ງານຕະຫຼາດນັດຊາຍ​ແດນ​ຈີນ​ມຽນມາ​ຄັ້ງ​ທີ9ຈະ​ຈັດ​ຂຶ້ນຢູ່​ເຕີ​ຫົງ​ແຂວງຢຸ່ນນານ​ໃນ​ເດືອນ​ທັນວາ​ປີ​ນີ້

(GMT+08:00) 2009-09-27 17:38:01 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ2 ຫາ​ວັນ​ທີ6 ທັນວາ​ປີ​ນີ້,ງານຕະຫຼາດນັດຊາຍ​ແດນ​ຈີນ​ມຽນມາ​ຄັ້ງ​ທີ9ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຢຸ້ຍລີ້ ກີ່​ງ​ແຂວງ​ປົກຄອງ​ຕົນ​ເອງ​ເຕີ​ຫົງ​ຂອງ​​ແຂວງຢຸນນານ.​ໃນ​ໄລຍະ​ງານຈະມີກິດຈະກຳ​ຕ່າງໆ​ເຊັ່ນການ​ພົບ​ປະລະດັບສູງ​ລະຫວ່າງ​ຈີນ​ຫາ​ລື​ກ່ຽວ​ກັບ​ມຽນມາ,ການ​ເປິກສາ​ກັນ​ງານ​ວາງສະ​ແດງ​ຂາ​ເຂົ້າຂາ​ອອກ​ຈີນ​ມຽນມາ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້,ການ​ເຊັນ​ສັນຍາ​ການ​ຄ້າ​ແລະ​ໂຄງການດູດ​ດຶງທຶນ​ເປັນ​ຕົ້ນ.

ແຕ່​ປີ2001​ເປັນ​ຕົ້ນ​ມາ,ດ່ານ​ຊາຍ​ແດນ​ລະຫວ່າງ​ສອງ​ຝ່າຍ​ຈີນ​ມຽນມາ​ໄດ້​ຈັດ​ງານຕະຫຼາດນັດຊາຍ​ແດນ8ຄັ້ງ​ຢ່າງ​ສຳ​ເລັດ​ຜົນ,​ໄດ້​ດູດ​ດຶງ​ວິ​ສາ​ຫິດ​ທີ່​ມາ​ຈາກ​ແຫ່ງ​ຕ່າງ​ໆ​ຂອງ​ຈີນ​ກັບ​ວິ​ສາ​ຫະກິດ​ຂອງ​ມຽນມາ,​ໄທ,ອິນ​ເດຍ,ບັງ​ກະລາ​​ເດັດ​ເຂົ້າ​ຮ່ວມ​ງານນຳ​ກັນ.ງານຕະຫຼາດນັດຊາຍ​ແດນ​ຈີນ​ມຽນມາ​ຄັ້ງ​ທີ8​ໄດ້​ຈັດ​ຂຶ້ນ​ຢູ່​ມຽນມາ​ໃນ​ປີ​ກາຍ​ນີ້,​​ໃນ​ໄລຍະ​ນັ້ນ​ໄດ້​ເຊັນ​15ລາຍການ,ຍອດ​ມູນຄ່າ​ມີ100ລ້ານ9​ແສນ4ໝື່ນ​ໂດ​ລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>