ລັດ​ຖະ​ບານ​ໄທ​ຮັບ​ມື​ກັບ​ການ​ປະ​ທ້ວງ​ຂອງ​"ກຸ່ມ​ເສື້ອ​ແດງ"​ແລະ​"​ກຸ່ມ​ເສື້ອ​ເຫຼືອງ"​ຢ່າງ​ສຸ​ຂຸມ​ຮອບ​ຄອບ

(GMT+08:00) 2009-09-21 16:15:22 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:ພາຍຫຼັງກຸ່ມ​ແນວ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດຫຼື"ກຸ່ມ​ເສື້ອ​ແດງ"ທີ່​ສະ​ໜັບ​ສະ​ໜູນ​ທ່ານ​ທັກ​ສິນ ຊິນ​ນະ​ວັດ,​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ກຸ່ມ​ພັນ​ທະ​ມິດ​ປະ​ຊາ​ຊົນ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຫຼື​"ກຸ່ມ​ເສື້ອ​ເຫຼືອງ" ທີ່​ຄັດ​ຄ້ານ​ທ່ານ​ທັກ​ສິນ​ນັ້ນ​ຕ່າງ​ໄດ້​ຈັດ​ການ​ໂຮມ​ຊຸມ​ນຸມ ປະ​ທ້ວງ​ຢ່າງ​ຂະ​ໜາດ​ໃຫຍ່​ໃນ​ວັນ​ທີ​19​ກັນ​ຍາ​ນີ້​ແລ້ວ,​ວັນ​ທີ​20​ກັນ​ຍາ​ນີ້,​ສະ​ມາ​ຊິກ​33​ຄົນ​ຂອງ"ກຸ່ມ​ເສື້ອ​ເຫຼືອງ"​​ໄປ​ປະ​ທ້ວງ​ຢູ່​ເດີ່ນ​ຜາ​ສາດ​ພະ​ວິ​ຫານ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ໄທ​ກຳ​ປູ​ເຈຍ​ນັ້ນ​ຢູ່​ໃຕ້​ການ​ຄວບ​ຄຸມ​ສະ​ຖາ​ນະ​ການ​ຂອງ​ທະ​ຫານ​ໄທ​ປະ​ມານ​300​ຄົນ.

ຢູ່​ແຫ່ງ​ນັ້ນ,​ທ່ານ​ວິ​ລະ​ສົມ​ຄວາມ​ຄິດ,​ຜູ່​ຕາງ​ໜ້າ​"ກຸ່ມ​ເສື້ອ​ເຫຼືອງ"​ໄດ້​ອ່ານ​ຖະ​ແຫຼງ​ການ​ວ່າ,​ອີງ​ຕາມ​ຜົນ​ຂີດ​ແບ່ງ​ຊາຍ​ແດນ​ຂອງ​ໄທ​ກຳປູ​ເຈຍ​ໃນ​ປີ1904,​ຜາ​ສາດ​ພະ​ວິ​ຫານ​ແລະ​ເຂດ​ອ້ອມ​ຂ້າງ​ແມ່ນ​ດິນ​ແດນ​ຂອງ​ໄທ,​ກຸ່ມ​ພັນ​ທະ​ມິດ​ປະ​ຊາ​ຊົນ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຂໍ​ໃຫ້​ລັດ​ຖະ​ບານ​ກຳ​ປູ​ເຈຍ​ຖອນ​ປະ​ຊາ​ຊົນ​ແລະ​ທະ​ຫານ​ຂອງ​ຕົນ​ອອກ​ຈາກ​ເຂດ​ນີ້​ໂດຍ​ດ່ວນ.ວັນ​ທີ 19 ​ແມ່ນ​ວັນ​ເກີດ​ການລັດຖະທະຫານ​ຢູ່​ໄທ​ໃນ​ປີ 2006 ຄົບຮອບ 3 ປີ.​ໃນ​ມື້ນັ້ນ, ກຸ່ມ​ເສື້ອ​ແດງ​ທີ່​ສະຫນັບສະຫນູນ​ທ່ານ​ທັກສິນ ຊິນນະ​ວັດ,ອະດີດ​ນາຍົກລັດຖະມົນຕີ​ໄທ​ໄດ້​ຈັດ​ການ​ໂຮມຊຸມນຸມ​ປະ​ທ້ວງຢູ່​ນະຄອນຫລວງ​ບາງກອກ​ທີ່​ມີປະມານ 2 ຫມື່ນ​ຄົນ​ເຂົ້າຮ່ວມ.

ສ່ວນ​ກຸ່ມ​ເສື້ອ​ເຫລືອງ​ທີ່​ເປັນ​ຄູ່​ປໍ​ລະ​ປັກຂອງ​ກຸ່ມ​ເສື້ອ​ແດງ​ເລືອກ​ເອົາ​ວັນ​ນີ້​ຈັດການ​ເຄື່ອນ​ໄຫວ​ແມ່ນ​ມີ​ຈຸດປະສົງ​ອັນ​ເລິກ​ແລບ.ນັກວິ​ເຄາະ​ຊີ້​ອອກ​ວ່າ, ການ​ກະທຳ​ແນວ​ນີ້​ດ້ານ​ຫນຶ່ງ​ແມ່ນ​ເພີ່ມ​ຄວາມ​ກົດ​ດັນ​ໃຫ້​ລັດຖະບານ​ຊຸດ​ປະຈຸ​ບັນ​ທີ່​ນຳ​ໂດຍ​ທ່ານ​ອະພິສິດ ​ເວດ​ຊະ​ຊີວະ,​ເພື່ອ​ສະ​ແດງ​ຄວາມ​ປາຖະຫນາ​ທີ່​ປະຊາຊົນ​ ​ຈຳນວນ​ຫນຶ່ງ​ຫວັງ​ຢາກ​ໃຫ້​ລັດຖະບານ​ກູ້​ເອົາ​ດິນ​ແດນ​ທີ່​​ເກີດ​ການພິພາດ​ກັນ​ຢູ່​ຊາຍ​ແດນ​ໄທ​​ກຳປູ​​ເຈຍ,ອີກ​ດ້ານ​ຫນຶ່ງ​ກໍ່​ແມ່ນ​ເພື່ອຫັນ​ເຫ​ຄວາມ​ສົນ​ໃຈ​ຢູ່ຂອງ​ພາຍ​ໃນ​ປະ​ເທດ​ທີ່​ມີ​ຕໍ່​ການ​ໂຮມ​ຊຸມນຸມ​ປະ​ທ້ວງຂອງ​ກຸ່ມ​ເສື້ອ​ແດງ.​ແຕ່​ວ່າ,ປັດຈຸບັນ, ສິ່ງ​ຂົ່ມຂູ່​ລັດຖະບານ​ຂອງ​ທ່ານ​ອະພິສິດ​ຕົ້ນຕໍ​​ຍັງແມ່ນ​ການ​ໂຮມ​ຊຸມນຸມ​ປະ​ທ້ວງຕ້ານ​ລັດຖະບານ​ຂອງ​ກຸ່ມ​ເສື້ອ​ແດງ.​ເພື່ອ​ເປັນ​ການ​ຕອບ​ໂຕ້ຕໍ່​ການ​ໂຮມຊຸມນຸມ​ປະ​ທ້ວງທີ່​ກຸ່ມ​ເສື້ອ​ແດງ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ກັນຍາ​ນີ້, ​ເລີ່​ມ​ແຕ່​ວັນ​ທີ 18 ​ເປັນ​ຕົ້ນ​ມາ, ລັດຖະບານ​ໄທ​ກໍ່​ໄດ້​ປະຕິບັດ​ກົດຫມາຍ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ​ຢູ່​ບໍລິ​ເວນສຳນັກ​ງານ​ນາຍົກລັດ ຖະມົນຕີ​ແລະ​ຕືກລັດຖະສະພາ,​ໄດ້​ສົ່ງ​ຕຳຫລວດ 6 ພັນ​ກວ່າ​ຄົນ​ໄປ​​ເພີ່ມ​ທະວີ​ການ​ຮັກສາ​ຄວາມ​ສະຫງົບ.ພ້ອມ​ກັນນັ້ນ, ທ່ານ​ອະພິສິດ​ກໍ່​ກ່າວ​ວ່າ, ລັດຖະບານ​ຈະ​ບໍ່​ແຊກ​ແຊງ​ການ​ເຄື່ອນ​ໄຫວ​​ໂຮມ​ຊຸມນຸມ​ປະ​ທ້ວງທີ່​ກຸ່ມ​ເສື້ອ​ແດງ​ຈັດ​ຂຶ້ນທີ່​ຖືກກົດຫມາຍ, ຕຳຫລວດ​ພຽງ​ແຕ່​ຮັກສາ​ຄວາມ​ເປັນລະບຽບ​ຮຽບ ຮ້ອຍຂອງການຊຸມນຸມ​ທໍ່​ນັ້ນ. ສ່ວນ​ຝົນທີ່ຕົກ​ແຮງ​ໃນ​ວັນ​ທີ 19 ກໍ່​ໄດ້​ຊ່ວຍ​​ໃຫ້ຕຳຫລວດ​ຮັກສາ​ຄວາມ​ສະຫງົບ​ໄດ້​ດີ​ຕື່ມ.ຕະຫລອດ​ໄລຍະ​ຈັດ​ການຊຸມນຸມປະ​ທ້ວງ​​ແມ່ນ​ມີ​ຄວາມ​ສະຫງົບ,​ແລະ​ສິ້ນ​ສຸດ​ລົງ​ໂດຍ​ສັນຕິ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ.

ຍ້ອນ​ການ​ໂຮມ​ຊຸມນຸມ​ປະ​ທ້ວງຂ​ອງກຸ່ມ​ເສື້ອ​ແດງ​ເທື່ອ​ນີ້​ພໍດີແມ່ນ​​ເວລາ​ທີ່​ທ່ານອະພິສິດ ​ເວດ​ຊາຊີວະ,ນາຍົກລັດຖະມົນຕີ​ໄທ​ ຈະ​ເດີນທາງ​ໄປ​ອາ​ເມ​ລິກາ ​ເພື່ອ​ເຂົ້າ​ຮ່ວມກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ຫາງ​ສຽງ​ຂອງ​ພາຍ​ໃນປະ​ເທດ​ໄທ​ ​ເຄີຍຄາດເດົາ​ໂດຍທົ່ວ​​ໄປ​ວ່າ, ທ່ານ​ອະພິສິດ ​ອາດຈະລົງ​ຈາກ​ຕຳ​ແຫນ່​ງລັກສະນະ​ດຽວ​ກັນກັບທ່ານ​ທັກສິນ ຊິນນະ​ວັດ, ອະດີດ ນາຍົກລັດຖະມົນຕີ​​ໄທ.  ​ໃນ​ເວລາ 3 ປີ​ກ່ອນ ​ພໍດີແມ່ນ​​ເວລາ​ທີ່​ທ່ານ​ທັກສິນ ຊິນນະ​ວັດ​ໄປ​ເຂົ້າ​ຮ່ວມກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ​ໄທ​ໄດ້​ເກີດ​​ເຫດການ​ລັດຖະປະຫານທີ່ເຮັດ​ໃຫ້ທ່ານ​ທັກສິນ ຊິນນະ​ວັດ ຈຳ​ເປັນ​ຕ້ອງ​ລົງ​ຈາກ​ຕຳ​ແຫນ່​ງ​ແລ້ວ​ຫນີ​​ໄປ​ສູ່​ຕ່າງປະ​ເທດ​, ຫຼັງ​ຈາກ​ນັ້ນມາທ່ານ ກໍ່​ກັບ​ຄືນ​ປະ​ເທດ​ຍາກ​ຫຼາຍ.  ​ແຕ່​ວ່າ, ​ໃນ​ຫວ່າງ​ມໍ່ໆ​ນີ້,ພົນ​ເອກອະນຸພົງ ​ເຜົ່າ​ຈິນດາ​,ຜູ່​ບັນຊາ​ການ​ທະຫານ​ບົກ​ທີ່​ເປັນ​ບຸກຄົນສຳຄັນ​ທີ່​ກຳ​ອຳນາດ​ຂອງ​ກອງທັບ​ໄທ​ ໄດ້​ຖະ​ແຫຼ​ງ​ຈະ​ແຈ້ງວ່າ, ​ໃນ​ເວລາ​ທ່ານ​ອະພິສິດ ​ເວດ​ຊາຊີວະ​​ ຈະໄປ​ຢ້ຽມຢາມ​ຢູ່​ຕ່າງປະ​ເທດ,ກອງທັບໄທ​ ຈະ​ບໍ່​ກໍ່​​ລັດຖະປະຫານ. ​ແຕ່​​ເລື່ອງ​ທີ່ການໂຮມ​ຊຸມນຸມ​ປະ​ທ້ວງຂອງ​ກຸ່ມ​ເສື້ອ​ແດງ​ເທື່ອ​ນີ້​ໄດ້​ສິ້ນ​ສຸດ​ລົງ​ໂດຍ​ສັນຕິນັ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ, ພື້ນຖານການ​ກຳ​ອຳນາດ​ຂອງ​ລັດຖະບານ​ອະພິສິດ ​ພວມ​ນັບ​ມື້​ນັບ​ຫນັກ​ແຫນ້ນ​ແລະຫມັ້ນຄົງ​ກວ່າ​ເກົ່າ.

ແຕ່​ເມື່ອ​ສັງ​ເກດ​ຈາກ​ດ້ານ​ນີ້​ແລ້ວ​ເຫັນ​ວ່າ, ລັດຖະບານ​ໄທ​ຍັງ​ພວມ​ປະ​ເຊີນກັບ​ຫນ້າ​ທີ່​ອັນ​ຮີບດ່ວນ​ ​ເພື່ອບັນ​ລຸ​ຄວາມ​ປອງ​ດອງ​ທາງ​ການ​ເມືອງ ,ຊຸກ​ຍູ້​ຄວາມ​ສາມັກ​ຄີ​ລະຫວ່າງ​ປະຊາຊົນ​ແລະ​ຊຸກຍູ້​ໃຫ້​ປະ​ເທດກ້າວ​​ໄປ​ຫນ້າ​ຕາມ​ເສັ້ນທາງ​ທີ່​ພັດທະນາ​ເປັນ​ຢ່າງດີ.  ຜູ່​ນຳ​ຂອງ​ກຸ່ມ​ເສື້ອ​ແດງ​ໄດ້​ຖະ​ແຫຼ​ງວ່າ, ຈະ​ຈັດ​ຕັ້ງ​ການ​ປະ​ທ້ວງ​ຕ້ານ​ລັດຖະບານ​ອີກ​ໃນ​ອະນາຄົດ. ​ສ່ວນ​ກຸ່ມ​ເສື້ອ​ເຫຼືອງ​ກໍ​ ​ມີ​ຄວາມ​ເຫັນ​ທີ່​​ແຕກຕ່າງ​ກັນ ​ຕໍ່​ນະ​ໂຍບາຍ​ຈຳນວນ​ຫນຶ່ງ​ຂອງ​ລັດຖະບານ​ທີ່​ລວມມີ​ທັງ​ການ​ດັດ​ແກ້ລັດຖະທຳ​ມະນູນ. ສະ​ນັ້ນ, ສະຖານະ​ການ​ຂອງ​ໄທ​ໃນ​ອະນາຄົດ​ຍັງ​ສັບສົນ​ແລະ​ມີ​ການ​ປ່ຽນ​ແປງ​ຕະຫຼອດ, ລັດຖະບານ​ຊຸດ​ປະຈຸ​ບັນ​ຕ້ອງ​ໄດ້ຮັບ​ມື​ກັບ​ສະພາບ​ດັ່ງກ່າວ​ຢ່າງຮອບ​ຄອບ. 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>