປະຊາຊົນ, ຜູ້​ແທນ​ຂອງ 56 ຊົນ​ເຜົ່າ​​ແລະ​ວົງ​ການ​ຕ່າງໆ​ຂອງ​ຈີນ, ຜູ້​ແທນ​ພີ່ນ້ອງ​ຮ່ວມ​ຊາດ​​ຂອງເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ, ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ, ​ເຂດ​ໄຕ້​ຫວັນ, ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ກັບ​ມາ​ຢູ່​ຈີນ, ພ້ອມ​ດ້ວຍ​ບຸກຄົນ​ທີ່​ເຊື້ອ​ເຊີນ​ພິ​ເສດ, ມີ​ພື້ນຖານ​ສັງຄົມ​ອັນ​ກວ້າງຂວາງ​ແລະ​ມີ​ລັກສະນະ​ອະນຸ​ໂລມ​ທາງ​ການ​ເມືອງ. ພາລະ​ບົດບາດ​ແມ່ນ: ປຶກສາ​ການ​ເມືອງ, ຕິດຕາມ​ແບບ​ປະຊາທິປະ​ໄຕ, ​ເຂົ້າຮ່ວມ​ການ​ປົກຄອງແລະ​ປຶກສາ​ການ​ປົກຄອງ. ​ຫຼັງຈາກສ້າງຕັ້ງປະ​ເທດ​ຈີນ​ໃໝ່​ໂດຍ​ສະ​ເພາະ​ແມ່ນຫຼັງ​ຈາກ​ດຳ​ເນີນການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ 30 ປີມາ​ນີ້, ວຽກ​ງານ​ປຶກສາການ​ເມືອງ​ປະຊາຊົນ​ໄດ້​ນັບ​ມື້​ນັບ​ຂະຫຍາຍຕົວ​ແລະ​ເຕີບ​​ໃຫຍ່​ຂຶ້ນ​ເລື້ອຍໆ. ປະຈຸ​ບັນ, ອົງການ​ປຶກ​ສາ​ການ​ເມຶ​ອງ 4 ລະດັບ​ຄືລະດັບ​ຊາດ, ລະດັບ​ແຂວງ, ລະດັບ​ນະຄອນ​ແລະ​ລະດັບເມືອງ​ມີ 3.100 ກວ່າ​ອົງການ, ກຳມະການ​ສະພາ​ປຶກສາ​ການ​ເມືອງ​ລະດັບຕ່າງໆ​ມີ 6 ​ແສນ​ກວ່າ​ຄົນ.

ໃນ​ກອງ​ປະຊຸມ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ, ຄວາມ​ເຫັນ​ຕ່າງໆ​ກໍ່ສາມາດ​ກ່າວ​ອອກ​ໄດ້, ສິດ​ປະຊາທິປະ​ໄຕ​ຂອງ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ເຕັມ​ສ່ວນ. ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ​ໄດ້​ປຶກສາ​ຫາລື​ກັບ​ສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ເລື້ອຍໆ​ກ່ຽວ​ກັບ​ບັນຫາ​ສຳຄັນ​ຕ່າງໆ, ​ເພື່ອ​ຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີຂອງ​ເຂົາ​ເຈົ້າ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນວ່າ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຕ້ອງ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ການ​ເມືອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ:

"ການ​ພັດທະນາ​ການ​ເມືອງ​ປະຊາທິປະ​ໄຕ​ຂອງ​ສັງຄົມ​ນິຍົມ​ຕ້ອງ​ຖອດ​ຖອນ​ເອົາ​ບົດຮຽນທີ່​ມີ​ຜົນດີ​ຈາກ​ອະລິຍະ​ທຳ​ການ​ເມືອງ​ຂອງ​ມວນ​ມະນຸດ, ​ແຕ່​ເດັດຂາດ​ບໍ່​ໃຫ້​ເຮັດ​ຕາມ​ເປົ້າ​ແບບ​​ລະບອບ​ການ​ເມືອງຂອງ​ຝ່າຍ​ຕາ​ເວັນ​ຕົກ. ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ຕ້ອງ​ຕັ້ງໜ້າ​ຊີ້​ນຳແລະ​ຊຸກ​ຍູ້​ໃຫ້​ພັກ​ຝ່າຍ​ຕ່າງໆ, ອົງການ​ຕ່າງໆ​, ຊົນ​ເຜົ່າ​ຕ່າງໆ, ຊົນ​ຊັ້ນຕ່າງໆ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ທີ່​ເຂົ້າຮ່ວມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ເພີ່ມ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ​ແລະ​ດ້ານແນວ​ຄິດ​​ຕໍ່ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ເລື້ອຍໆ, ​ເພີ່ມ​ທະວີ​ຄວາມ​ຕື່ນ​ຕົວ​ແລະ​ຄວາມ​ຍຶດໝັ້ນ​​ໃນ​ການເດີນຕາມ​ເສັ້ນທາງ​ພັດທະນາ​ການ​ເມືອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​.

ການສະ​ເໜີຍັດຕິ​ແມ່ນວິທີ​ສຳຄັນ​ຂອງ​ກຳມະການ​ສະພາ​​ໃນ​ການປະຕິບັດ​ໜ້າ​ທີ່ຂອງ​ຕົນ. ​ໃນ 60 ປີຜ່ານມາ, ວຽກ​ງານ​ສະ​ເໜີ​ຍັດຕິ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ໄດ້​ໝູນ​ອ້ອມ​ວຽກ​ງານ​ໃຈກາງ​ຂອງ​ພັກ​ແລະ​ລັດ, ຊ່ວຍ​ຊູ​ຍູ້​ໜູນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ເອົາ​ໃຈ​ໃສ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປະກອບ​ຄວາມ​ເຫັນ​ທີ່​ມີ​ຜົນ​ດີ​ຢ່າງຕັ້ງໜ້າ, ​ໄດ້​ຮັບຜົນສຳ​ເລັດ​ທີ່​ດີ​ເດັ່ນ. ຕາມ​ສະຖິຕິ, ນັບ​ແຕ່​ສ້າງຕັ້ງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນມາ​ນີ້, ກຳມະການ​ສະພາ​ປຶກສາ​ການ​ເມືອງ​ທົ່ວ​ປະ​ເທດ​ອັນ​ໄພສານ, ສູນ​ກາງ​ພັກ​ຝ່າຍ​ປະຊາທິປະ​ໄຕ​ຕ່າງໆ, ສະຫະພັນ​ອຸດສາຫະກຳ​ການ​ຄ້າ​ທົ່ວ​ປະ​ເທດ, ​ແລະ​ອົງການ​ມະຫາຊົນ​ທີ່​ກ່ຽວຂ້ອງ​​ໄດ້​ສະ​ເໜີ​ຍັດຕິ 8 ໝື່ນ 5 ພັນ​ກວ່າ​ສະບັບ, ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຕ່າງໆ​ໃນ​ຍັດຕິ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢູ່​ໃນ​ການຕົກລົງ​ນະ​ໂຍບາຍ​ສຳຄັນ​ຂອງ​ລັດ​ແລະ​ວຽກ​ງານ​ຂອງ​ພາກສ່ວນ​ຕ່າງໆ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>