ຈີນ​ຕໍ່​ຂານ​ກັບ​ຝ່າຍ​ມຽນມາ​ກ່ຽວ​ກັບ​ການ​ຮັກສາສິດ​ປະ​ໂຫຍ​ດຂອງ​ພົນລະ​ເມືອງ​ຈີນ​ຢູ່​ມຽນມາ

(GMT+08:00) 2009-09-26 18:34:12 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ອີງ​ຕາມ​ຂ່າວ​ຂອງ​ເວ​ບ​ໄຊ້ກະຊວງ​ການ​ຕ່າງປະ​ເທດ​ຈີນ,ຫວ່າງ​ມໍ່ໆ​ນີ້,ກົມ​ກົງສຸນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕໍ່​ຂານ​ກັບ​ຝ່າຍ​ມຽນມາ​ກ່ຽວ​ກັບ​ການ​ຮັກສາ​ສິດ​ປະ​ໂຫຍ​ດຂອງ​ພົນ​ລະ​ເມືອງ​ຈີນ​ຢູ່​ມຽນມາ.

ຂ່າວ​ກ່າວ​ວ່າ,ວັນ​ທີ21 ກັນຍາ​ນີ້,ທ່ານ​ເວິ້ຍ​ເຫວີຍ ຫົວໜ້າ​ກົມ​ກົງສຸນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ກກີ​ກີ​ເຊ​ນ ທີ່​ເປິກສາ​ຊັ້ນ​ລັດຖະທູດ​ຂອງ​ສະຖານທູດ​ມຽນມາ​ປະຈຳ​ຈີນ,ສະ​ເໜີ​ຕໍ່​ຂານ​ກ່ຽວ​ກັບສິດ​ປະ​ໂຫຍດຂອງ​ພົນລະ​ເມືອງ​ຈີນ​ຢູ່​ມຽນມາ​ຖືກ​ທຳລາຍໃນ​ການ​ປະ​ທະ​ການ​ທາງ​ການ​ທະຫານ​ພາກ​ເໜືອ​ມຽນມາ​ໃນ​ເດືອນ​ສິງຫາ​ປີ​ນີ້,ທວງ​ໃຫ້​ຝ່າຍ​ມຽນມາສຳ​ຫຼວດເຫດການຢ່າງ​ເຖິງ​ຖອງ​ໂດຍ​ໄວ,ລົງ​ໂທດ​ຜູ່​ຜິດ​ກົດໝາຍ​ຢ່າງ​ເຄັ່ງ​ຄັດ,​ແລະ​ແຈ້ງ​ຜົນ​​ແກ້​ໄຂ​ໃຫ້​ຝ່າຍ​ຈີນຊາບ;ນຳ​ໃຊ້​ມາດ​ຕະການ​ທີ່​​ແຂງ​ແຮງ,ຮັກສາ​ສິດ​ປະ​ໂຫຍ​ທີ່ຖືກ​ຕາມກົດໝາຍ​ຂອງ​ພົນລະ​ເມືອງ​ຈີນ​ຢູ່​ມຽນມາ,ຮັບປະກັນ​ບໍ່​ເກີດເຫດການ​ປະ​ເພດນີ້ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>