ນາຍົກ​ໄທ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສຸມ​ກຳລັງ​ເຮັດ​ໃຫ້​ກອງ​ປະຊຸມ​ບາງກອກ​ຂອງການ​ເຈລະຈາ​ການ​ປ່ຽນ​​ແປງ​ດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮັບຄວາມ​ຄືບ​ໜ້າ

(GMT+08:00) 2009-09-27 18:49:36 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:​ວັນ​ທີ26 ກັນຍາ​ນີ້,​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​​ໃນ​ການອະພິປາຍ​ທົ່ວ​ໄປ​ຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ64,ທ່ານ​ອະພິສິດ ​ເວດ​ຊາ​ຊີວະນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ,​ໄທ​ຈະ​ພະຍາຍາມ​ຮັບປະກັນ​ກອງ​ປະຊຸມ​ຮອບ​ໃໝ່ຂອງ​ການ​ເຈລະຈາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຂອງ​ສະຫະ​ປະຊາ​ຊາດ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ບາງກອກ​ໃນ​ອາທິດ​ໜ້າ​ໄດ້​ຮັບ"ຄວາມຄືບ​ໜ້າ​​ແທ້ຈິງ".

ທ່ານ​ອະພິສິດ ​ເວດ​ຊາ​ຊີວະ​ກ່າວ​ວ່າ,ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ຕ້ອງການ​ທົ່ວ​ໂລກ​ຮ່ວມ​ມື​ກັນ​ຢ່າງ​ຮີບ​ດ່ວນ,ປະຊາ​ຄົມ​ໂລກ​ຄວນ​​ເຈລະຈາຕາມຫຼັກການ"ໜ້າ​ທີ່​ຮັບຜິດຊອບ​ຮ່ວມກັນ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ"​ແລະ​ອີງ​ຕາມ"ສົນທິສັນຍາ​ຂອບ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ".

ກອງ​ປະຊຸມ​ຮອບ​ໃໝ່​ຂອງ​ການ​ເຈລະຈາ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະຊາ​ຊາດຈະ​ຈັດ​ຂຶ້ນ​ຢູ່​ບາງກອກ​ໃນ​ວັນ​ທີ28 ກັນຍາ​ຫາ​ວັນ​ທີ9 ຕຸລາ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>